ຫສນຍ ສືບຕໍ່ເພີ່ມທະວີສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ

ຫສນຍ ສືບຕໍ່ເພີ່ມທະວີສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ
ໃນຕອນເຊົ້າ ວັນທີ 21 ພະຈິກ 2023, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມລາຍງານຫຍໍ້ ກ່ຽວກັບການຜັນຂະຫຍາຍຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ດ້ວຍທິດ 3 ຫັນ ເພື່ອຍົກສູງຄຸນນະພາບ 3 ດີ ແລະ ປະກາດການຈັດຕັ້ງ ກົມຄົ້ນຄວ້າສັງລວມ, ກົມຈັດຕັ້ງ ແລະ ພະນັກງານ ແລະ ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີຫົວໜ້າ ຫສນຍ; ມີສະຫາຍຮອງເລຂາຄະນະພັກ, ບັນດາສະຫາຍຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຫໍປະຊຸມແຫ່ງຊາດ ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງພາຍໃນ ຫສນຍ ເຂົ້າຮ່ວມ.
ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບຜົນການຜັນຂະຫຍາຍຂໍ້ແຂ່ງຂັນຮັກຊາດ-ພັດທະນາ ດ້ວຍທິດ 3 ຫັນ ເພື່ອຍົກສູງຄຸນນະພາບ 3 ດີ, ການປະກອບຄໍາເຫັນ ແລະ ຂໍ້ສະເໜີຕໍ່ຄະນະພັກ-ຄະນະນຳ ຫສນຍ ຈາກຜູ້ຕາງໜ້າຂອງບັນດາກົມ ຊຶ່ງເຫັນວ່າ ບັນດາພາກສ່ວນດັ່ງກ່າວ ໄດ້ເອົາໃຈໃສ່ຜັນຂະຫຍາຍຂໍ້ແຂ່ງຂັນ ເຂົ້າໃນແຜນວຽກຂອງພາກສ່ວນຕົນ ໂດຍສະເພາະ ການປະຕິບັດໜ້າທີ່ ທີ່ຕິດພັນກັບຂໍ້ຕົກລົງຂອງ ຫສນຍ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງ ຫສນຍ, ເພີ່ມຄວາມເປັນເຈົ້າການ ໃນການຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ ໂດຍໄດ້ສ້າງແຜນດຳເນີນງານ, ກຳນົດໄລຍະເວລາຈັດຕັ້ງປະຕິບັດ ແລະ ຄາດຄະເນຜົນສໍາເລັດຢ່າງຈະແຈ້ງ; ໄດ້ເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ບັນດານິຕິກຳ, ມະຕິ, ຄຳສັ່ງຂອງຂັ້ນເທິງ ອອກເປັນແຜນການ-ແຜນງານ, ໜ້າວຽກລະອຽດຂອງກົມ, ຂອງພະແນກ ມອບໝາຍໃຫ້ພະນັກງານຮັບຜິດຊອບ ຈັດຕັ້ງປະຕິບັດ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ໃນແຕ່ລະໄລຍະ, ທັງມີການຕິດຕາມຊຸກຍູ້, ຖອດຖອນບົດຮຽນ ແລະ ສະຫຼຸບລາຍງານ ເປັນປົກກະຕິ; ສາມາດແກ້ໄຂບັນດາຂອດຂັ້ນການດຳເນີນເອກະສານ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ ກວ່າເກົ່າ; ໄດ້ສຸມໃສ່ກໍ່ສ້າງພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໄປຕາມທິດຫັນເປັນຊ່ຽວຊານສະເພາະດ້ານ ເພື່ອຍົກສູງຄຸນນະພາບໃນການເປັນເສນາທິການ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ ໃນແຕ່ລະໄລຍະ ແລະ ສອດຄ່ອງກັບທິດທາງແຜນການ ຂອງຄະນະພັກ ຫສນຍ ວາງອອກ.
ໃນໂອກາດດຽວກັນ, ກໍໄດ້ມີພິທີປະກາດການຈັດຕັ້ງ ພາຍໃນກົມຄົ້ນຄວ້າສັງລວມ, ກົມຈັດຕັ້ງ ແລະ ພະນັກງານ ແລະ ຫໍປະຊຸມແຫ່ງຊາດ, ຊຶ່ງສະຫາຍ ນາງ ບຸນໜັກ ດາລາງາແກ້ວ, ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນ-ແຕ່ງຕັ້ງ ພະນັກງານ-ລັດຖະກອນ ໃນນັ້ນ, ໄດ້ສັບຊ້ອນຮອງຫົວໜ້າກົມ ຈຳນວນ 3 ທ່ານ, ຫົວໜ້າພະແນກ ຈຳນວນ 1 ທ່ານ, ຮອງຫົວໜ້າພະແນກ ຈຳນວນ 3 ທ່ານ ແລະ ແຕ່ງຕັ້ງຫົວໜ້າພະແນກ ຈຳນວນ 5 ທ່ານ, ຮອງຫົວໜ້າພະແນກ ຈຳນວນ 14 ທ່ານ, ຫົວໜ້າຂະແໜງ ຈຳນວນ 1 ທ່ານ ແລະ ຮອງຫົວໜ້າຂະແໜງ ຈຳນວນ 2 ທ່ານ.
ຕອນທ້າຍ, ສະຫາຍລັດຖະມົນຕີ, ຫົວໜ້າ ຫສນຍ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງສະຫາຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ ຂອງພັກ ໂດຍສະເພາະ ການນຳພາຊີ້ນໍາສະມາຊິກພັກ-ພະນັກງານ ໃນການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ, ຕັດສິນໃຈບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍ ໃຫ້ເຮັດສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກ ໃຫ້ບັນດາຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃຫ້ສືບຕໍ່ເພີ່ມທະວີກໍາລັງແຮງ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ການເມືອງ, ເພີ່ມທະວີກຳລັງແຮງຄວາມສາມັກຄີພາຍໃນ; ສືບຕໍ່ຮັກສາມູນເຊື້ອຄວາມເປັນແບບຢ່າງນຳໜ້າໃນການນຳພາ-ຊີ້ນຳ;ເດັດຂາດໃນການປະຕິບັດໜ້າທີ່ວຽກງານບົນຫຼັກການເຮັດວຽກເປັນໝູ່ຄະນະ; ເສີມຂະຫຍາຍພາລະບົດບາດ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ສະດວກ, ວ່ອງໄວ ແລະ ມີປະສິດທິຜົນ; ຮຽກຮ້ອງພະນັກງານຫຼັກແຫຼ່ງທຸກຂັ້ນຢູ່ພາຍໃນ ຫສນຍ ພ້ອມກັນເຊີດຊູຄວາມເປັນເຈົ້າການນຳພາຈັດຕັ້ງປະຕິບັດວຽກງານ, ຍົກສູງຄວາມເປັນເອກະພາບ ໂດຍສະເພາະ ການຈັດວາງພະນັກງານ-ລັດຖະກອນ ຕ້ອງມີຄວາມເປັນກາງ, ຍຸຕິທຳ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ; ສືບຕໍ່ເພີ່ມທະວີ ການນຳພາຊີ້ນຳ ໃນການປະຕິບັດພາລະບົດບາດຂອງກົມກອງຕົນ ຕາມຄຳຂວັນ 3 ດີ (ເປັນເສນາທິການທີ່ດີ, ປະສານງານດີ ແລະ ບໍລິການຮັບໃຊ້ດີ) ຕາມທິດ 3 ຫັນ: (1). ຫັນປ່ຽນຈາກແນວຄິດຄອງຄອຍ, ລໍຖ້າຄຳສັ່ງ, ລັງເລ ໄປສູ່ຄວາມເປັນເຈົ້າການກ່ວາເກົ່າ; (2). ຫັນປ່ຽນຈາກການເຮັດວຽກບໍ່ມີແຜນການທີ່ຮັດກຸມ ໄປສູ່ການເຮັດວຽກຢ່າງມີລະບົບ, ມີລະບອບ, ມີລະບຽບ ໂດຍມີຈຸດສຸມ ແລະ ຄາດໝາຍທີ່ຊັດເຈນ; (3). ຫັນປ່ຽນຈາກລະບົບເຮັດວຽກມີຫຼາຍຂັ້ນຫຼາຍຂອດໄປສູ່ລະບົບການເຮັດວຽກທີ່ສະດວກ, ວ່ອງໄວ, ຖືກຕ້ອງ ແລະ ທັນສະໄໝກວ່າເກົ່າ.(ຂ່າວ-ພາບ: ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 1 ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມານີ້ ທີ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍມີທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີ ທ່ານ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍບັນດາຄະນະນໍາກົມໃຫຍ່ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ຊ່ວຍກັນສົ່ງເສີມສິ້ນໄໝມ້ອນຊໍາເໜືອ ຜະລິດຕະພັນຂອງຊາວແຂວງຫົວພັນ

ໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ມີຫຼາຍພາກ ສ່ວນລວມທັງບຸກຄົນ ໄດ້ນໍາເອົາຜະລິດຕະພັນຂອງຕົນມາວາງຈໍາໜ່າຍ. ທ່ານ ນາງ ມິດຕາວັນ ພັນວົງສາ ເຈົ້າຂອງຮ້ານສິ້ນໄໝມ້ອນຊໍາເໜືອ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ-ດີໃຈ ປີນີ້, ເປັນປີທໍາອິດທີ່ໄດ້ມີໂອກາດນໍາເອົາສິ້ນໄໝມ້ອນຊໍາເໜືອ ຊຶ່ງເປັນຜະລິດຕະພັນສິ້ນເອກະລັກຂອງຊໍາເໜືອແທ້ມາວາງຂາຍໃນງານບຸນພະທາດຫຼວງ ທີ່ເປັນບຸນປະເພນີລະດັບຊາດຂອງລາວເຮົາ. ປົກກະຕິຂາຍຢູ່ຕະຫຼາດວຽງໄຊ ເມືອງວຽງໄຊ ແຂວງຫົວພັນ. ສິ້ນທີ່ນໍາມາວາງສະແດງ-ຂາຍໃນປີນີ້ ມີຂາຍປະເພດຄື: ຫຼັກໆແມ່ນສິ້ນໄໝມ້ອນສົດ, ສິ້ນຝ້າຍ, ມ້ອນປົນຝ້າຍ, ລາຄາເລີ່ມຕົ້ນ 2 ແສນກີບ ຫາ 3 ລ້ານກວ່າກີບ, ສິ້ນໄໝມ້ອນຊໍາເໜືອ ຈະມີເອກະລັກສະເພາະໃນຕົວ ແລະ ມີລວດລາຍສວຍງາມ ປານີດທີ່ສຸດ ຕໍາດ້ວຍສີມືຂອງຄົນລາວຊາວຊໍາເໜືອແທ້ ປະກອບມີ: ລາຍນາກ, ລາຍຮູບດອກໄມ້, ລາຍນົກຍຸງ, ລາຍງູ, ລາຍຊ້າງ.
ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ຜະລິດຕະພັນເຜົ່າເມີ້ຍ ມີຄວາມງາມທີ່ເປັນເອກະລັກໄດ້ຮັບຄວາມນິຍົມຈາກສັງຄົມ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າໃນງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2025 ທ່ານນາງ ວັນນີ ລໍມະນີ ຄະນະຜູ້ບໍລິຫານກຸ່ມຫັດຖະກຳຕໍ່າຫູກ-ທໍໄໝລາຍເຜົ່າເມີ້ຍດັ້ງເດີມເຮືອນລໍມະນີ ເປັນຕົວແທນຜະລິດຕະພັນເຜົ່າເມີ້ຍ ເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງເປັນສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດັອບຂອງແຂວງ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 3 ພະຈິກນີ້ວ່າ: ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມງານໃນຄັ້ງນີ້ ເພື່ອເຜີຍແຜ່ວັດທະນະທໍາຂອງເຜົ່າເມີ້ຍຜ່ານເຄື່ອງນຸ່ງຫົ່ມອັນຈົບງາມ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກ ແລະ ເຫັນວ່າເຜົ່າເມີ້ຍມີເອກະສະເພາະຂອງຕົນ ເພື່ອຈຳໜ່າຍສິນຄ້າ ແລະ ກະຈາຍລາຍໄດ້ໃຫ້ປະຊາຊົນພາຍໃນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ມອບ-ຮັບ ໂຄງການກໍ່ສ້າງຮ່ອງລະບາຍນໍ້າຕົວເມືອງທ່າແຂກ

ພິທີ ມອບ-ຮັບ ໂຄງການ ກໍ່ສ້າງຮ່ອງລະບາຍນໍ້າ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາ (ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ) ກັບ ເຈົ້າຂອງໂຄງການ (ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ) ເພື່ອມອບຕໍ່ໃຫ້ແກ່ ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ເປັນຜູ້ຄຸ້ມຄອງຊົມໃຊ້, ຊຶ່ງໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ຢູ່ທີ່ໂຮງແຮມ ຣີເວີເຣຍ ເມືອງທ່າແຂກ ແຂວງຄໍາມ່ວນ.
ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ເລຂາພັກແຂວງບັນຍາຍເອກະສານ ຊຸດຝຶກອົບຮົມທິດສະດີການເມືອງໃຫ້ການນຳຂັ້ນເມືອງ-ນະຄອນ

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນຊຸດຝຶກອົບຮົມໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ແລະ ນະຄອນໄກສອນພົມວິຫານ, ຊຶ່ງຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນລະຫວ່າງວັນທີ 4-8 ພະຈິກ 2025; ເຂົ້າຮ່ວມມີສະຫາຍ ຄໍາວິໄສ ຜຸຍຍະວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສະ ຫວັນນະເຂດ ແລະ ສະຫາຍ ສາລີ ວິນລາວັນ ຄະນະປະຈຳພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ.
ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ເລຂາຄະນະບໍລິຫານງານພັກເມືອງ ແກ່ນທ້າວລົງຕິດຕາມການສໍາຫຼວດພົນລະເມືອງ.

ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ, ຊຶ່ງວຽກງານດັ່ງກ່າວ ແມ່ນວຽກງານໃຫຍ່ລະດັບຊາດ ຈະໄດ້ຈັດຂຶ້ນໃນທຸກໆ 10 ປີ. ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025, ເມືອງແກ່ນທ້າວ ແຂວງໄຊຍະບູລີມີທັງໝົດ 51 ເຂດສໍາຫຼວດ ຊຶ່ງໄດ້ເລີ່ມລົງສໍາຫຼວດຢ່າງເປັນທາງການໃນວັນທີ 3 ພະຈິກ 2025 ແລະ ຈະໄດ້ດໍາເນີນໄປຮອດວັນທີ 14 ທັນວາ 2025.
ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແລກປ່ຽນບົດຮຽນກັບ ສະຫະພັນກຳມະບານແຂວງວຽງຈັນ.

ໃນວັນທີ 4 ພະຈິກຜ່ານມານີ້, ສະຫາຍ ເວ ຢົງຊານ ຮອງປະທານສະຫະພັນກຳມະບານເຂດປົກຄອງຕົນເອງເຜົ່າຈ້ວງ ແຂວງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ກັບ ສະຫະພັນກຳມະບານແຂວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງວຽງຈັນ ພ້ອມດ້ວຍຄະນະ, ພິທີໄດ້ມີຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ.
ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ສາລາພັກເຢັນນໍ້າບຸ້ຍ ບ້ານໜອງແປນ ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ໜ້າໄປສໍາພັດ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກໍາລັງສືບຕໍ່ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ພາຍໃນເມືອງຊຶ່ງມີຫຼາຍຈຸດທີ່ໜ້າສົນໃຈ ເຂດທາງເລກ 10 ໂດຍສະເພາະແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ທີ່ຕິດພັນກັບເຫດການທາງປະຫວັດສາດ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນໃນວັນທີ 10 ພະຈິກນີ້

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 10-21 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 10 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.
ເພີ່ມເຕີມ