ຫົວໜ້າ ຫສນຍ ພົບປະໂອ້ລົມພະນັກງານ ທີ່ເຮັດວຽກງານເສນາທິການ ແຂວງຜົ້ງສາລີ

ຫົວໜ້າ ຫສນຍ ພົບປະໂອ້ລົມພະນັກງານ ທີ່ເຮັດວຽກງານເສນາທິການ ແຂວງຜົ້ງສາລີ
ເພື່ອຍູ້ແຮງການຈັດຕັ້ງຜັນຂະຫຍາຍທິດຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຄະນະສະເພາະກິດ 19/ກມສພ), ໃນວັນທີ 18 ທັນວາ 2023 ທີ່ຫ້ອງວ່າການແຂວງຜົ້ງສາລີ, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ແລະ ທ່ານ ຄຳຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ພະນັກງານ-ລັດຖະກອນ ທີ່ເຮັດວຽກເສນາທິການຮັບໃຊ້ການນຳແຂວງ, ບັນດາພະແນກການ, ບັນດາເມືອງ ແລະ ບັນດາຫ້ອງການພາຍໃນເມືອງບຸນເໜືອ.
ໃນໂອກາດນີ້, ທ່ານ ອູ່ຄຳ ຕຸລາພັນ, ຫົວໜ້າຫ້ອງວ່າການແຂວງ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2023 ເຫັນວ່າ: ເສດຖະກິດ ຂອງແຂວງສືບຕໍ່ຂະຫຍາຍຕົວ ໃນລະດັບ 8,11%,ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 18,54 ລ້ານກີບ, ການເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 87,34 ຕື້ກີບ ເທົ່າກັບ 110% ຂອງແຜນການ, ແຜນລາຍຈ່າຍ ປະຕິບັດໄດ້ 358,03 ຕື້ກີບ ເທົ່າກັບ 102,1% ຂອງແຜນການ, ອັດຕາການຊົົມໃຊ້ໄຟຟ້າ ກວມ 70,23%ຂອງຈໍານວນຄົວເຮືອນໃນທົ່ວແຂວງ, ລະບົບສັນຍານໂທລະສັບ ແລະ ສັນຍານອິນເຕີເນັດ ກວມ 61,34%ຂອງຈໍານວນບ້ານໃນທົ່ວແຂວງ; ໄດ້ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າ ແລະ ຂຸດຄົ້ນເຄື່ອງປ່າຂອງດົງ ເພື່ອສົ່ງອອກ ເຊິ່ງໃນ 11 ເດືອນຜ່ານມາ ປະຕິບັດໄດ້ 318.583ໂຕນ, ມູນຄ່າລວມ 535ກວ່າຕື້ກີບ, ໃນນັ້ນ ສ່ວນໃຫຍ່ແມ່ນປະເພດສິນຄ້າ ທີ່ມີຕະຫຼາດຮອງຮັບແລ້ວ ເປັນຕົ້ນ ຊາ, ຢາງພາລາ, ກາເຟ, ອ້ອຍ, ກ້ວຍ, ໝາກແໜ່ງ, ໝາກຂ່າ, ໃບຢາສູບ. ການຜະລິດສິນຄ້າ (ODOP) ພາຍໃນແຂວງ ທີ່ໄດ້ຮັບຮອງແລ້ວ ຈໍານວນ 27 ຫົວໜ່ວຍ, ລວມມີ 118 ຜະລິດຕະພັນ; ໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍ MSMEເຂົ້າເຖິງແຫຼ່ງທຶນ ອັດຕາດອກເບ້ຍຕໍ່າໄດ້ 2 ຫົວໜ່ວຍ. ອັນພົ້ນເດັ່ນໃນປີຜ່ານມາ ແມ່ນການສົ່ງ ຊາບ້ານກໍແມນ  ເຂົ້າປະກວດງານຊີມຊາໂລກ ຢູ່ປະເທດຝຣັ່ງ ໂດຍສະມາຄົມສົ່ງເສີມຖິ່ນກໍາເນີດ ແມ່ນໄດ້ຮັບ 4 ລາງວັນ ຄື: ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງແດງ 1 ຫຼຽນ ແລະ ລາງວັນພິເສດ.
ໃນໂອກາດດຽວກັນ, ທ່ານ ເຈົ້າແຂວງຜົ້ງສາລີ ແລະ ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ໄດ້ມີຄຳເຫັນເຈາະຈີ້ມ ແລະ ສະເໜີ ຜູ້ຕາງໜ້າບັນດາເມືອງ ແລະ ພະແນກການ ມີຄຳເຫັນແລກປ່ຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານເສນາທິການຮັບໃຊ້ການນຳ ກໍຄື ການເຄື່ອນໄຫວວຽກງານຕົວຈິງ ໃນການຈັດຕັ້ງຂອງຕົນ. ຫຼັງຈາກນັ້ນ, ທ່ານ ໂຈມ ຂະທຸມພົມ, ຫົວໜ້າກົມ, ເລຂາປະຈຳທ່ານນາຍົກລັດຖະມົນຕີ ກໍໄດ້ນຳສະເໜີແລກປ່ຽນຂໍ້ມູນແລະ ບົດຮຽນຕົວຈິງ ໃນການເປັນເສນາທິການຮັບໃຊ້ການນຳ ຢູ່ ຫສນຍ ລວມທັງ ລະບຽບການ ແລະ ກົນໄກການເຮັດວຽກຂອງ ຫສນຍ; ລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX. ນອກນັ້ນ ຍັງໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ກ່ຽວກັບການຜັນຂະຫຍາຍທິດຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີທີ່ໄດ້ເຄື່ອນໄຫວຊີ້ນຳແຂວງຜົ້ງສາລີ ໃນເດືອນທີ່ຜ່ານມາ ແລະ ນະໂຍບາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມແຂວງຜົ້ງສາລີ ແລະ ບັນດາແຂວງ ທີ່ມີຂໍ້ຈຳກັດ, ຫຍຸ້ງຍາກ ແລະ ທ້າທາຍ ຕໍ່ການພັດທະນາ ໂດຍໄດ້ອອກເປັນແຈ້ງການຂອງ ຫສນຍ. 
ໃນຕອນທ້າຍ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ກໍໄດ້ມີຄຳເຫັນສັງລວມ ບັນດາຄຳຄິດເຫັນ ແລະ ຕອບຂໍ້ສະເໜີຂອງຜູ້ເຂົ້າຮ່ວມ, ພ້ອມທັງ ແລກປ່ຽນຄຳຄິດເຫັນ ໃນການປັບປຸງແກ້ໄຂວຽກງານຄົງຄ້າງຕ່າງໆ ໃນໄລຍະຜ່ານມາ  ຕາມທິດຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເວົ້າລວມ, ເວົ້າສະເພາະ ໄດ້ຜັນຂະຫຍາຍ ເປັນ 3 ຫັນ ຂອງ ຫສນຍ. ນອກນັ້ນ ຍັງສະເໜີພາກສ່ວນກ່ຽວຂ້ອງຂອງແຂວງ ພິຈາລະນາຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮັກສາ  ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແຂວງ ໃນໄລຍະຜ່ານມາ ໃຫ້ກາຍເປັນທ່າແຮງໃນການພັດທະນາແຂວງທີ່ພົ້ນເດັ່ນຫຼາຍຂຶ້ນ; ຕັ້ງໜ້າປັບປຸງການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕິດພັນກັບການກະກຽມດຳເນີນໃຫຍ່ 3 ຂັ້ນຂອງພັກ; ພ້ອມກັນຄົ້ນຄວ້າຜັນຂະຫຍາຍທິດການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອແກ້ໄຂຂໍ້ຄົງຄ້າງ ໃນຂົງເຂດວຽກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງພາກສ່ວນຕົນ; ສືບຕໍ່ເອົາໃຈໃສ່ ລົງຊຸກຍູ້ການຜະລິດ, ການປູກ-ການລ້ຽງ ເພື່ອໃຫ້ສາມາດສະໜອງພາຍໃນໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນການນຳເຂົ້າ ແລະ ສາມາດສົ່ງອອກໃຫ້ໄດ້ຫຼາຍ ໂດຍສົ່ງວິຊາການລົງໄປຊ່ວຍເປັນປະຈຳຕື່ມ, ອັນໃດສາມາດຫຸ້ມຫໍ່ສ້າງມູນຄ່າເພີ່ມໄດ້, ການປຸງແຕ່ງເປັນສິນຄ້າ ກໍໃຫ້ນຳພາເຮັດ ລວມທັງ ການຊອກຕະຫຼາດ, ການອຳນວຍຄວາມສະດວກສົ່ງອອກ, ເພາະພືດກະສິກຳແມ່ນຮັກສາດົນບໍ່ໄດ້; ພ້ອມກັນແຂ່ງຂັນ ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ສືບຕໍ່ແກ້ໄຂແນວຄິດ ທີ່ຍັງມີລັກສະນະກົດໜ່ວງຖ່ວງດຶງການພັດທະນາ; ປັບປຸງກົນໄກການປະສານງານ, ແບບແຜນໃນການນຳພາ, ແບບແຜນໃນການເຮັດວຽກ, ແບບແຜນການດຳລົງຊີວິດ ຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນ ເພື່ອພ້ອມກັນກ້າວໜ້າໃນວຽກງານ ກໍຄື ການແກ້ໄຂຊີວິດການເປັນຢູ່ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຈະເລີນຮັ່ງມີຂຶ້ນເປັນກ້າວໆ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ