ຢ້ຽມຢາມໂອ້ລົມ ການນຳ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ

ຫົວໜ້າຄະນະຈັດຕັ້ງສູນກາງພັກໂອ້ລົມຄະນະນຳຂອງແຂວງບໍລິຄຳໄຊ

ຫົວໜ້າຄະນະຈັດຕັ້ງສູນກາງພັກໂອ້ລົມຄະນະນຳຂອງແຂວງບໍລິຄຳໄຊ
ທ່ານ ນາງ ສີໄສລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ

 ໄດ້ລົງຢ້ຽມຢາມໂອ້ລົມ ການນຳ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ເມື່ອບໍ່ດົນມານີ້, ຢູ່ຫ້ອງປະຊຸມຫ້ອງວ່າການແຂວງໂດຍການຕ້ອນຮັບຂອງທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂອງແຂວງ, ຫົວໜ້າພະແນກການອ້ອມຂ້າງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານຫຍໍ້ກ່ຽວກັບວຽກງານການພັດທະນາເສດຖະກິດສັງຄົມຂອງແຂວງ ໃຫ້ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຮັບຮູ້. ຈາກນັ້ນ ບັນດາຄະນະນຳຂອງແຂວງ ກໍໄດ້ມີຄຳເຫັນໃນການໄກ້ໄຂໄພພິບັດນ້ຳຖ້ວມໃນເມືອງທ່າພະບາດ ແລະ ເມືອງປາກຊັນໃຫ້ປະທານໃດ້ຮັບຮູ້ ເພື່ອໄດ້ມີວິທີແກ້ໄຂໃນການຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບໃນປະຈຸບັນ. ພ້ອມນີ້, ທ່ານ ນາງ ສີໃສ ລືເດດມູນສອນ ກໍໄດ້ເນັ້ນໃຫ້ອົງຄະນະພັກແຂວງບໍລິຄຳໄຊເພີ່ມທະວີເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການກະກຽມກອງປະຊຸມໃຫຍ່3 ຂັ້ນຂອງຄະນະພັກແຕ່ລະຂັ້ນ, ຄົ້ນຄວ້າ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບຂອງພັກສະໄໝທີ XI ຍັງມີບັນຫາໃດທີ່ຍັງບໍ່ທັນຈະແຈ້ງ ແລະ ຄວນປັບປຸງໃນກົດລະບຽບພັກສະໄໝທີ XII, ເອົາໃຈໃສ່ເຊື່ອມຊຶມຄໍາສັ່ງເລກທີ 411/ຄລສພ, ຄໍາແນະນຳເລກທີ 211/ຄຈສພ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກເລກທີ 99/ຄຈສພ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເເຂວງຢ່າງລະອຽດ ແລະ ທົ່ວເຖິງພ້ອມທັງລາຍງານໄປຍັງຄະນະຈັດຕັ້ງສູນກາງພັກເພື່ອຕິດຕາມຮ່ວມກັນ; ເອົາໃຈໃສ່ຕິດຕາມແກ້ໄຂບັນຫາເສດຖະກິດ-ການເງິນດ້ວຍການວາງກົນໄກ, ລະບຽບການຕ່າງໆຢ່າງເໝາະສົມ, ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນພື້ນຖານເພື່ອໃຫ້ພະນັກງານ, ທະຫານ, ຕໍາຫຼວດປະກອບສ່ວນປະຕິບັດໜ້າທີ່ໄດ້ດີຂຶ້ນໂດຍບໍ່ສວຍໃຊ້ບັນຫາດັ່ງກ່າວເປັນຊ່ອງວ່າງໃນການຫຼີກເວັ້ນການປະຕິບັດວຽກງານ. ພ້ອມນີ້, ການປະຕິບັດ 2 ວາລະແຫ່ງຊາດຍັງເປັນວຽກໜຶ່ງທີ່ສໍາຄັນ.

(ຂ່າວ-ພາບ: ຄຳຟອງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ

ຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ

ໃນວັນທີ 17 ເມສາ ຜ່ານມາ, ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ສີລິລາດທົງສິງ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການນະຄອນຫຼວງວຽງຈັນ ພ້ອມດ້ວຍ ບັນດາເລຂາພັກເມືອງ ແລະ ປະທານຄະນະກຳມະການປົກຄອງເມືອງທີ່ກ່ຽວຂ້ອງ, ກົມປ່າໄມ້ ນໍາພາໂດຍ ທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ພ້ອມດ້ວຍຄະນະວິຊາການ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນລົງພື້ນທີ່ ເພື່ອຕິດຕາມສະພາບການໄຟໄໝ້ລາມປ່າ ໃນເຂດພູເຂົາຄວາຍ.
ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ໄຕ​ມາດ​ທີ​ໜຶ່ງ ​ປີ 2026 ກໍາ​ປູ​ເຈຍ​ ​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນ 146 ໂຄງການ​

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ຂອງ​ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ ​ໃຫ້ຮູ້​ວ່າ, ໃນ​ໄຕ​ມາດ​ທີ​ໜຶ່ງ​ປີ 2026, ສະ​ພາ​ການ​ພັດ​ທະ​ນາ​ກຳ​ປູ​ເຈຍ​ ໄດ້​ອະ​ນຸ​ມັດ​ໂຄງ​ການ​ລົງ​ທຶນທັງ​ໝົດ 146 ໂຄງ​ການ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​ຕາມ​ສັນ​ຍາ​ ມີເຖິງ 2 ຕື້ 500 ລ້ານ​ໂດ​ລາ ຊຶ່ງຈະ​ສາມາດສ້າງວຽກເຮັດງານທໍາ​ໄດ້ 82,000 ຕໍາ​ແໜ່ງ.
ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 12 ແຕ່ຕົວເມືອງທ່າແຂກ ຫາ ດ່ານສາກົນນາເພົ້າ ຄືບໜ້າ 11%

ວັນທີ 19 ເມສາຜ່ານມານີ້, ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ ພ້ອມດ້ວຍຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກການກ່ຽວຂ້ອງຂອງແຂວງ ແລະ ບໍລິສັດຮັບເໝົາການກໍ່ສ້າງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 12 ແລະ ຕິດຕາມການແກ້ໄຂ ບັນຫາການສັນຈອນລົດບັນທຸກ ໃນທາງຂຶ້ນຫາດ່ານ ຊ່ວງຈຸດສຸມຫຼັງຄັງ ຫາ ດ່ານນາເພົ້າມີຄວາມຍາວ 18 ກິໂລແມັດ.
ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ເມືອງໂຂງ ມີອຸປະຕິເຫດເກີດຂຶ້ນໃນໄລຍະບຸນປີໃໝ່ 1 ລາຍ

ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2569 ນີ້, ສະຖິຕິອຸປະຕິເຫດຢູ່ເມືອງໂຂງ ແຂວງຈຳປາສັກ ເຫັນວ່າມີຕົວເລກຫຼຸດລົງເມື່ອທຽບກັບປີຜ່ານມາ, ເຖິງແມ່ນວ່າຍັງມີຜູ້ເສຍຊີວິດ 1 ຄົນ ກໍຕາມ.
ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ  ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ຈະຈັດ ຂຶ້ນໃນທ້າຍເດືອນນີ້

ກອງປະຊຸມກວດກາຄວາມພ້ອມ ເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 17 ເມສາ ຜ່ານມາ ທີ່ສູນກາງແນວລາວສ້າງຊາດ (ສນຊ) ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານ ສນຊ ຊຶ່ງມີບັນດາຮອງເລຂາຄະນະພັກ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ-ຫົວໜ້າກົມ ສນຊ ເຂົ້າຮ່ວມ.
ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ມວນຊົນຊາວຫຼວງພະບາງ ຮ່ວມອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່

ຕອນເຊົ້າ ວັນທີ່ 17 ເມສານີ້, ປະຊາຊົນລາວບັນດາເຜົ່າ ຊາວນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍຣະດົກໂລກ ໄດ້ຈັດພິທີ ອາຣາດຖະນາອົງພະບາງພຸດທະຣາວັນ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາສະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ. ພິທີອາຣາດຖະນາ, ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖຣະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະ ຕ່າງປະເທດ ໄດ້ຫົດສົງ.
ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ຄໍາມ່ວນຈັດພິທີແຫ່ສົງການຕາມຕໍານານບູຮານລາວ ພສ 2569 ຢ່າງຄຶກຄື້ນ

ໃນວັນທີ 16 ເມສານີ້, ແຂວງຄໍາມ່ວນ ໄດ້ແຫ່ ສົງການຕາມຕໍານານບູຮານລາວ ເນື່ອງໃນໂອກາດບຸນປີໃໝ່ປະເພນີລາວ ພສ 2569 ຢ່າງຄຶກຄື້ນ ທີ່ເທສະບານເມືອງທ່າແຂກ, ໃຫ້ກຽດເຂົ້າຮ່ວມແຫ່ຂະບວນໂດຍທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍບັນດາການນໍາແຂວງ, ພະເຖລະນູເຖຣະ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ເພີ່ມເຕີມ