ພິທີເປີດສົກຮຽນ ໃໝ່ ສົກຮຽນ 2024-2025

ເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດ ເປີດສົກຮຽນໃໝ່ ສົກ 2024-2025

ເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດ ເປີດສົກຮຽນໃໝ່ ສົກ 2024-2025
ເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດສົກຮຽນ ໃໝ່ ສົກຮຽນ 2024-2025 ຂຶ້ນໃນວັນທີ 2 ກັນຍານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍມີການຈັດກິດຈະກຳທີ່ຫຼາກຫຼາຍເພື່ອສ້າງຄວາມເບີກບານມ່ວນຊື່ນ ດຶງດູດຈິດໃຈໃຫ້ຫຼານນ້ອຍມັກ-ຮັກໃນການມາໂຮງຮຽນຫຼາຍຂຶ້ນ.

 

ທ່ານນາງ ພາວັນນາ ບຸນມີອາໄພ ຜູ້ອຳນວຍການເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປີນີ້ເປັນປີພິເສດທາງໂຮງຮຽນໄດ້ຈັດກິດຈະກຳຕ່າງໆຂຶ້ນມາໃຫ້ລູກຫຼານໄດ້ມີຄວາມເບີກບານມ່ວນຊື່ນໃນໂອກາດເປີດໂຮງຮຽນໃໝ່ ສົກຮຽນ 2024-2025 ຊຶ່ງທາງໂຮງຮຽນໄດ້ມີການພັດທະນາການຮຽນ-ການສອນ, ການປັບປຸງພື້ນຖານໂຄງລ່າງ ເນັ້ນກິດຈະກຳການປະຕິບັດຕົວຈິງພັດທະນາເດັກໃຫ້ເໝາະສົມຕາມໄວອາຍຸຂອງເຂົາເຈົ້າເພື່ອໃຫ້ເປັນໂຮງຮຽນຕົວແບບຄຸນນະພາບຂອງ ມຊ, ໂຮງຮຽນມີຄູທັງໝົດ 20 ຄົນ, ສົກຮຽນນີ້ໄດ້ຮັບຄູສັນຍາຈ້າງເພີ່ມ 14 ຄົນ ເພື່ອຮອງຮັບການຂະຫຍາຍຕົວຂອງໂຮງຮຽນ, ຫ້ອງໜຶ່ງຕໍ່ຄູ 2 ຄົນ ໂດຍເນັ້ນຄຸນນະພາບແທ້ໆ. ໃນນັ້ນໄດ້ປັບປຸງຫ້ອງນໍ້າໃໝ່ມີຫ້ອງນໍ້າຍິງ-ຊາຍ, ມີລະບົບນໍ້າຮ້ອນ-ນໍ້າເຢັນ ເພື່ອໃຫ້ລູກຫຼານທີ່ມາຮຽນມີຄວາມສະດວກສະບາຍ ຊຶ່ງມີຫ້ອງລ້ຽງເດັກຈົນຮອດຫ້ອງອະນຸບານ 3. ມາຮອດປັດຈຸບັນພວກເຮົາມີຄວາມພ້ອມດ້ານພື້ນຖານໂຄງລ່າງ ແລະ ຄູ-ອາຈານ, ໃນອະນາຄົດຖ້າມີນັກຮຽນຫຼາຍພວກເຮົາສາມາດຂະຫຍາຍຫ້ອງຮຽນເປັນຫຼາຍໆຫ້ອງໄດ້ຕາມຄວາມຕ້ອງການຂອງນັກຮຽນ, ສົກຮຽນນີ້ຄາດວ່າຈະມີນັກຮຽນ ມາຮຽນຕົວຈິງ 300 ກວ່າຄົນ, ພວກເຮົາຈະເນັ້ນຫ້ອງໜຶ່ງ 25-30 ຄົນຕໍ່ຄູ 2 ຄົນ, ທາງໂຮງຮຽນສາມາດຮອງຮັບນັກຮຽນໄດ້ເຖິງ 700-800 ຄົນ, ຍ້ອນວ່າພວກເຮົາມີຫ້ອງຮຽນ ແລະ ຄູ-ອາຈານພຽງພໍໄວ້ຄອຍບໍລິການເປັນທີ່ຮຽບຮ້ອຍແລ້ວ. ສຳລັບກິດຈະກຳມີຂີ່ລົດຖີບ, ຫຼິ້ນຊາຍ, ເດີ່ນເຕະບານ, ມູມສິລະປະສ້າງສັນ ແລະ ກິດຈະກຳອື່ນໆເພື່ອສ້າງຄວາມສຸກຄວາມເບີກບານມ່ວນຊື່ນໃຫ້ກັບລູກຫຼານ.

ທ່ານນາງ ສົມສະຫວັນ ຄຳວານວົງສາ ປະທານໂຄງການຮ່ວມພັດທະນາ ຊຶ່ງເປັນຜູ້ໜຶ່ງທີ່ມີວິໃສທັດອັນກວ້າງໄກໄດ້ມາພັດທະນາໂຮງຮຽນແຫ່ງນີ້ ຊຶ່ງໄດ້ມີການປັບປຸງດ້ານພື້ນຖານໂຄງລ່າງຂອງໂຮງຮຽນໃຫ້ມີຮູບແບບໃໝ່ໂດຍເນັ້ນກິດຈະກຳສຳລັບເດັກ ເພື່ອໃຫ້ເຂົາເຈົ້າຮູ້ຈັກຊ່ວຍເຫຼືອຕົນເອງ ເພື່ອພັດທະນາໃຫ້ເຂົາເຈົ້າມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍສົມໄວກຽມພ້ອມກ້າວສູ່ຄວາມເປັນຜູ້ໃຫຍ່ໃນອະນາຄົດ ໂດຍນໍາໃຊ້ຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາເປັນຫຼັກ ແລະ ເສີມສ້າງດ້ານພາສາຕ່າງປະເທດເຊັ່ນ: ພາສາອັງກິດ ແລະ ພາສາຈີນ, ເນັ້ນກິດຈະກຳເປັນສ່ວນໃຫຍ່ປູກຈິດສຳນຶກໃຫ້ເດັກຮູ້ຮັກສາສິ່ງແວດລ້ອມ, ປູກຝັງ-ລ້ຽງສັດ, ແຕ່ງອາຫານ, ປັ້ນ, ແຕ້ມ, ສິລະປະ ແລະ ອື່ນໆ, ໂຄງການຂອງພວກເຮົາມີໂຮງອາຫານ, ສະລອຍນໍ້າ ເນັ້ນກິດຈະກຳມີຄວາມສຸກກັບການຫຼິ້ນກິລາ ຊຶ່ງເປັນກິດຈະກຳເສີມສ້າງທັກສະໃຫ້ເດັກ ໂດຍຫຼິ້ນຜ່ານການຮຽນ, ຮຽນຜ່ານການຫຼິ້ນ, ໂຄງການໃຊ້ເວລາ 5 ປີຈຶ່ງຈະສຳເລັດ ແລະ ຄາດວ່າຈະພັດທະນາໄປເລື່ອຍໆຂຶ້ນກັບຜົນຕອບຮັບຂອງສັງຄົມ ພວກເຮົາເຮັດດ້ວຍການລົງທຶນທີ່ຄຸ້ມຄ່າທີ່ສຸດຄືການໄດ້ເຫັນລູກຫຼານເຕີບໃຫຍ່ຢ່າງມີຄຸນນະພາບ ແລະ ມີອະນາຄົດທີ່ດີ ເພື່ອສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນຕົວແບບຮອບດ້ານທາງດ້ານຄຸນນະພາບ. ດັ່ງນັ້ນ, ພວກເຮົາມາຮ່ວມກັນສ້າງເດັກນ້ອຍໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄວາມພ້ອມໃນການພັດທະນາຕົນເອງ ແລະ ປະເທດຊາດ.

ຂ່າວ-ພາບ: ພູວັນ

ຄໍາເຫັນ

ຂ່າວສືກສາ-ກິລາ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ