ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI

ລັດຖະບານຍີ່ປຸ່ນ ສົ່ງເສີມການນຳໃຊ້ AI
ຂ່າວຕ່າງປະເທດລາຍງານວ່າ: ກະ​ຊວງ​ປ້ອງກັນຄວາມສະຫງົບ​ ຍີ່​ປຸ່ນ ເປີດເຜີຍວ່າ, ຊາວ​ຍີ່​ປຸ່ນ​ຍັງ​ຊັກ​ຊ້າ​ໃນ​ການ​ນຳ​ໃຊ້ Generative AI ແລະ ຊຸກ​ຍູ້​ໃຫ້​ພົນ​ລະ​ເມືອງ​ຝຶກ​ນຳ​ໃຊ້ AI ໃນ​ຊີ​ວິດ​ປະ​ຈຳ​ວັນຫຼາຍຂຶ້ນ.

 

ຂ່າວລະບຸວ່າ: ກະຊວງປ້ອງກັນຄວາມສະຫງົບ ແລະ ການສື່ສານຂອງຍີ່ປຸ່ນ ໄດ້ເຜີຍແຜ່ບົດລາຍງານສະຫຼຸບຂໍ້ມູນ ແລະ ການສື່ສານ ໃນປີ 2025, ໂດຍກ່າວວ່າ: ຍີ່ປຸ່ນຍັງຊັກຊ້າໃນການນຳໃຊ້ Generative AI.

ບົດລາຍງານສະຫຼຸບຂໍ້ມູນ ແລະ ການສື່ສານນີ້ ໄດ້ຖືກຈັດພິມເຜີຍແຜ່ເປັນປະຈໍາທຸກໆປີໂດຍກະຊວງປ້ອງກັນຄວາມສະຫງົບ ແລະ ການສື່ສານ ນັບຕັ້ງແຕ່ປີ 1973 ເພື່ອລາຍງານກ່ຽວກັບສະຖານະການດ້ານຂໍ້ມູນຂ່າວສານ ແລະ ການສື່ສານໃນຍີ່ປຸ່ນ.

Generative AI ຫຼື Gen AI ຊຶ່ງແມ່ນປັນຍາປະດິດທີ່ສ້າງເນື້ອຫາໃໝ່ໄດ້ຫຼາກຫຼາຍເຊັ່ນ: ຂໍ້ຄວາມ, ຮູບພາບ, ວິດີໂອ ແລະ ສຽງ. ໂດຍອາໄສການຮຽນຮູ້ຈາກຂໍ້ມູນທີ່ໄດ້ຮຽນຮູ້ ແລະ ສ້າງສັນຜົນໄດ້ຮັບໃໝ່ຂຶ້ນມາ.ຕົວຢ່າງງ່າຍໆທີ່ທຸກຄົນສາມາດເຂົ້າໃຈໄດ້ແມ່ນການສ້າງຮູບພາບແບບ Ghibli ທີ່ເຄີຍເປັນກະແສກ່ອນໜ້ານີ້.

ບົດສະຫຼຸບລ້າສຸດຂອງກະຊວງດັ່ງກ່າວລະບຸວ່າ: ມີປະຊາກອນຍີ່ປຸ່ນພຽງ 26.7% ເທົ່ານັ້ນ ທີ່ເຄີຍໃຊ້ Gen AI ຊຶ່ງເພີ່ມຂຶ້ນປະມານ 3 ເທົ່າ ຈາກ 9.1% ໃນປີງົບປະມານກ່ອນໜ້າ.

ເຖິງຢ່າງໃດກໍຕາມ, ເມື່ອທຽບໃສ່ປະຊາຄົມໂລກແລ້ວ, ກະຊວງດັ່ງກ່າວລະບຸວ່າ: ລະດັບການນຳໃຊ້ Gen AI ຂອງຍີ່ປຸ່ນແມ່ນຂ້ອນຂ້າງຕ່ຳ ເມື່ອທຽບໃສ່ຈີນ 81.2%, ສະຫະລັດ ອາເມຣິກາ 68.8% ແລະ ເຢຍລະມັນ 59.2%. ບາງຄົນອາດຈະຄິດວ່າປະຊາກອນຜູ້ອາຍຸສູງຂອງຍີ່ປຸ່ນເປັນສາເຫດ, ແຕ່ເຖິງແມ່ນວ່າຈະພິຈາລະນາສະເພາະກຸ່ມຜູ້ທີ່ມີອາຍຸ 20-29 ປີ, ອັດຕາດັ່ງກ່າວຍັງມີພຽງແຕ່ 44.7% ເທົ່ານັ້ນ. ສ່ວນຜູ້ທີ່ມີອາຍຸ 30-39 ປີແມ່ນ 23.8%, ຜູ້ທີ່ມີອາຍຸ 40-49 ປີ ແມ່ນ 29.6% ແລະ ຜູ້ທີ່ມີອາຍຸ 50 ປີຂຶ້ນໄປແມ່ນໜ້ອຍກວ່າ 20%.

ໃນຂະນະດຽວກັນ, ອັດຕາສ່ວນຂອງບໍລິສັດທີ່ໃຊ້ Gen AI ໃນການເຮັດວຽກແມ່ນໜ້ອຍກວ່າເຄິ່ງໜຶ່ງ, ຢູ່ທີ່ 49.7%.

ກະຊວງປ້ອງກັນຄວາມສະຫງົບ ແລະ ສື່ສານຍີ່ປຸ່ນ ໃຫ້ຮູ້ວ່າ: “ຍີ່ປຸ່ນ ກຳລັງຕາມຫຼັງບັນດາປະເທດທີ່ມີຄວາມກ້າວໜ້າດ້ານ AI ທັງໃນດ້ານເຕັກໂນໂລຊີ, ອຸດສາຫະກຳ ແລະ ການນຳໃຊ້. ສະນັ້ນ, ການຊຸກຍູ້ການນຳໃຊ້ AI ໃນຊີວິດປະຈຳວັນແມ່ນຈຳເປັນ.”

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ