ສຸສານລາຊະວົງເຊ້ຍຕາເວັນຕົກ ແມ່ນກຸ່ມຮ່ອງຮອຍສຸສານຂອງລາຊະວົງເຊ້ຍຕາເວັນຕົກ ສ້າງຂຶ້ນໃນລະຫວ່າງສະຕະວັດທີ 11 ຫາ 13 ໂດຍຊາວເຜົ່າຕັງຊ້ຽງ ຕັ້ງຢູ່ນະຄອນອີ໋ນຊ່ວນ ເຂດປົກຄອງຕົນເອງເຜົ່າຮຸຍນີງເຊ້ຍ ທາງພາກຕາເວັນຕົກສຽງເໜືອຂອງຈີນ ແລະ ແຈກຢາຍຢູ່ເຂດບໍລິເວນເກືອບ 40 ຕາລາງກິໂລແມັດ, ມີຖານະສຳຄັນທີ່ເຂົ້າແທນບໍ່ໄດ້ໃນປະຫວັດສາດອະລິຍະທຳຂອງໂລກ.
ໃນກອງປະຊຸມ, ຜູ້ຕາງໜ້າຈີນກ່າວຄຳປາໄສວ່າ: ລັດຖະບານຈີນຈະສືບຕໍ່ປະຕິບັດພັນທະໃນສົນທິສັນຍາມໍລະດົກໂລກຢ່າງໝັ້ນໜຽວບໍ່ປ່ຽນແປງ, ຍົກສູງຄວາມສາມາດ ແລະ ລະດັບການປົກປັກຮັກສາມໍລະດົກຢ່າງແທ້ຈິງ, ຍິນດີແບ່ງປັນບົດຮຽນ ແລະ ແບບຢ່າງຂອງຈີນກັບບັນດາປະເທດໃນໂລກ, ສະໜອງການສະໜັບສະໜູນດ້ານວິຊາການ ແລະ ເຕັກນິກ ເພື່ອຮ່ວມກັນຮັກສາມິ່ງຂວັນວັດທະນະທຳຂອງມວນມະນຸດໃຫ້ດີ.
ຄໍາເຫັນ