ຫສພ ເຜີຍແຜ່ເອກກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ

ຫສພ ເຜີຍແຜ່ເອກກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ

ຫສພ ເຜີຍແຜ່ເອກກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ
ຫ້ອງວ່າການສູນກາງພັກ (ຫສພ) ໄດ້ຈັດຕັ້ງເຜີຍແຜ່ເອກະສານ ແລະ ປາຖະກະຖາວັນສຳຄັນຂອງພັກຂອງຊາດ ຂຶ້ນໃນວັນທີ 7 ກັນຍານີ້ ທີ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານ ຂອງ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກມີຄະນະບໍລິຫານງານພັກ, ຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.
ຫສພ ເຜຍແຜເອກກະສານ ແລະ ປາຖະກະຖາວນສຳຄນຂອງພກຂອງຊາດ - image 1
 

 

ໃນພິທີ, ສະຫາຍ ເພັດ ພົມພິພັກ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII, ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກເຜີຍແຜ່ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 68/ກມສພ, ລົງວັນທີ 20 ສິງຫາ 2026 (ສະບັບປັບປຸງ) ແລະ ສະຫາຍ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໄດ້ເຜີຍແຜ່ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເສກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026 ແລະ ໄດ້ປາຖະກະຖາ 3 ວັນປະຫວັດສາດຂອງຊາດ ຄື: ເອກກະສານກ່ຽວກັບ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົຍຮອບ 35 ປີ (15/8/1991-15/8/2026), ວັນຢຶດອຳນາດ ຄົບຮອບ 81 ປີ(23/8/1945 - 23/8/2026) ແລະ ເອກະສານມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດເນື່ອງໃນໂອກາດ ຄົບຮອບ 76 ປີ (13/8/1950-13/8/2026)

ໃນການຈັດຕັ້ງເຜີຍແຜ່ເອກະສານ ແລະ ປາຖະກະຖາວັນສຳຄັນຂອງພັກ-ຊາດ ຄັ້ງນີ້: ເພື່ອເຮັດໃຫ້ສະມາຊິກພັກ ແລະ ພະນັກງານລັດຖະກອນໃນທົ່ວຫ້ອງວ່າການສູນກາງພັກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນມະຕິເອກະສານທີ່ສຳຄັນ ແລະ ໄດ້ເຊື່ອມຊຶມການກຳເນີດ ແລະ ເຕີບໃຫຍ່ ຂະຫຍາຍຕົວຂອງອົງການຈັດຕັ້ງຂອງພັກ ແລະ ລັດແຕ່ລະໄລຍະ ໂດຍພາຍໃຕ້ການຊີ້ນຳ ແລະ ນຳພາຂອງພັກປະຊາຊົນ ປະຕິວັດລາວ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ຍົກລະດັບຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ

ວັນທີ 7 ກັນຍາ 2026 ນີ້, ຢູ່ພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ທາງພຸດທະສາໜາ ແລະວັດທະນະທຳລາວ ໃຫ້ແກ່ພະນັກງານນຳທ່ຽວ ຂັ້ນແຂວງຫຼວງພະບາງ ໂດຍມີ ທ່ານ ວັນນະເດດ ພົງສຸດທິ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ສາທຸ ແສງດາວ ສັນຕິກະໂຣ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ນະຄອນ ຫຼວງພະບາງ, ຮອງຫົວໜ້າກຳມາທິການເຜີຍແຜ່ສີນລະທຳ ກຳມະຖານແຂວງ ແລະເຈົ້າອອະທິການວັດປ່າໄຜ່ມີໄຊຍາຣາມ ແລະທ່ານ ຄຳສອນ ດາລາວົງ ປະທານສະມາຄົມພະນັກງານນຳທ່ຽວແຂວງ ພ້ອມດ້ວຍພະນັກງານນຳທ່ຽວ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ພະນັກງານຄັງເງິນ 6 ແຂວງພາກເໜືອ ໄດ້ຮັບການເສີມທັກສະ ກ້າວສູ່ການເງິນທັນສະໄໝ

ວັນທີ 7 ກັນຍາ 2026 ນີ້, ທີ່ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະຄັງເງິນ ຊຸດທີ I ປະຈຳປີ 2026 ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ, ມີພະນັກງານຄັງເງິນແຫ່ງລັດຈາກ 6 ແຂວງພາກເໜືອ ແລະ 17 ເມືອງ ເຂົ້າຮ່ວມ 50 ຄົນ.
ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຮອງ​ປະ​ທານ ສ​ພ​ຊ ຕິດຕາມ ຊຸກຍູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ເພື່ອເກັບກໍາ, ສັງລວມສະພາບ ແລະ ຂໍ້ມູນຜົນກະທົບຂອງປະຊາຊົນຈາກໄພນໍ້າຖ້ວມ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ, ປຶກສາຮ່ວມກັບລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ແກ້ໄຂຜົນກະທົບ ໃຫ້ຖືກຕ້ອງກັບຕົວຈິງ ແລະ ທັນກັບສະພາບການ. ໃນວັນທີ 5-6 ກັນຍາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ (ສ​ພ​ຊ) ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ໂດຍການຕ້ອນຮັບຂອງເລຂາຄະນະບໍລິ ຫານພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈຳເດືອນສິງຫາ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 3-4 ກັນຍາຜ່ານ​ມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຄະ​ນະເລຂາທິ ການສູນກາງພັກ ຮັກສາການປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ແຂວງເຊກອງ ປະດັບຫຼຽນກາລະນຶກ 50 ປີ ໃຫ້ອະດີດການນໍາເມືອງລະມາມ

ພິ​ທີ​ປະ​ດັບຫຼຽນ​ກາ​ທີ່​ລະ​ນຶກ 50 ປີ ວັນສະຖາປະນາ ສປປ ລາວ (2 ທັນວາ 1975-2 ທັນວາ 2025) ໃຫ້ທ່ານ ຄໍາໄລ ປັນຍາຄູນ ພະນັກງານບໍານານ, ອະດີດຄະນະປະຈໍາພັກເມືອງ, ອະດີດຮອງເຈົ້າເມືອງລະມາມ ແລະ ທ່ານ ນາງ ສອນ ປັນຍາຄູນ ອໍານວຍການກຸ່ມບໍລິສັດສອນ ກໍ່ສ້າງຄົບວົງຈອນ ຈໍາກັດຜູ້ດຽວ ໄດ້​ມີ​ຂຶ້ນ​ໃນວັນທີ 4 ກັນຍາຜ່ານ​ມາ, ໃຫ້​ກຽດປະ​ດັບຫຼນ​ດັ່ງ​ກ່າວ ໂດຍ ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ.
ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກຸ່ມ​ໂຮງ​ສີ​ເຂົ້າ-ເກັບ​ຊື້​ເຂົ້າ ເມືອງ​ພຽງ ສະຫຼຸບການເຄືອນໄຫວວຽກ​ງານ

ກອງປະຊຸມສະຫຼຸບວຽກງານການເຄືອນໄຫວໃນໄລຍະຜ່ານມາ ແລະ ຄັດເລືອກຄະນະກຸ່ມຊຸດໃໝ່ ຂອງກຸ່ມໂຮງສີເຂົ້າ-ເກັບຊື້ເຂົ້າເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 4 ກັນຍາ​ຜ່ານ​ມາ ທີ່ ເມືອງພຽງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ, ມີພາກ​ສ່ວນກ່ຽວຂ້ອງ, ພ້ອມດ້ວຍສະມາຊິກກຸ່ມເຂົ້າຮ່ວມ.
ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ກອງພົນທີ 4 ປະກາດເລື່ອນຊັ້ນ ເລື່ອນທຽບຊັ້ນໃຫ້ນາຍທະຫານ

ວັນທີ 4 ກັນຍາ ຜ່ານມາ, ກອງພົນທີ 4 ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງ ກອງພົນທີ 4, ມີສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ພິທີມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງຫຼວງພະບາງ

ວັນທີ 5 ສິງຫາ ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນ 100 ລ້ານກີບ ເພື່ອຊຸກຍູ້ສະພາປະຊາຊົນແຂວງ ແລະ ອຳນາດການປົກຄອງແຂວງ
ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ພາຂວັນຕົວແທນຈາກແຂວງອຸດົມໄຊ ໄດ້ຮັບໂລ້ລາງວັນເຂົ້າຮ່ວມງານເທສະການຄຳລາວ

ງານເທສະການຄຳລາວປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 4-6 ກັນຍາ 2026 ຢູ່ນະຄອນ ຫຼວງວຽງຈັນ ໄດ້ຈັດໃຫ້ມີຫຼາຍກິດຈະກຳປິ່ນອ້ອມ ເພື່ອເຮັດໃຫ້ພາຍໃນງານມີບັນຍາກາດຄືກຄື້ນໜຶ່ງໃນຫຼາຍໆກິດຈະກຳນັ້ນ ກໍມີກິດຈະກຳແຂ່ງຂັນສີໄມ້ລາຍມືອັນປານີດ ໃນການເຮັດພາຂວັນຂອງແຕ່ລະທ້ອງ ຖິ່ນທົ່ວປະເທດ. ຊຶ່ງກິດຈະກຳດັ່ງກ່າວໄດ້ມີຕົວແທນແຕ່ລະແຂວງເຂົ້າຮ່ວມ 10 ທີມ, ສະເພາະແຂວງອຸດົມໄຊໄດ້ຮັບລາງວັນຊົມເຊີຍ ໂດຍໄດ້ຮັບເງິນ 5 ລ້ານກີບ ພ້ອມໂລ້ລາງວັນ.
ຊ່ຽວຊານແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ  ເດີນທາງເຖິງ ນວ

ຊ່ຽວຊານແພດ ຂະບວນລົດໄຟສັນຕິພາບ 2026 ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງເຖິງ ນວ

ຄະນະຊ່ຽວຊານການແພດ “ຂະບວນລົດໄຟສັນຕິພາບ 2026” ຂອງກອງທັບປົດປ່ອຍປະຊາຊົນຈີນ ນຳໂດຍສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອຳນວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ຫົວໜ້າກອງແພດລົດໄຟເສນາຮັກແຫ່ງ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ (ນວ) ໃນວັນທີ 6 ກັນຍາ ນີ້, ໃຫ້ການຕ້ອນຮັບຢ່າງອົບອຸ່ນຢູ່ສະຖານີລົດໄຟ ລາວ-ຈີນ ນະຄອນຫຼວງວຽງຈັນ ໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບປະຊາຊົນລາວ ທັງເປັນຄະນະຊີ້ນໍາການຝຶກຊ້ອມຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ “ຂະບວນລົດໄຟສັນຕິພາບ 2026” ພ້ອມດ້ວຍຄະ ນະ.
ເພີ່ມເຕີມ