ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI
ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບແນະນໍາ ການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ໃນ​ວັນ​ທີ 29 ກັນ​ຍາ​ນີ້ ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດໂດຍເປັນປະທານຂອງສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ຫສນຍ ເຜຍແຜກດລະບຽບ ການດຳເນນກອງປະຊມໃຫຍຜແທນອງຄະນະພກ ຄງທ VI - image 1
 

 

ໃນໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກົດລະບຽບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ຈາກສະຫາຍ ຄົມສັນ ໄຊຍະສານ, ເລຂາໜ່ວຍພັກຮາກຖານກົມປະຊາສໍາພັນ, ຫົວໜ້າກອງເລຂາກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ເພື່ອໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຫຼັກການ ແລະ ລະບຽບການຕ່າງໆ ຂອງກອງປະຊຸມ ເປັນຕົ້ນ ສິດ ແລະ ໜ້າທີ່ ຂອງຜູ້ແທນສົມບູນ, ການປະຕິບັດໂມງເວລາ, ການນຸ່ງຖື, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ພາຍໃນຫ້ອງປະຊຸມ, ການຄວບຄຸມການປ່ອນບັດ ແລະ ລົງຄະແນນສຽງ, ການປ້ອງກັນຄວາມສະຫງົບ, ການປະຕິບັດຂໍ້ຫ້າມຕ່າງໆ ທັງນີ້ ກໍ່ເພື່ອເປັນການຍົກສູງສະຕິ ແລະ ຄວາມຮັບຜິດຊອບ ຂອງບັນດາສະຫາຍຜູ້ແທນ ຕະຫຼອດໄລຍະການດຳເນີນກອງປະຊຸມໃຫຍ່ ດ້ວຍຄວາມເປັນເອກະພາບສູງ.

ຫສນຍ ເຜຍແຜກດລະບຽບ ການດຳເນນກອງປະຊມໃຫຍຜແທນອງຄະນະພກ ຄງທ VI - image 2
 

ໃນໂອກາດດຽວກັນ, ສະຫາຍ ເລຂາຄະນະບໍລິຫານງານພັກ ຫສນຍ ຍັງໄດ້ມີຄຳເຫັນເນັ້ນໜັກຕື່ມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI ເປັນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ເປັນບາດລ້ຽວປະຫວັດສາດອັນໜຶ່ງ ໃນການນຳພາ-ຊີ້ນຳ ຂອງອົງຄະນະພັກຫສນຍ ບົນພື້ນຖານຕາມທີ່ກຳນົດໄວ້ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ເຊິ່ງກອງປະຊຸມໃຫຍ່ ຈະໄດ້ພິຈາລະນາ ແລະ ຮັບຮອງບັນຫາສຳຄັນ ເປັນຕົ້ນ ຮ່າງລາຍງານການເມືອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ V; ແຜນພັດທະນາວຽກງານວິຊາສະເພາະ ຫສນຍ ຄັ້ງທີ II (2026-2030); ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່,ພ້ອມທັງດຳເນີນການເລືອກຕັ້ງຜູ້ແທນສົມບູນ ແລະ ສໍາຮອງທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ແລະ ພິຈາລະນາຮັບຮອງມະຕິກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI.

ຫສນຍ ເຜຍແຜກດລະບຽບ ການດຳເນນກອງປະຊມໃຫຍຜແທນອງຄະນະພກ ຄງທ VI - image 3
 

ສຳລັບການກະກຽມດ້ານຕ່າງໆ ເປັນຕົ້ນ ດ້ານເນື້ອໃນ, ດ້ານບຸກຄະລາກອນ, ພິທີການ-ສະຖານທີ່ ແລະ ດ້ານຂະບວນການຕ່າງໆ ທີ່ຕິດພັນ, ມາຮອດປັດຈຸບັນ ຖືວ່າມີຄວາມພ້ອມແລ້ວ ທີ່ຈະດຳເນີນກອງປະຊຸມໃຫຍ່ ຢ່າງເປັນທາງການ ໃນວັນທີ 30 ກັນຍາ 2025. ນອກຈາກນີ້, ສະຫາຍ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ໂດຍເປັນເຈົ້າການເຂົ້າຮ່ວມການດຳເນີນກອງປະຊຸມໃຫຍ່ ຢ່າງສຸດກົກສຸດປາຍ, ປະຕິບັດລະບຽບການຕ່າງໆ ທີ່ກຳນົດໄວ້ ຢ່າງເຂັ້ມງວດ, ມີຄວາມກະຕືລືລົ້ນ ຕິດຕາມຮັບຟັງການປະກອບຄຳເຫັນຕໍ່ກອງປະຊຸມ, ເປັນເຈົ້າການການຮັກສາຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຢ່າງຮອບດ້ານ.

ຫສນຍ ເຜຍແຜກດລະບຽບ ການດຳເນນກອງປະຊມໃຫຍຜແທນອງຄະນະພກ ຄງທ VI - image 4
 

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

ຄໍາເຫັນ

ຂ່າວການເມືອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄອສພ ເຜີຍແຜ່ເອກະສານ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງ, ໃນວັນທີ 6 ຕຸລານີ້ ທີ່ສະໂມສອນ ຄອສພ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າ ຄອສພ, ເຂົ້າຮ່ວມຮັບຟັງ ມີບັນດາຄະນະພັກ-ຄະນະນໍາ, ຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ.
ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ເຜີຍ​ແຜ່ ເຊື່ອມຊຶມນິຕິກໍາຂອງພັກ

ເມືອງພຽງ ແຂວງໄຊຍະບູລີໄດ້ຈັດພິທີເຜີຍແຜ່, ເຊື່ອມຊຶມນິຕິກໍາຂອງພັກ ແລະ ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວແຂວງໄຊຍະບູລີ ຄັ້ງທີ VIII ໃນວັນທີ 28 ກັນຍາຜ່ານ​ມາທີ່ເມືອງພຽງໂດຍ​ການ​ເປັນ​ປະ​ທານ​ຂອງສະຫາຍ ຄຳພັນ ຄຳພູບົວ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາສະຫາຍ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມຮັບຟັງ.
ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສກລ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ IX ຢູ່ແຂວງວຽງຈັນ

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນກຳມະ ບານລາວທົ່ວປະເທດ ຄັ້ງທີ IX ໃຫ້ບັນດາຄະນະກຳມະບານຮາກຖານ ແລະ ສະຫະພັນກຳມະບານແຂວງວຽງຈັນ ໃນວັນທີ 22 ກັນຍານີ້, ທີ່ສະໂມສອນເມືອງວຽງຄໍາ ແຂວງວຽງຈັນ ໂດຍມີທ່ານ ທອງຈັນ ພູມີພັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີທ່ານ ໄຜ່ລ້ອມ ສິນນະວົງ ຮອງປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ສະມາຊິກພັກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຄຳ​ມ່ວນຄັ້ງ​ທີ XII

ກອງປະຊຸມໃຫຍ່ ສະມາຊິກພັກ ໜ່ວຍພັກຮາກຖານ ຄະນະໂຄສະນາອົບແຂວງຄໍາມ່ວນ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2026, ໂດຍການເປັນປະທານຂອງ ສະຫາຍ ບຸນເລີງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ທ່ານ ນິກອນ ພົມວົງສາ ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກຄັ້ງທີ X ໄດ້​ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍາ ແລະ ສໍາເລັດໃນວັນດຽວກັນນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະ​ນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອາດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 14 ກັນຍານີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍອະດີດການນໍາຂັ້ນສູງຄະນະຈັດຕັ້ງສູນກາງພັກ, ຜູ້ແທນສົມບູນ, ສະຫາຍສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ຄຕພ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກຂອງຊາດ

ໃນວັນທີ3ກັນຍານີ້ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຜີຍແຜ່, ເຊື່ອມຊຶມວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ຄົບຮອບ 51 ປີ (23/8/1975-23/8/2026); ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026) ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໂຮງຮຽນທະຫານຊາຍແດນ 712 ຈັດພິທີເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຂຽນທອງ ໄຊສົມບູນ ຫົວໜ້າການທະຫານ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການ, ກອງພັນນັກຮຽນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວປກ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 2 ກັນຍານີ້, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກຳມະການສຳຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫສພ ເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກກະສານສຳຄັນຂອງພັກ

ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ເອກະສານສຳຄັນ ຂອງພັກ ຂຶ້ນໃນວັນທີ 2 ກັນຍານີ້ ທີ່ ຫສພ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານດັ່ງກ່າວ ຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ ຄະນະປະຈໍາພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຄະນະບໍລິຫານງານພັກ, ຄະນະກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ - ລັດຖະກອນ ທີ່ຮັບຜິດຊອບວຽກງານກວດກາ ພາຍໃນຫ້ອງວ່າການສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ