ຫວຽດນາມ ກໍານົດ 6 ມາດຕະການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມ

ຮຽບຮຽງໂດຍ: ວັນໄຊ ຕະວິນຍານ
ເພື່ອຮັບປະກັນຈຸດໝາຍ ໃນການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມ, ຮັກສາຄວາມສະຫງົບທາງດ້ານການເມືອງ, ເສດຖະກິດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ສະກັດກັ້ນການກະທໍາທຸກຮູບແບບຕໍ່ຄວາມໝັ້ນຄົງຂອງຊາດ.
ກອງປະຊຸມໃຫຍາຄັ້ງທີ XIII ພັກຄອມມູນິດຫວຽດນາມ ໄດ້ກໍານົດວ່າ: ເດັດດ່ຽວຮັກສາຄວາມສະຫງົບແຫ່ງຊາດ-ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ, ເປັນເຈົ້າການກະກຽມຮອບດ້ານໃນທຸກສະຖານະການ, ກຽມພ້ອມທຸກວິທີການ (ລັກສະນະສູ້ຣົບເປັນປະຈໍາ-ຕໍ່ເນື່ອງ). ຄວາມປອດໄພ ແມ່ນໜຶ່ງໃນບັນດາປັດໄຈແຖວໜ້າໃນຊີວິດການເປັນຢູ່ຂອງປະຊາຊົນ, ປົກປ້ອງຄວາມສະຫງົບແຫ່ງຊາດ ແມ່ນປົກປ້ອງຜົນປະໂຫຍດຊີວິດການເປັນຢູ່ຂອງປະຊາຊົນ...
ພັກຄອມມູນິດຫວຽດນາມ ໄດ້ກໍານົດ 6 ມາດຕະການໃຫຍ່ຕົ້ນຕໍຄື: 1, ຍົກສູງຄຸນນະພາບວຽກງານກໍ່ສ້າງພັກ, ປົກປ້ອງຮັກສາຄວາມສະຫງົບພາຍໃນພັກ ແລະ ສ້າງລັດຄຸ້ມຄອງດ້ວຍກົດໝາຍສັງຄົມນິຍົມ. 2, ພັດທະນາເສດຖະກິດຕິດພັນກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ. 3,ພັດທະນາພື້ນຖານວັດທະນະທໍາທີ່ກ້າວໜ້າ ຫຼາຍສີສັນຂອງຊາດ ຍົກສູງວຽກງານໂຄສະນາສຶກສາອົບຮົມ,ຄຸນນະພາບໃນການເຄື່ອນໄຫວວຽກງານສື່ສານມວນຊົນ. 4, ປັບປຸງເສີມຂະຫຍາຍກ້ອນກໍາລັງແຮງ ມະຫາສາມັກຄີຂອງທົ່ວປວງຊົນ. 5, ປັບປຸງກໍາລັງພື້ນຖານປ້ອງກັນຊາດທົ່ວປວງຊົນ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນໃຫ້ເຂັ້ມແຂງ ພ້ອມສູ້ຮົບ. 6, ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງສາກົນ, ສ້າງສະພາບແວດລ້ອມສາກົນ ທີ່ສະດວກໃຫ້ແກ່ການຜະລິດໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ສໍາລັບບົດຮຽນໃນການຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ກ່ອນອື່ນໝົດແມ່ນເຊື່ອມຊຶມທັດສະນະຂອງພັກ “ໃນການປົກປ້ອງດ້ວຍຕົນເອງ” ໝາຍວ່າ ວຽກງານປ້ອງກັນ ຕ້ອງເລີ່ມຈາກຕົນເອງ, ບຸກຄົນ ຕ້ອງເປັນເຈົ້າການເຂົ້າຮ່ວມປັບປຸງບັນດາມະຕິ, ຂໍ້ກໍານົດກ່ຽວກັບການປ້ອງກັນການເມືອງພາຍໃນ, ເພີ່ມທະວີກໍ່ສ້າງ-ປັບປຸງປົວແປງພັກຢ່າງເຂັ້ມງວດ ລວມທັງກົດລະບຽບ, ກົດໝາຍຄຸ້ມຄອງພະນັກງານ-ສະມາຊິກພັກ ເປັນປະຈໍາ. ຕ້ານແນວຄິດເຊື່ອມຖອຍ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ ທີ່ກໍ່ໃຫ້ເກີດແນວຄິດຜັນແປດ້ວຍຕົນເອງ, ຫັນປ່ຽນດ້ວຍຕົນເອງ ທີ່ຈະເປັນສາເຫດເກີດຄວາມບໍ່ສະຫງົບພາຍໃນ. ການເກີດປະກົດການຫຍໍ້ທໍ້, ສໍ້ລາດບັງຫຼວງ. ໄປພ້ອມກັນນັ້ນ, ຕ້ອງສຸມໃສ່ຮັບປະກັນຄວາມສະຫງົບດ້ານວັດທະນະທໍາ, ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ ການອະນຸລັກ ກັບການເສີມຂະຫຍາຍສີສັນວັດທະນະທໍາຊົນຊາດ ກັບການຮັບເອົາສິ່ງຍອດຍິ່ງວັດທະນະທໍາຂອງມວນມະນຸດ. ຄົ້ນຄວ້າ ສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທໍາ ແລະ ມາດຕະຖານຄົນ. ຄົ້ນຄວ້າມູນເຊື້ອປະຫວັດສາດ-ວັດທະນະທໍາການປະຕິວັດ ແລະ ສ້າງຂໍ້ກໍານົດການປະພືດທີ່ສີວິໄລ. ສິ່ງທີ່ຂາດບໍ່ໄດ້ຕົ້ນຕໍແມ່ນ: ບໍ່ອັດຕະວິໃສ, ບໍ່ປ່ອຍປະລະເລີງໃນການຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ໂດຍເລີ່ມຈາກຮາກຖານເປັນສໍາຄັນຕົ້ນຕໍ. ຍົກສູງຄວາມຮັບຜິດຊອບຂອງຜູ້ເປັນເລຂາຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ ຫັນເປັນລະບອບ, ລະບຽບການ, ນໍາພາຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ສ້າງວຽກເຮັດງານທໍາໃຫ້ປະຊາຊົນ, ແກ້ໄຂຂໍ້ຂັດແຍ່ງຢ່າງທັນການ ໂດຍບໍ່ລັງເລ ບໍ່ເລືອກປະຕິບັດ. ເອົາໃຈໃສ່ເບິ່ງແຍງ, ສ້າງກໍາລັງປະກອບອາວຸດ, ກໍາລັງ ປກສ, ກໍາລັງຮັກສາຄວາມສະຫງົບຮາກຖານໃຫ້ເຂັ້ມແຂງ ພຽງພໍ ທັງຕອບສະໜອງດ້ານອຸປະກອນອັນຈໍາເປັນໃຫ້ທັນຍຸກທັນສະໄໝ, ທັງປະຕິບັດນະໂຍບາຍ ຕໍ່ກໍາລັງຢ່າງສົມເຫດສົມຜົນ. ເອົາໃຈໃສ່ວຽກງານຂົນຂວາຍປະຊາຊົນ,ຕ້ອງໃກ້ສິດ ຕິດແທ້ກັບປະຊາຊົນຢ່າງແທ້ຈິງ. ຍົກສູງລະດັບຄວາມຮູ້ ຄວາມສາມາດ ສ້າງທ່າສະໜາມລົບໃນໃຈປະຊາຊົນ ກໍຄືຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເຂດຫ່າງໄກສອກຫຼີກ, ເຂດຈຸດສຸມ, ສ້າງບ້ານຕົວແບບປ້ອງກັນການເມືອງເຂັ້ມແຂງ ໃນການປ້ອງກັນຄວາມສະຫງົບ, ສ້າງມາດຕະການ, ຄວາມເປັນເຈົ້າການປ້ອງກັນຢ່າງແໜ້ນໜ້ຽວ.

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ