ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ

ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ

ເຊກອງສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາທົ່ວແຂວງ ໄລຍະ 5ປີ
ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາທົ່ວ ແຂວງເຊກອງ 5 ປີ ( 2021-2025) ແລະວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດ​ຂຶ້ນໃນວັນທີ 21 ກັນຍາ 2026 ນີ້ ທີ່ ແຂວງເຊກອງ ໂດຍເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວຫນ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເຊກອງສະຫບການຈດຕງປະຕບດວຽກງານກວດກາທວແຂວງ ໄລຍະ 5ປ - image 1
 

ສະຫາຍ ອ່ອນມະນີວັນ ຈັນດາວົງ ຮອງປະທານຄະນະກວດກາພັກ ແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາຄະນະກວດກາແຕ່ລະຂັ້ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕິດຕາມກວດກາພັກຢ່າງຕັ້ງໜ້າ ໂດຍສະເພາະການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງທີ XI-XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X-XI ຂອງອົງຄະນະພັກແຂວງ ແລະການຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກ ເລກທີ 169/ຄລສພ, ລົງວັນທີ 5 ສິງຫາ 2022 ວ່າດ້ວຍການເພີ່ມທະວີ ການນຳພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະການແກ້ໄຂຜົນຂອງການກວດກາ, ບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ lXຂອງແຂວງ, ເອົາໃຈໃສ່ນຳພາກໍ່ສ້າງ-ປັບປຸງການຈັດຕັ້ງພັກ, ສະມາຊິກພັກ ຕາມ 5 ຫຼັກການ, 3 ທິດນຳໃນການກໍ່ສ້າງ, ກວດກາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຕາມຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ແລະບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ, ເກັບກຳສະພາບການຈັດຕັ້ງປະຕິບັດລະບອບແບບແຜນນຳພາ-ວິທີເຮັດວຽກຂອງພະນັກງານ, ຕິດຕາມກວດກາການດຳເນີນຊີວິດການເມືອງກາງສະໄໝ ແລະຕິດຕາມກວດກາຄວາມຮັບຜິດຊອບການປະຕິບັດໜ້າທີ່ການເມືອງຂອງພະນັກງານທີ່ມີການລະເມີດກົດລະບຽບຂອງພັກ, ຄຽງຄູ່ກັນນີ້ ວຽກງານກວດກາລັດ ກໍໄດ້ເອົາໃຈໃສ່ດຳເນີນການກວດກາຕາມແຜນປີປົກກະຕິ, ສົມທົບກັບຂະແໜງກວດກາລັດ, ພະແນກການກ່ຽວຂ້ອງ ດຳເນີນຕິດຕາມກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບ ລົງມາ ມີທັງໝົດ 44 ໂຄງການ ສາມາດພົບເຫັນບັນຫາຈຳນວນຫນຶ່ງ ເປັນຕົ້ນການຄິດໄລ່ບໍ່ຖືກລະບຽບການ, ປະສານສົມທົບຮ່ວມກັບຄະນະສະເພາະກິດຂັ້ນແຂວງ ເຜີຍແຜ່ ແລະກວດກາການຈັດຕັ້ງປະຕິບັດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ເລກທີ 978/ຫສນຍ ແລະຄຳສັ່ງ 04/ຊກ ຢູ່ 3 ເມືອງ ຈຳນວນ 23 ເປົ້າໝາຍ, ຮ່ວມກັບຄະນະສະເພາະກິດຂັ້ນແຂວງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ຕິດຕາມການປະມູນຊື້-ຂາຍໄມ້ຢຶດຜິດກົດໝາຍ ຈຳນວນທັງໝົດ 202 ທ່ອນ, ບໍລິມາດ 461,866 ແມັດກ້ອນ ມູນຄ່າເປັນເງິນ 2,121.86 ລ້ານກີບ, ພ້ອມນັ້ນຍັງໄດ້ຖືເອົາວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງເປັນວຽກທີ່ສຳຄັນຮີບດ່ວນ ເພື່ອຕ້ານແລະສະກັດກັ້ນການສໍ້ລາດບັງຫຼວງດ້ວຍຫຼາຍວິທີ ແລະຫຼາຍຮູບແບບ, ໃນນັ້ນໄດ້ຈັດພິທີປາຖະກະຖາ, ເຜີຍແຜ່ໂຄສະນາເຊື່ອມຊຶມວັນຕ້ານການສໍ້ລາດບັງຫຼວງ, ກົດໝາຍຕ້ານການສໍ້ລາດບັງຫຼວງໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດໄດ້ຮັບຮູ້ຢ່າງທົ່ວເຖິງ, ໄດ້ດຳເນີນການສືບສວນ-ສອບສວນ ຄະດີການສໍ້ລາດບັງຫຼວງ 2 ຄະດີຄື: ຄະດີສໍ້ລາດບັງຫຼວງ ຢູ່ບໍລິສັດ ລັດວິສາຫະກິດໄປສະນີລາວ ສາຂາເຊກອງ ແລະ ອົງການປະກັນລົງຄົມແຂວງ ມີຜູ້ກ່ຽວຂ້ອງທັງໝົດ 9 ຄົນ, ພະນັກງານລັດ 7 ຄົນ, ພະນັກງານລັດວິສາຫະກິດ 2 ຄົນ, ໃນນີ້, ໄດ້ແກ້ໄຂ ຕາມລະບຽບບໍລິຫານ 5 ຄົນແລະ ດໍາເນີນຄະດີຕາມກົດໝາຍ 4 ຄົນ ພົບເຫັນຜົນເສຍຫາຍທັງໝົດ 3,096.35 ລ້ານກີບ, ເກັບກູ້ຄືນໄດ້ 196.53 ລ້ານກີບ ແລະຕິດຕາມກວດກາ ວຽກງານຄົ້ນຄວ້າ ຄໍາຮ້ອງ ຄໍາສະເໜີ, ຕິດຕາມກວດກາ, ຊຸກຍູ້ວຽກງານກວດກາການປະຕິບັດຜົນການກວດກາຕາມຜົນການກວດສອບສຳເລັດຕາມລະບຽບການ.

ເຊກອງສະຫບການຈດຕງປະຕບດວຽກງານກວດກາທວແຂວງ ໄລຍະ 5ປ - image 2
 

ສຳລັບແຜນ5 ປີ ຕໍ່ໜ້າ (2026-2030)ຈະສືບຕໍ່ຍົກສູງບົດບາດການນຳພາຂອງຄະນະພັກຢ່າງແຂງແຮງ, ຍົກສູງຄວາມສັກສິດໃນການຄຸ້ມຄອງລັດດ້ວຍກົດໝາຍ, ສ້າງກົນໄກທີ່ສາມາດຕິດຕາມ,ກວດກາການນຳໃຊ້ສິດອຳນາດຂອງອົງການກວດກາລັດຂັ້ນຕ່າງໆ, ເພີ່ມທະວີການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢ່າງເດັດຂາດ, ປັບປຸງການຈັດຕັ້ງ ແລະພະນັກງານກວດກາແຕ່ລະຂັ້ນໃຫ້ມີຄຸນນະພາບສູງຂຶ້ນ, ຫັນເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະພົນລະເມືອງເຂົ້າຮ່ວມວຽກງານການຕິດຕາມກວດກາ ແລະວາງຄາດໝາຍສູ້ຊົນຄາດໝາຍວຽກງານພັກ, ການຍົກສູງປະສິດທິຜົນຂອງວຽກງານກວດກາລັດ ແລະວາງຄາດໝາຍສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ພ້ອມທັງວາງຄາດໝາຍຈຸດສຸມແຕ່ລະດ້ານ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານກວດກາໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ແລະໄດ້ຮັບການພັດທະນາເຂົ້າສູ່ລວງເລິກຢ່າງມີປະສິດທິພາບ, ປະສິດທິຜົນ ແລະເຂັ້ມແຂງຂຶ້ນເລື້ອຍໆ.

ເຊກອງສະຫບການຈດຕງປະຕບດວຽກງານກວດກາທວແຂວງ ໄລຍະ 5ປ - image 3
 

ຂ່າວ: ອັດສະວິນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ