ຮູ້ບໍ່ວ່າ “ລັດ ມີນະໂຍບາຍທີ່ດິນ ສຳລັບການປູກພືດ”?

ຮູ້ບໍ່ວ່າ “ລັດ ມີນະໂຍບາຍທີ່ດິນ ສຳລັບການປູກພືດ”?
ໂດຍ: ສ.ບຸດປະຊາ
    “ນະໂຍບາຍທີ່ດິນ ສຳລັບການປູກພືດ” ແມ່ນນະໂຍບາຍທໍາອິດຂອງ 8 ນະໂຍບາຍ ທີ່ລະບຸໄວ້ໃນນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວ ໃນການສ້າງເງື່ອນໄຂໃຫ້ແກ່ການປູກພືດ ສາມາດຈັດຕັ້ງປະຕິບັດຄາດໝາຍສູ້ຊົນດ້ານການຜະລິດສະບຽງອາຫານໃຫ້ພຽງພໍ ຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ ຫຼຸດຜ່ອນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າສົ່ງອອກ, ສ້າງລາຍຮັບ, ນໍາເອົາເງິນຕາເຂົ້າມາປະເທດໃຫ້ຫຼາຍຂຶ້ນ ແລະ ເຊື່ອມໂຍງກັບພາກພື້ນ-ສາກົນ.
    ເພື່ອຈະສາມາດຕອບສະໜອງໄດ້ແນວນັ້ນ, ລັດ ມີນະໂຍບາຍທີ່ດິນ ສຳລັບການປູກພືດ ທີ່ເປັນສ່ວນໜຶ່ງໃນການກະຕຸກຊຸກຍູ້ ໂດຍການແນໃສ່ແກ້ໄຂບາງບັນຫາທີ່ຍັງເປັນຂໍ້ຄົງຄ້າງຄື: ການແບ່ງເຂດທີ່ດິນ ສໍາລັບເປົ້າໝາຍການປູກພືດແຕ່ລະຊະນິດ ຍັງບໍ່ທັນລະອຽດຊັດເຈນ ເຮັດໃຫ້ການວາງແຜນຊຸກຍູ້ຜູ້ປະກອບການ ແລະ ຊາວກະສິກອນ ບໍ່ທັນຖືກນໍາໃຊ້ຢ່າງເຕັມສ່ວນ; ປະຊາຊົນ ປູກພືດຕາມຄວາມຕ້ອງການຂອງຕະຫຼາດ ໂດຍບໍ່ຄໍານຶງເຖິງການຫັນປ່ຽນການນໍາໃຊ້ທີ່ດິນ ສໍາລັບປູກພືດຈະມີທ່າອ່ຽງຈາກການປູກພືດສະບຽງອາຫານ ແລະ ພືດເສດຖະກິດ ໄປສູ່ພືດອຸດສາຫະກໍາອື່ນ, ການນໍາໃຊ້ທີ່ດິນປູກພືດ ບໍ່ຖືກຕ້ອງຕາມເປົ້າໝາຍ ເປັນຕົ້ນທີ່ດິນເໝາະສົມສໍາລັບການປູກພືດເສດຖະກິດ ຫັນໄປນໍາໃຊ້ປະໂຫຍດອື່ນ; ບໍ່ທັນມີນິຕິກໍາສະເພາະໃນການຄຸ້ມຄອງທີ່ດິນປູກພືດ ສໍາລັບການຜະລິດພືດສະບຽງອາຫານ ແລະ ພືດຜະລິດເປັນສິນຄ້າ; ໂຄງການສະໜັບສະໜູນການຄຸ້ມຄອງ ແລະ ພັດທະນາທີ່ດິນປູກພືດ ຍັງມີຈໍາກັດ.
    ດັ່ງນັ້ນ, ຈຸດປະສົງຂອງນະໂຍບາຍທີ່ດິນ ສຳລັບການປູກພືດຂອງ ສປປ ລາວ ຈຶ່ງແມ່ນເພື່ອກໍານົດ, ຈັດສັນ ແລະ ແບ່ງເຂດເນື້ອທີ່ດິນກະສິກໍາ ໃຫ້ແທດເໝາະກັບເງື່ອນໄຂ, ທີ່ຕັ້ງ, ຈຸດພິເສດ, ທ່າແຮງ ແລະ ຂໍ້ໄດ້ປຽບຂອງແຕ່ລະພື້ນທີ່ ໃນການດໍາເນີນການຜະລິດ ແລະ ທຸລະກິດດ້ານການປູກພືດ ໃຫ້ເປັນທັນສະໄໝຕາມທິດກະສິກໍາສະອາດ ແລະ ເພື່ອຄຸ້ມຄອງສະຫງວນພື້ນທີ່ປູກພືດ, ຄຸ້ມຄອງການນໍາໃຊ້, ການພັດທະນາ ແລະ ປົກປັກຮັກສາທີ່ດິນປູກພືດໃນເຂດທີ່ເໝາະສົມ ພ້ອມທັງຊຸກຍູ້ການນໍາໃຊ້ທີ່ດິນປູກພືດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
    ສະນັ້ນ, ລັດ ເປັນເຈົ້າການໃນການຄຸ້ມຄອງເນື້ອທີ່ດິນກະສິກໍາ ລວມທັງເນື້ອທີ່ດິນປູກພືດ ດ້ວຍການສໍາຫຼວດ, ການກໍານົດເຂດ, ວາງແຜນການນໍາໃຊ້ເນື້ອທີ່ດິນປູກພືດ ໃຫ້ຖືກຕ້ອງຕາມເປົ້າໝາຍ; ລັດ ສົ່ງເສີມໃຫ້ຜູ້ປະກອບການ ແລະ ຊາວກະສິກອນ ນໍາໃຊ້ດິນປູກພືດ ຕາມທີ່ໄດ້ກໍານົດໄວ້ໃນການຜະລິດພືດສະບຽງອາຫານ ແລະ ຜະລິດພືດເປັນສິນຄ້າ ໃຫ້ເກີດປະໂຫຍດສູງສຸດ, ມີຄວາມຍືນຍົງດ້ວຍການລົງທຶນ ແລະ ການນໍາໃຊ້ເຕັກນິກທີ່ເໝາະສົມ; ດໍາເນີນການຕິດຕາມ, ກວດກາ ການນໍາໃຊ້ທີ່ດິນປູກພຶດຢ່າງເປັນລະບົບ, ພັດທະນາການຂຶ້ນທະບຽນທີ່ ດິນກະສິກໍາ ເພື່ອຢັ້ງຢືນສິດນໍາໃຊ້ ດ້ວຍການສ້າງ ແລະ ປັບປຸງບັນດານິຕິກໍາ ແລະ ອອກບົດແນະນໍາ ທາງດ້ານວິຊາການ ໃນການປັບປຸງບໍາລຸງດິນ ສໍາລັບການປູກພືດແຕ່ລະຊະນິດ.
    ນອກນີ້, ລັດ ກໍຍັງຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ, ລະບຽບການຄຸ້ມຄອງນໍາໃຊ້ເນື້ອທີ່ດິນກະສິກໍາ ລວມທັງເນື້ອທີ່ດິນປູກພືດ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍເພີ່ມສະມັດຖະພາບຂອງການຜະລິດພືດໃຫ້ສູງຂຶ້ນ; ພື້ນທີ່ການຜະລິດທີ່ໄດ້ຮັບການຢັ້ງຢືນຕາມມາດຖານກະສິກໍາທີ່ດີ ແລະ ກະສິກໍາອິນຊີ ຕິດຕໍ່ກັນ ໃນໄລຍະ 3 ປີ ຈະໄດ້ຮັບການຄົ້ນຄວ້ານະໂຍບາຍຫຼຸດຜ່ອນພາສີທີ່ດິນ; ພ້ອມນີ້, ລັດ ກໍສົ່ງເສີມໃຫ້ມີການປູກພືດຫຼາຍຮອບວຽນຕໍ່ປີ ໃນເຂດທີ່ມີເງື່ອນໄຂການສະໜອງນໍ້າ ເປັນຕົ້ນການຜະລິດເຂົ້າ (ນາປີ ແລະ ນາແຊງ) ຫຼື ພືດຊະນິດອື່ນທີ່ມີທ່າແຮງ ໂດຍຜ່ານການສະໜອງແນວພັນ, ຝຸ່ນ, ຢາປາບສັດຕູພືດ, ເຕັກນິກ ແລະ ຄ່ານໍາໃຊ້ນໍ້າຊົນລະປະທານ.
    ທັງໝົດນັ້ນ, ແມ່ນເນື້ອໃນຈິດໃຈສຳຄັນຂອງນະໂຍບາຍທີ່ດິນ ສຳລັບການປູກພືດ ຊຶ່ງເປັນນະໂຍບາຍຂໍ້ທໍາອິດ ຂອງການສົ່ງເສີມການປູກພືດຂອງ ສປປ ລາວ ຊຶ່ງລັດຖະບານ ກໍຄືກະຊວງກະສິກຳ ແລະ ປ່າໄມ້ ໄດ້ສ້າງຂຶ້ນເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງມະຕິ XI ຂອງພັກ ໃຫ້ເປັນຮູບປະທໍາທັງເປັນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ປະກອບສ່ວນໃນການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ເປັນວາລະແຫ່ງຊາດອີກດ້ວຍ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ