ຂ່າວລະບຸວ່າ: ການຝຶກຊ້ອມໃຫຍ່ເທື່ອທີ 2, ໂດຍການເຂົ້າຮ່ວມຂອງທະຫານ 16.300 ກວ່າຄົນ. ພິເສດ, ການເຂົ້າຮ່ວມຂອງກອງທັບຣັດເຊຍ, ລາວ ແລະ ກຳປູເຈຍ ກໍໄດ້ປະກອບສ່ວນສະແດງໃຫ້ເຫັນແນວທາງການຕ່າງປະເທດປ້ອງກັນຊາດຂອງ ຫວຽດນາມ ຢ່າງມີຊີວິດຊີວາ.
ການຝຶກຊ້ອມໄດ້ດຶງດູດຄວາມສົນໃຈຂອງປະຊາຊົນນະຄອນຫຼວງຮ່າໂນ້ຍ ແລະ ແຂກທ່ອງທ່ຽວເປັນພິເສດ.
ຕາມແຜນການ, ການຝຶກຊ້ອມເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງຈະສືບຕໍ່ຈັດຂຶ້ນຢູ່ສະໜາມຫຼວງບາດິ່ງ ໃນເວລາ 20:00 ໂມງ ຂອງວັນທີ 27 ສິງຫາ ແລະ ການຝຶກຊ້ອມຄັ້ງໃຫຍ່ເທື່ອສຸດທ້າຍຈະຈັດຂຶ້ນໃນເວລາ 6 ໂມງ 30 ນາທີ ຂອງວັນທີ 30 ສິງຫາ ນີ້.
ຄໍາເຫັນ