ຫວຽດເຈັດ ເປີດຖ້ຽວບິນກົງ ວຽງຈັນ-ໂຮ່ຈີ່ມິນ ມີນະໂຍບາຍພິເສດຫຼາຍລາຍການ

ຫວຽດເຈັດ ເປີດຖ້ຽວບິນກົງ ວຽງຈັນ-ໂຮ່ຈີ່ມິນ ມີນະໂຍບາຍພິເສດຫຼາຍລາຍການ
ຫວຽດເຈັດ (VietJet),ເປັນສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຈະເລີ່ມໃຫ້ບໍລິການໃນເສັ້ນທາງໃໝ່ ເຊື່ອມຕໍ່ນະຄອນຫຼວງວຽງຈັນ ສປປ ລາວ-ນະຄອນໂຮ່ຈີ່ມິນ ສສ ຫວຽດນາມ ເລີ່ມແຕ່ວັນທີ 25 ກຸມພາ 2024 , ສາຍການບິນກົງຖ້ຽວທຳອິດພຽງໜຶ່ງດຽວໃນທ້ອງຖິ່ນທີ່ເຊື່ອມຕໍ່ລະຫວ່າງສອງນະຄອນດ້ວຍກັນ. ສາຍການບິນໄດ້ມີນະໂຍບາຍສ່ວນຫຼຸດພິເສດຖ້ຽວບິນລາຄາຖືກ ຫຼື Real deal ບິນໄປຫວຽດນາມ ແລະ ຕ່າງປະເທດ. ເພື່ອແນໃສ່ເຮັດໃຫ້ການເດີນທາງສະດວກຂຶ້ນ ແລະ ເໝາະສົມກັບທຸກຄົນ.
ການໃຫ້ບໍລິການສາຍການບິນ 4 ຄັ້ງຕໍ່ອາທິດ ຈະດໍາເນີນການບິນ ໃນວັນຈັນ, ວັນພຸດ, ວັນສຸກ, ແລະວັນອາທິດ. ໂດຍໃຊ້ເວລາບິນພຽງແຕ່ 2 ຊົ່ວໂມງເທົ່ານັ້ນ. ຖ້ຽວບິນຈະອອກຈາກສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສ ປປ ລາວ ໃນເວລາ 18:45 ໂມງ ແລະໄປຮອດສະໜາມບິນສາກົນ Tan Son Nhatນະຄອນໂຮ່ຈີ່ມິນ ສສຫວຽດນາມໃນເວລາ 20:45 ໂມງ. ອີກດ້ານໜຶ່ງ, ຖ້ຽວບິນຈາກນະຄອນໂຮ່ຈີ່ມິງ ຫາ ນະຄອນຫຼວງວຽງຈັນ ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 17:45 ໂມງ (ຕາມເວລາທ້ອງຖິ່ນ).
ເພື່ອສະເຫຼີມສະຫຼອງເສັ້ນທາງການບິນໃໝ່, ແຕ່ວັນທີ 20 ຫາວັນທີ 22 ທັນວາ, VietJetໄດ້ມີນະໂຍບາຍຫຼາຍພັນລາຍການ ຖ້ຽວບິນລາຄາ ຖືກ 0 ໂດລາ ສໍາລັບເສັ້ນທາງ ວຽງຈັນ-ນະຄອນໂຮ່ຈີ່ມິນ ແລະ ໄປເຖິງຈຸດໝາຍປາຍທາງໃນອົສຕາລີ, ສເກົາຫຼີ, ຍີ່ປຸ່ນ, ຮົງກົງ, ໄຕ້ຫວັນ, ອິນເດຍ, ສິງກະໂປແລະອື່ນໆ. ທ່ານທີ່ສົນໃຈນະໂຍບາຍນີ້ ສາມາດເຂົ້າໄປທີ່ www.vietjetair.com ຫຼື ແອັບ VietJet Air ແລະ ວາງແຜນຖ້ຽວບິນຂອງທ່ານໄດ້ຕັ້ງແຕ່ວັນທີ 25 ກຸມພາ 2024 ຫາ 29 ມີນາ 2024.
ນອກຈາກນັ້ນ, ໃນການສະເຫຼີມສະຫຼອງວັນຄົບຮອບກໍ່ຕັ້ງຂອງ VietJet, ແຕ່ວັນທີ 18 ຫາວັນທີ 24 ທັນວາ, ສາຍການບິນໄດ້ມອບນະໂຍບາຍໃຫ້ລູກຄ້າ ດ້ວຍ e-voucher ມູນຄ່າເຖິງ41 ໂດລາ,ຊຶ່ງສາມາດໃຊ້ເພື່ອຮັບສ່ວນຫຼຸດສຳລັບການຈອງຄັ້ງຕໍ່ໄປທີ່ evoucher.vietjetair.com. ຜູ້ໂດຍສານສາມາດເລືອກການຈອງລ່ວງໜ້າເພື່ອເພີດເພີນກັບສ່ວນຫຼຸດ 30% ສໍາລັບອາຫານໃນຖ້ຽວບິນ ແລະເຄື່ອງດື່ມທັນທີຫຼັງຈາກຈອງປີ້ຂອງທ່ານ. ຜູ້ໂດຍສານທັງໝົດທີ່ບິນກັບ VietJetຈະໄດ້ຮັບປະກັນໄພ Sky Care ບໍ່ເສຍຄ່າ  ແລະ ສາມາດເຂົ້າຮ່ວມໂຄງການ Sky Joy loyalty ເພື່ອສະສົມຄະແນນ ແລະ ແລກຂອງລາງວັນ.
ທ່ານ Jay L Lingeswaraຮອງປະທານຝ່າຍການຄ້າສາຍການບິນ Vietjetກ່າວວ່າ: ພວກເຮົາໄດ້ປະກາດເສັ້ນທາງການບິນໃໝ່ເມື່ອບໍ່ດົນຜ່ານມາ ແລະ ຮູ້ສຶກດີໃຈທີ່ໄດ້ມອບນະໂຍບາຍສ່ວນຫຼຸດຄັ້ງໃຫຍ່ໃຫ້ນັກທ່ອງທ່ຽວຈາກລາວເພື່ອບິນໄປຫວຽດນາມ ແລະເຊື່ອມຕໍ່ໄດ້ໄກກວ່າໃນທົ່ວອາຊີ ແລະ ອົສຕາລີ. ຄຽງຄູ່ກັບບັນດາເສັ້ນທາງການບິນໃໝ່ຂອງ Vietjetທີ່ໄດ້ເປີດນຳໃຊ້ເມື່ອບໍ່ດົນມານີ້, ພວກເຮົາຫວັງວ່າຈະຊຸກຍູ້ການທ່ອງທ່ຽວ, ການຄ້າ ແລະ ເສດຖະກິດບໍ່ພຽງແຕ່ໃນແຕ່ລະປະເທດເທົ່ານັ້ນ ຫາກຍັງຢູ່ໃນພາກພື້ນອີກດ້ວຍ. ພວກເຮົາຈະສືບຕໍ່ເສີມຂະຫຍາຍເຄືອຂ່າຍຂອງພວກເຮົາຢ່າງແຂງແຮງ ດ້ວຍການເຊື່ອມຕໍ່ໃໝ່ ແລະ ມອບປະສົບການທີ່ດີໃນລາຄາທີ່ເໝາະສົມກວ່າ ດ້ວຍເຮືອບິນໃໝ່, ທັນສະໄໝ ແລະ ການບໍລິການທີ່ດີເລີດ.ສາຍການບິນມີຄວາມພາກພູມໃຈໃນການໃຫ້ບໍລິການຜູ້ໂດຍສານທີ່ທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມ ດ້ວຍລູກເຮືອທີ່ເປັນມືອາຊີບ ຄອຍໃຫ້ບໍລິການອາຫານແຊບໆ ທ່ານສາມາດເພີດເພີນກັບອາຫານພື້ນເມືອງຂອງຫວຽດນາມ ເຊັ່ນ: ແຊນວິດຫວຽດນາມ, ກາເຟ, ເຝີ, ແລະ ອາຫານນາໆຊາດ.Vietjetຍິນດີຕ້ອນຮັບທຸກທ່ານ ເລີ່ມຕົ້ນການເດີນທາງເພື່ອຄົ້ນພົບຈຸດໝາຍປາຍທາງໃໝ່ທີ່ເຕັມໄປດ້ວຍຮອຍຍິ້ມ.ຂ່າວ:ຕຸໄລເພັດ

ຄໍາເຫັນ

ຂ່າວການຮ່ວມມື

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ຈີນ-ລາວ ໃຊ້ໂດຣນແລະໝາຫຸ່ນຍົນຝຶກຊ້ອມທາງການແພດ “ລົດໄຟສັນຕິພາບ - 2026” (Peace Train-2026)

ໂດຣນຄົ້ນຫາ ແລະ ກູ້ໄພໄດ້ບິນຂຶ້ນສູ່ທ້ອງຟ້າເພື່ອສຳຫຼວດທາງອາກາດໃນຂອບເຂດກວ້າງ, ໃນຂະນະທີ່ໝາຫຸ່ນຍົນສີ່ຂາເຂົ້າໄປໃກ້ຈຸດເກີດໄພເພື່ອສຳຫຼວດສະພາບພື້ນທີ່ ແລະ ຍານພາຫະນະບໍ່ມີຄົນຄວບຄຸມແບບຕິດຕາມເສັ້ນທາງໄດ້ເຄື່ອນໄປຂ້າງໜ້າເພື່ອລຳລຽງ “ຜູ້ບາດເຈັບ”.
ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ກົງສຸນໃຫຍ່ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໃຫ້ຜູ້ປະສົບໄພຢູ່ແຂວງເຊກອງ

ໃນວັນທີ 9 ກັນຍາຜ່ານ​ມາທີ່ຫ້ອງວ່າການແຂວງເຊກອງ, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ຮ່ວມກັບ ສະມາຄົມນັກທຸລະກິດຫວຽດນາມ ປະຈຳ 4 ແຂວງພາກໃຕ້ ຂອງລາວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ຈຳນວນ 250 ຖົງ ເພື່ອຊ່ວຍປະຊາຊົນຜູ້ປະສົບໄພທາງທຳມະຊາດ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ໂດຍຜ່ານການນໍາແຂວງ ເພື່ອມອບຕໍ່ໃຫ້ກັບປະຊາຊົນ, ກ່າວຮັບແມ່ນ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈຳພັກແຂວງຮອງປະທານຄະນະກຳມະການປົກຄອງແຂວງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ.
ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານອາກາດ ອາຊຽນຄັ້ງທີ 23

ວັນທີ 9 ກັນຍາຜ່ານມາ, ທ່ານ ພົນຈັດຕະວາ ຄໍາສຸກ ຄໍາເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ຄະນະໄດ້ເຂົ້າຮ່ວມກອງປະຊຸມ ຜູ້ບັນຊາການທະຫານອາກາດອາຊຽນ ຄັ້ງທີ 23 (ຜ່ານລະບົບທາງໄກ). ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້: “ການເສີມສ້າງກອງທັບອາກາດອາຊຽນໃຫ້ມີຄວາມສາມາດປະສານງານ ແລະ ເຊື່ອມໂຍງກັນ ການຮ່ວມມືປະຕິບັດການເພື່ອສະຖຽນລະພາບພາກພື້ນ” ໂດຍການເປັນປະທານຂອງທ່ານ ພົນໂທ ອາເທີມ ໂກດູລາ ຜູ້ບັນຊາການທະຫານອາກາດ ແຫ່ງຟີລິບປິນ ພ້ອມດ້ວຍຜູ້ບັນຊາການທະຫານອາກາດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມສຸດຍອດໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11

ໃນວັນທີ 9 ກັນຍາ ນີ້ ທີ່ເຂດປົກຄອງພິເສດຮົງກົງຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບຸລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງທ່ານ John LEE Ka-Chiu ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງຂອງ ສປ ຈີນ ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕິດຕາມການກະກຽມຝຶກຊ້ອມຮ່ວມກອງທັບ ລາວ-ຈີນ

ວັນທີ 9 ກັນຍາຜ່ານມາ ທີ່ສະຖານນີຄ່ຽນຖ່າຍສິນຄ້າວຽງຈັນໃຕ້ ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ພ້ອມດ້ວຍບັນດາຄະນະອະນຸກຳມະການ ໄດ້ເຄື່ອນໄຫວຕິດຕາມ ກວດກາຄວາມພ້ອມຂອງຄະນະຮັບຜິດຊອບ, ກຳລັງພົນ ແລະ ພາກສ່ວນຕ່າງໆ ກ່ອນການຝຶກຊ້ອມຕົວຈິງ.
ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ລາວ-ໄທ ຮ່ວມມືພັດທະນາແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງລາວ

ພິທີເຊັນສັນຍາ ຮ່ວມມື (MOA) ວ່າດ້ວຍການພັດທະນາ ແພລັດຟອມລະບົບໂລຈິສຕິກໄປສະນີດີຈີຕອນຂອງ ສປປ ລາວ ລະຫວ່າງ ກົມໄປສະນີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ບໍລິສັດ ເທັດສະຫຍາມອິນເຕີເນເຊີນໍ ຈຳກັດ ແຫ່ງຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 9 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມລົງນາມຄັ້ງນີ້ ຕາງໜ້າກົມໄປສະນີ ໂດຍ ທ່ານ ຈັນທະວີພອນ ເຄືອບຄຳວອນ ຫົວໜ້າກົມໄປສະນີ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ໂກວິດ ທັນຍາຣັດຕະກູນ ປະທານກຳມະການຜູ້ຈັດການ ບໍລິສັດ ເທດສະຍາມອິນເຕີເນເຊີນໍ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ຄອງຄະນິດ ລັກຈະເລີນ ເອກອັກຄະຣາຊະທູດ ແຫ່ງຣາຊະອາຈັກໄທ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ປາຖະກະຖາວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ

ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ, ສະມາຄົມມິດຕະພາບ ລາວ - ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນ ປະຊທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-09/09/2026),
ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50

ໂດຍອີງຕາມການເຊື້ອເຊີນຂອງ ພັກກອມມູນິດປອກຕຸຍການ, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮ່ວມງານບຸນມະໂຫລານ ອາວັງເຕ ຄັ້ງທີ 50 (Avante Festival) ຂອງ ພັກກອມມູນິດປອກຕຸຍການ (Portuguese Communist Party) ທີ່ເມືອງລິດສະບອນ ປະເທດປອກຕຸຍການ, ໃນລະຫວ່າງວັນທີ 4–6 ກັນຍາ ຜ່ານມາ.
ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຂະບວນລົດໄຟສັນຕິພາບ-2026

ພິທີເປີດການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ ຈັດຂຶ້ນໃນວັນທີ 7 ກັນຍາຜ່ານມາ ທີ່ສະໂມສອນ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ຫົວໜ້າຄະນະຊີ້ນໍາການຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ
ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

ແລກປ່ຽນບົດຮຽນກັບຊ່ຽວຊານ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພັກ-ລັດ

​ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ເພື່ອແລກປ່ຽນບົດຮຽນຮ່ວມກັບ ຄະນະຊ່ຽວຊານຈາກ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນຫົວຂໍ້: ແບບແຜນວິທີເຮັດວຽກ ແລະ ການພົວພັນປະສານງານ ລະຫວ່າງ ເລຂາຄະນະບໍລິຫານງານພັກ ກັບປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ແຂວງ, ເມືອງ ແລະ ນະຄອນ, ໃນວັນທີ 8 ກັນຍານີ້ ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ.
ເພີ່ມເຕີມ