ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ຫົວໜ້າ ຄອສພ ເຄື່ອນໄຫວຕິດຕາມຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ

ຫົວໜ້າ ຄອສພ ເຄື່ອນໄຫວຕິດຕາມຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ
ໃນວັນທີ 9 ທັນວານີ້ ທີ່ຫ້ອງວ່າການແຂວງວຽງຈັນ,ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຄອສພ),ປະທານສະພາທິດສະດີສູນກາງພັກຮອງຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

 ໄດ້ເຄື່ອນໄຫວຊີ້ນຳວຽກງານຢູ່ແຂວງວຽງຈັນ ເພື່ອຕິດຕາມຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ເກັບກໍາຂໍ້ມູນຕົວແບບການຜະລິດ ເພື່ອເປັນເປົ້າໝາຍພິຈາລະນາຄັດເລື່ອກເປັນຕົວແບບ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

ສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກຮອງເຈົ້າແຂວງວຽງຈັນ ຜູ້ຊີ້ນຳວຽກງານພັກ-ພະນັກງານໄດ້ລາຍງານໃຫ້ຮູ້ວ່າ: ແຂວງວຽງຈັນ ມີຄວາມອຸດົມສົມບູນ ທາງດ້ານຊັບພະຍາກອນທໍາມຊາດ ເຊັ່ນ: ມີແມ່ນໍ້າຫຼາຍສາຍ, ມີໜອງນໍ້າທຳມະຊາດທີ່ໃຫຍ່, ມີອ່າງນ້ຳງື່ມທີ່ອຸດົມສົມບູນ, ອາກາດສົດຊື່ນ, ມີແຮ່ທາດຫຼາຍຊະນິດ, ມີທິວທັດທຳມະຊາດທີ່ສວຍງາມ ແລະ ຮ່ອງຮອຍວັດຖຸບູຮານຫຼາຍແຫ່ງ, ສິ່ງດັ່ງກ່າວໄດ້ເປັນທ່າແຮງສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ເປັນທ່າແຮງໃນການຜະລິດກະສິກຳ, ອຸດສາຫະກໍາປຸງແຕ່ງ, ແຮ່ທາດ, ພະລັງງານ ແລະ ການທ່ອງທ່ຽວ.ນອກຈາກນີ້ ແຂວງວຽງຈັນ ຍັງມີພື້ນຖານໂຄງລ່າງທີ່ເອື້ອອໍານວຍຄວາມສະດວກ ເຊັ່ນ: ມີເສັ້ນທາງເລກທີ 13, ເສັ້ນທາງລົດໄຟ, ທາງດ່ວນ ແລະ ເສັ້ນທາງຫຼາຍສາຍ ທີ່ເຊື່ອມຈອດກັບບັນດາເມືອງ ແລະ ແຂວງໃກ້ຄຽງ; ມີລະບົບເຄືອຂ່າຍໂທລະຄົມ ແລະ ໄຟຟ້າ ຢ່າງທົ່ວເຖິງ. ປັດຈຸບັນ ແຂວງວຽງຈັນ ມີຄະນະບໍລິຫານງານພັກແຂວງ 34 ສະຫາຍຍິງ 4 ສະຫາຍ, ມີ 1,414 ການຈັດຕັ້ງຮາກຖານພັກ; ໃນນີ້ ມີ 106 ຄະນະພັກຮາກຖານ ແລະ 1,308 ໜ່ວຍພັກ (ເປັນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 710 ໜ່ວຍ ແລະ ເປັນໜ່ວຍພັກຮາກຖານ 598 ໜ່ວຍ), ທົ່ວແຂວງມີສະມາຊິກພັກ ທັງໝົດ 22,260 ສະຫາຍຍິງ 6,958 ສະຫາຍ (ເປັນສະມາຊິກພັກສໍາຮອງ 921 ສະຫາຍຍິງ 334 ສະຫາຍ). ທົ່ວແຂວງປະກອບມີ II ອົງຄະນະພັກເມືອງ, ມີ 1,202 ການຈັດຕັ້ງຮາກຖານພັກ ຢູ່ຂັ້ນເມືອງ; ໃນນີ້ ມີ 74 ຄະນະພັກຮາກຖານ ແລະ ມີ 1,128 ໜ່ວຍພັກ(ເປັນໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 559 ໜ່ວຍ ເເລະ ເປັນໜ່ວຍພັກຮາກຖານ 569 ໜ່ວຍ) ແລະ ມີບ້ານທັງໝົດ 431 ບ້ານ, ປະກອບດ້ວຍ 447 ໜ່ວຍພັກບ້ານ.

ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃນທົ່ວແຂວງ. ໜ່ວຍພັກບ້ານ: ໄດ້ສຳເລັດກອງປະຊຸມໃຫຍ່ 100% (ໃນຈໍານວນ 431 ບ້ານ) ເລຂາໜ່ວຍພັກບ້ານ ຄວບຕໍາແໜ່ງນາຍບ້ານ 430 ບ້ານ (ມີ 1 ບ້ານ ບໍ່ຄວບຕໍາແໜ່ງ); ອາຍຸຕໍ່າກວ່າ 34 ປີ ມີ 9 ສະຫາຍ, ອາຍຸ 35 - 60 ປີ ມີ 422 ສະຫາຍ. ໜ່ວຍພັກສຳນັກງານ-ອົງການຂັ້ນເມືອງ: ເປີດກອງປະຊຸມໃຫຍ່ສຳເລັດແລ້ວ 667 ໜ່ວຍພັກ (ຍັງ 2 ໜ່ວຍພັກ ຢູ່ເມືອງຫີນເຫີບ). ຮາກຖານພັກ ອ້ອມຂ້າງແຂວງ: ປະກອບມີ 15 ຄະນະພັກຮາກຖານ, ມີ 79 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ແລະ ມີ 17 ໜ່ວຍພັກຮາກຖານ (ບໍ່ນັບກຳລັງປະກອບອາວຸດ). ໄດ້ສຳເລັດການທາບທາມບຸກຄະລາກອນ ຮອບທີ I ຕິດພັນກັບການກວດກາດ້ານເນື້ອໃນ ສຳເລັດທັງໝົດແລ້ວ. ປັດຈຸບັນ ໄດ້ນຳພາດຳເນີນເຜີຍແຜ່ເຊື່ອມຊຶມເອກະສານທີ່ສໍາຄັນຂອງພັກກ່ອນບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ ຕິດພັນກັບການທາບທາມ ຮອບທີ 2 ສໍາເລັດການເຜີຍແຜ່ເຊື່ອມຊຶມເອກະສານແລ້ວ ຈໍານວນ 12 ຄະນະພັກຮາກຖານແລະ 14ໜ່ວຍພັກຮາກຖານ (ຍັງບໍ່ສໍາເລັດ 3 ຄະນະພັກຮາກຖານ ແລະ ຍັງ 3 ໜ່ວຍພັກຮາກຖານ)ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ອ້ອມຂ້າງເເຂວງ ໄດ້ສໍາເລັດການທາບທາມຮອບທີ 2, ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ເປີດກອງປະຊຸມໃຫຍ່ສະມາຊິກພັກ ສຳເລັດຈຳນວນ 32 ໜ່ວຍພັກ, (ຍັງ 47 ໜ່ວຍພັກ). ສຳລັບຮາກຖານພັກທີ່ຂຶ້ນກັບ ຄະນະພັກ 2 ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:ແມ່ນມອບໃຫ້ຄະນະພັກກອງບັນຊາການນຳພາຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງກະຊວງສາຍຕັ້ງ. ພາຍຫຼັງສໍາເລັດຂັ້ນຮາກຖານພັກແລ້ວ ຄະນະຮັບຜິດຊອບຂັ້ນແຂວງ ຈະໄດ້ສົມທົບກະຊວງສາຍຕັ້ງ ຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫຍ່ 2 ຄະນະພັກກອງບັນຊາການ ໃຫ້ໄດ້ເປີດກອງປະຊຸມຕາມແຜນຄາດຄະເນໄວ້.

ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳວ່າ: ກ່ອນອື່ນ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳຂອງແຂວງໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກແຂວງ ແລະ ການປະກອບຄຳຄິດຄຳເຫັນຂອງແຕ່ລະອະນຸກຳມະການ ມີຫຼາຍອັນທີ່ຈະແຈ້ງພໍສົມຄວນ ແລະ ມີຄວາມພ້ອມທຸກດ້ານ ເພື່ອກະກຽມຈັດກອງປະຊຸມໃຫຍ່ຂອງຕົນແລະ ກໍເຫັນວ່າ ຂັ້ນຕອນໃນການກະກຽມແຕ່ລະດ້ານ ແມ່ນໄດ້ດຳເນີນຕາມຂັ້ນຕອນໝົດແລ້ວ ນັບແຕ່ຂັ້ນຕອນການຈັດຕັ້ງຄະນະກຳມະການຮັບຜິດຊອບ ແລະ ບັນດາອະນຸກຳມະການຕ່າງໆ ເຫັນວ່າມີຜົນສຳເລັດ ແລະ ມີເນື້ອໃນຄົບຖ້ວນສົມຄວນ. ແຕ່ຢາກໃຫ້ກວດເບິ່ງຄືນບັນດາຕົວແບບຕ່າງໆເຊັ່ນ: ຕົວແບບໃນການຜະລິດ,ຕົວແບບໃນການບໍລິການ ການທ່ອງທ່ຽວ,ຕົວແບບທາງດ້ານວັດທະນະທຳ-ສັງຄົມ,ຕົວແບບທາງດ້ານວຽກງານການປ້ອງກັນຊາດ,ປ້ອງກັນຄວາມສະງົບ ອັນນີ້ຕ້ອງເຮັດຮອບດ້ານ ແລະ ໄລຍະຫ້າປີຜ່ານມາອັນທີ່ພົ້ນເດັ່ນທີ່ປະຕິບັດໄດ້ຕົວຈິງທີ່ຢັ້ງຢືນຕໍ່ບົດລາຍງານການເມືອງຂອງແຂວງວ່າມັນມີຄວາມຈິງແທ້,ບໍ່ວ່າຈະແມ່ນຫັດຖະກຳຕ່າງໆ ແລະ ເປັນຕົວແບບໜຶ່ງທີ່ເລີມຈາກຫົວຄິດປະດິດສ້າງຂອງປະຊາຊົນຕົວຈິງ,ຂອງບຸກຄົນຂອງການຈັດຕັ້ງຕົວຈິງ ທີ່ເກີດເປັນຕົວແບບດັ່ງກ່າວ,ຕ້ອງມີຫຼັກສະນະການນຳພາຂອງພັກ,ຕ້ອງມີຄວາມຍືນຍົງນັບມື້ນັບຂະຫຍາຍຕົວຂຶ້ນເລື້ອຍໆ ບໍ່ແມ່ນຕົວແບບຫ້າປີ ເມື່ອຮອດປີທີສອງ ແລະ ທີສາມລະໝົດໄປ ຕ້ອງຮັກສາໄວ້ໃຫ້ໄດ້, ຈາກຄອບຄົວຕົວແບບກໍໃຫ້ກາຍເປັນສະຫະກອນ,ຈາກສະຫະກອນກໍໃຫ້ກາຍເປັນນິຄົມ,ເປັນກຸ່ມການຜະລິດນັບມື້ນັບເຕີບໃຫຍ່ຂຶ້ນເລື້ອຍໆຈິງເປັນຕົວແບບໄດ້. ສຳລັບການວາງສະແດງຕະຫຼາດນັດສິນຄ້າຕ່າງໆກໍຄວນເຮັດ ບໍ່ໝາຍວ່າເຮັດແຕ່ມື້ກອງປະຊຸມເທົ່ານັ້ນ ອາດຈະເຮັດໃນງານສາມວັນປະຫວັດສາດ ແລະ ວັນສຳຄັນຕ່າງຂອງແຂວງ ແລະ ເມືອງ ເພື່ອເປັນການຊຸກຍູ້ການຜະລິດຈາກເມືອງນີ້ໄປວາງສະແດງຢູ່ເມືອງອື່ນ ແລະ ການວາງສະແດງຮູບພາບໃນກອງປະຊຸມກໍຄວນມີ ຮູບພາບການເຄື່ອນໄຫວຂອງແຂວງ ແລະ ເມືອງ ໃນໄລຍະຫ້າປີຜ່ານມາ ຫຼືວ່າຮູບຜູ້ແທນໄປເຄື່ອນໄຫວຢ້ຽມຢາມບັນດາຄອບຕົວຕົວແບບ.

ໃນວັນດຽວກັນ,ສະຫາຍ ຄຳພັນ ເຜີຍຍະວົງ,ສະຫາຍ ທອງສະຫວັນ ວົງສຳພັນ ພ້ອມດ້ວຍຄະນະນຳ ກໍໄດ້ເຄື່ອນໄຫວຢ້ຽມຢາມຕົວແບບການຜະລິດ ເພື່ອເປັນເປົ້າໝາຍພິຈາລະນາຄັດເລືອກເປັນຕົວແບບປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.ຄື: ຫັດຖະກຳປ້າແສນ ບ້ານໂພນໝີ ເມືອງວຽງຄຳ ແຂວງວຽງຈັນ,ກຸ່ມປູກເຂົ້າ ບ້ານໂພນແບ່ງ,ຫໍມູນເຊື້ອຕົ້ນແຕ້ ຈາລຶກຄວາມແຄ້ນ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຂອງເມືອງເຟືອງ ແຂວງວຽງຈັນ.

(ຂ່າວ-ພາບ:ບຸນຕອມ).

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ