ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ

ເຕັກ​ໂນ​ໂລ​ຊີ​ຈີນ ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກວິ​ສາ​ຫະ​ກິດ​​ລົດ​​ໃນທົ່ວ​ໂລກ
ຫວ່າງບໍ່ດົນມານີ້, ບໍ​ລິ​ສັດ XIAOPENG ​ຊຶ່ງ​ເປັນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ຂອງ​ຈີນ​ປະ​ກາດ​ວ່າໄດ້​ຄົ້ນ​ຄວ້າ​ຜະ​ລິດ​ແຜ່ນ​ຊິບ​ຂັບ​ລົດ​ແບບ​ອັດ​ຕະ​ໂນ​ມັດທີ່​ມີສະ​ມັດ​ຖະ​ພາບ​ສູງ, ກຸ່ມ​ບໍ​ລິ​ສັດ​ໂວນ​ສະວາເກິນ​ຂອງ​ເຢຍ​ລະ​ມັນ​ອາດ​ຈະ​ຈັດ​ຊື້​ແຜ່ນ​ຊິບ​ຊຸດ​ທຳ​ອິດ​ຈາກ​ບໍ​ລິ​ສັດຕົນ. ນອກ​ນີ້, ​ບໍ​ລິ​ສັດ​ອໍ​ດີ​ໄດ້​ໂຄ​ສະ​ນາ​ຂາຍລົດ​ລຸ້ນ A5L ຂອງ​ຕົນ​ທີ່​ຈະ​ປ້​ອນ​ເຂົ້າ​ຕະຫຼາດ​ໃນ​ໄວໆ​ນີ້, “ລະ​ບົບ​ຂັບ​ລົດ​ອັດ​ສະ​ລິ​ຍະ​ສຽນ​ຄຸນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ” ໃນ​​ແຜ່ນ​ປ້າຍ​ໂຄ​ສະ​ນາ ຫຼື ໂປ​ສະ​ເຕີ​ ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ທີ່​ດຶງ​ດູດ​ລູກ​ຄ້າ… ປັດ​ຈຸ​ບັນ, ອຸດ​ສາ​ຫະ​ກຳ​ລົດ​​ໃນທົ່ວ​ໂລກ​ພວມ​ເກີດ​ມີ​ການ​ປະ​ຕິ​ວັດ​ຄັ້ງ​ປະ​ຫວັດ​ສາດ, ​ຄວາມ​ເປັນ​ຜູ້​ນຳ​ດ້ານ​ເຕັກ​ໂນ​ໂລ​ຊີ​ລົດ​​ໃນ​ທົ່ວ​ໂລກ​ພວມ​​ຍົກ​ຍ້າຍ​ຈາກ​ຕາ​ເວັນ​ຕົກ​ມາ​ຫາ​ຕາ​ເວັນ​ອອກ, ເຕັກ​ໂນ​ໂລ​ຊີ​ຈີນ​ພວມ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກວິ​ສາ​ຫະ​ກິດ​ລົດ​​ໃນ​ທົ່ວ​ໂລກນັບ​ມື້​ນັບຫຼາຍ​ຂຶ້ນ.

 

ເຕກ​ໂນ​ໂລ​ຊ​ຈນ ​ພວມ​ໄດ​ຮບ​ຄວາມ​ນ​ຍມ​ຈາກວ​ສາ​ຫະ​ກດ​​ລດ​​ໃນທວ​ໂລກ - image 1
 

ຄວາມຈິງແລ້ວ, ໃນຊຸມປີຜ່ານມາ, ວິສາຫະກິດລົດດັ່ງເດີມທີ່ນຳໃຊ້ເຕັກໂນໂລຊີໃໝ່ຂອງຈີນ ໄດ້ກາຍເປັນເລື່ອງປົກກະຕິຂອງອຸດສາຫະກຳລົດໃນທົ່ວໂລກ. ໃນດ້ານໝໍ້ໄຟລົດ ຫຼື ແບັດເຕີຣີລົດ, ບໍລິສັດ CATL ແລະ ບໍລິສັດ BYD ຂອງຈີນໄດ້ກວມເອົາເຄິ່ງໜຶ່ງຂອງຕະຫຼາດແບັດເຕີຣີລົດໃນທົ່ວໂລກ ຍ້ອນມີຄວາມຖີ່ພະລັງງານສູງ ແລະ ໃຊ້ໄດ້ຢ່າງທົນທານ ຊຶ່ງໄດ້ກາຍເປັນຝ່າຍສະໜອງແບັດເຕີຣີໃຫ້ແກ່ວິສາຫະກິດລົດທີ່ມີຊື່ສຽງຕ່າງໆຂອງໂລກ ເຊັ່ນ: TOYOTA ແລະ TESLA ເປັນຕົ້ນ; ສ່ວນໃນດ້ານການຂັບລົດອັດສະລິຍະ, ແຜນການແກ້ໄຂຂອງບໍລິສັດຫົວເຫວີຍ ແລະ XIAOPENG ພວມຖືກນຳໃຊ້ຢູ່ໃນລົດຂອງ Benz, BMW, ອໍດີແລະ ໂວນສະວາເກິນ; ໃນດ້ານບ່ອນຄົນຂັບດີຈີຕອນ, ຜົນສຳເລັດນະວັດຕະກຳຂອງຈີນ ໄດ້ກາຍເປັນແບບຢ່າງຂອງໂລກ. ເພື່ອຖອດຖອນບົດຮຽນດ້ານເຕັກໂນໂລຊີຈີນໄດ້ດີກວ່າເກົ່າ, ວິສາຫະກິດລົດຂ້າມຊາດຕ່າງໆ ເຊັ່ນ: BMW ແລະ ໂວນສະວາເກິນ ເປັນຕົ້ນໄດ້ສ້າງຕັ້ງສູນຄົ້ນຄວ້າພັດທະນາທີ່ໃຫຍ່ທີ່ສຸດ ຊຶ່ງຮອງຈາກສຳນັກງານໃຫຍ່ຂອງຕົນເທົ່ານັ້ນເພື່ອຮັບໃຊ້ຕະຫຼາດຈີນ ແລະ ຮັບໃຊ້ລະບົບທົ່ວໂລກຂອງບໍລິສັດຕົນ ໂດຍອີງໃສ່ທ່າແຮງດ້ານເຕັກໂນໂລຊີ ແລະ ຜູ້ຊ່ຽວຊານຂອງຈີນ.

ກະແສການຮ່ວມມືໃນປັດຈຸບັນແມ່ນກົງກັນຂ້າມຢ່າງຈະແຈ້ງກັບສະພາບດ້ານອຸດສາຫະກຳຜະລິດລົດຂອງຈີນທີ່ຕ້ອງເພິ່ງພາອາໄສເຕັກໂນໂລຊີຕ່າງປະເທດໃນສິບກວ່າປີກ່ອນ. ໃນສະໄໝນັ້ນ, ວິສາຫະກິດຈີນພະຍາຍາມຮຽນ ແລະ ນຳເຂົ້າເຕັກໂນໂລຊີຕ່າງປະເທດ, ແຕ່ປັດຈຸບັນ, ວິສາຫະກິດລົດຈາກທົ່ວໂລກກັບມາສະແຫວງຫາການຮ່ວມມືກັບວິສາຫະກິດຈີນຢ່າງເປັນເຈົ້າການ ຊຶ່ງໄດ້ຈັດເອົາ “ແຜນການຂອງຈີນ” ເຂົ້າໃນແຜນພັດທະນາໃນອະນາຄົດຂອງບໍລິສັດຕົນ. ໃນຂະນະດຽວກັນ, ຈີນກໍໄດ້ເຕີບໂຕຈາກຕະຫຼາດບໍລິໂພກລົດທີ່ໃຫຍ່ທີ່ສຸດໃນໂລກກາຍມາເປັນແຫຼ່ງນະວັດຕະກຳດ້ານເຕັກໂນໂລຊີ, ສູນກາງຕ່ອງໂສ້ການສະໜອງ ແລະຜູ້ກຳນົດມາດຕະຖານຂອງອຸດສາຫະກຳ. ທ່ານ ຈິມຟາລີ ຫົວໜ້າຝ່າຍບໍລິຫານຂອງບໍລິສັດຟອດເວົ້າຢ່າງກົງໄປກົງມາວ່າ: ລົດໃຊ້ພະລັງງານໄຟຟ້າຂອງຈີນກ້າວໜ້າກວ່າວິສາຫະກິດຕາເວັນຕົກຢ່າງຫຼວງຫຼາຍ, ລົດທຸກຄັນຈະໄດ້ນຳໃຊ້ເຕັກໂນໂລຊີຂອງຫົວເຫວີຍ ແລະ XIAOMI.

ຍ້ອນຫຍັງເຕັກໂນໂລຊີລົດຂອງຈີນຈຶ່ງສາມາດບັນລຸການພັດທະນາແບບກ້າວກະໂດດຂັ້ນຈາກການແລ່ນນຳຫຼັງກາຍມາເປັນຜູ້ນຳພາໃນເວລາສັ້ນໆພຽງສິບປາຍປີເທົ່ານັ້ນ. ແມ່ນຍ້ອນຕະຫຼາດຂະໜາດໃຫຍ່ພິເສດຂອງຈີນ ເປັນ “ຫ້ອງທົດລອງ” ທີ່ດີສຳລັບການຍົກລະດັບເຕັກໂນໂລຊີ, ຄວາມຕ້ອງການທີ່ມີຫຼາກຫຼາຍສີສັນຂອງຜູ້ບໍລິໂພກ 1.4 ຕື້ຄົນ ເຮັດໃຫ້ວິສາຫະກິດຕ້ອງທັບມ້າງຂີດຈຳກັດດ້ານນະວັດຕະກຳເລື້ອຍໆ; ຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນຂອງຈີນ ສາມາດເຮັດໃຫ້ວິໄສທັດຂອງວິສາຫະກິດກາຍເປັນຜະລິດຕະພັນຕົວຈິງຢ່າງວ່ອງໄວ; ສ່ວນການລົງທຶນດ້ານການຄົ້ນຄວ້າພັດທະນາຢ່າງຕໍ່ເນື່ອງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ດ້ານນະວັດຕະກຳ, ພຽງແຕ່ໃນຂົງເຂດຂັບລົດອັດສະລິຍະເທົ່ານັ້ນ, ການລົງທຶນຂອງວິສາຫະກິດນຳໜ້າຂອງຈີນກໍບັນລຸຫຼາຍກວ່າ 10 ຕື້ຢວນຕໍ່ປີ.

ເຕກ​ໂນ​ໂລ​ຊ​ຈນ ​ພວມ​ໄດ​ຮບ​ຄວາມ​ນ​ຍມ​ຈາກວ​ສາ​ຫະ​ກດ​​ລດ​​ໃນທວ​ໂລກ - image 2
 

ພາຍໃຕ້ສະພາບການທີ່ອຸດສາຫະກຳລົດໃນທົ່ວໂລກໄດ້ຂະຫຍາຍໄປສູ່ລະບົບອັດສະລິຍະ ແລະ ນຳໃຊ້ພະລັງງານໄຟຟ້າ, ເຕັກໂນໂລຊີຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກວິສາຫະກິດລົດໃນທົ່ວໂລກນັບມື້ນັບຫຼາຍຂຶ້ນ, ວິສາຫະກິດໃດທີ່ນຳໃຊ້ເຕັກໂນໂລຊີຂອງຈີນ, ວິສາຫະກິດນັ້ນຈະສາມາດຍາດໄດ້ໂອກາດທີ່ດີໃນການແຂ່ງຂັນຢູ່ຕະຫຼາດໃນອະນາຄົດໄດ້ຫຼາຍຂຶ້ນ. ໃນຕໍ່ໜ້າ, ຄຽງຄູ່ກັບເຕັກໂນໂລຊີ 5G, ປັນຍາປະດິດ ແລະ ຖານຂໍ້ມູນມະຫາສານໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຂະບວນການຫັນເປັນແບບອັດສະລິຍະ, ເປັນແບບໃຊ້ລະບົບພະລັງງານໄຟຟ້າ ແລະ ການເຊື່ອມຕໍ່ອິນເຕີເນັດເຂົ້າໃນອຸດສາຫະກຳລົດຈະເລັ່ງຄວາມໄວຂຶ້ນ. ເຕັກໂນໂລຊີລົດຂອງຈີນຈະສາມາດສືບຕໍ່ເສີມຂະຫຍາຍບົດບາດໃນການນຳພາຂະບວນການດັ່ງກ່າວ ຊຶ່ງຈະເພີ່ມຄວາມມີຊີວິດຊີວາ ແລະ ພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາອຸດສາຫະກຳລົດໃນທົ່ວໂລກ.

ໂດຍ: ຊີອາໄອ

ເຕັກໂນໂລຊີຈີນ ພວມໄດ້ຮັບຄວາມນິຍົມຈາກວິສາຫະກິດລົດໃນທົ່ວໂລກ

ຫວ່າງບໍ່ດົນມານີ້, ບໍລິສັດ XIAOPENG ຊຶ່ງເປັນບໍລິສັດຜະລິດລົດຂອງຈີນປະກາດວ່າໄດ້ຄົ້ນຄວ້າຜະລິດແຜ່ນຊິບຂັບລົດແບບອັດຕະໂນມັດທີ່ມີສະມັດຖະພາບສູງ, ກຸ່ມບໍລິສັດໂວນສະວາເກິນຂອງເຢຍລະມັນອາດຈະຈັດຊື້ແຜ່ນຊິບຊຸດທຳອິດຈາກບໍລິສັດຕົນ. ນອກນີ້, ບໍລິສັດອໍດີໄດ້ໂຄສະນາຂາຍລົດລຸ້ນ A5L ຂອງຕົນທີ່ຈະປ້ອນເຂົ້າຕະຫຼາດໃນໄວໆນີ້, “ລະບົບຂັບລົດອັດສະລິຍະສຽນຄຸນຂອງບໍລິສັດຫົວເຫວີຍ” ໃນແຜ່ນປ້າຍໂຄສະນາ ຫຼື ໂປສະເຕີ ໄດ້ກາຍເປັນຈຸດເດັ່ນທີ່ດຶງດູດລູກຄ້າ… ປັດຈຸບັນ, ອຸດສາຫະກຳລົດໃນທົ່ວໂລກພວມເກີດມີການປະຕິວັດຄັ້ງປະຫວັດສາດ, ຄວາມເປັນຜູ້ນຳດ້ານເຕັກໂນໂລຊີລົດໃນທົ່ວໂລກພວມຍົກຍ້າຍຈາກຕາເວັນຕົກມາຫາຕາເວັນອອກ, ເຕັກໂນໂລຊີຈີນພວມໄດ້ຮັບຄວາມນິຍົມຊົມຊອບຈາກວິສາຫະກິດລົດໃນທົ່ວໂລກນັບມື້ນັບຫຼາຍຂຶ້ນ.

ຄວາມຈິງແລ້ວ, ໃນຊຸມປີຜ່ານມາ, ວິສາຫະກິດລົດດັ່ງເດີມທີ່ນຳໃຊ້ເຕັກໂນໂລຊີໃໝ່ຂອງຈີນ ໄດ້ກາຍເປັນເລື່ອງປົກກະຕິຂອງອຸດສາຫະກຳລົດໃນທົ່ວໂລກ. ໃນດ້ານໝໍ້ໄຟລົດ ຫຼື ແບັດເຕີຣີລົດ, ບໍລິສັດ CATL ແລະ ບໍລິສັດ BYD ຂອງຈີນໄດ້ກວມເອົາເຄິ່ງໜຶ່ງຂອງຕະຫຼາດແບັດເຕີຣີລົດໃນທົ່ວໂລກ ຍ້ອນມີຄວາມຖີ່ພະລັງງານສູງ ແລະ ໃຊ້ໄດ້ຢ່າງທົນທານ ຊຶ່ງໄດ້ກາຍເປັນຝ່າຍສະໜອງແບັດເຕີຣີໃຫ້ແກ່ວິສາຫະກິດລົດທີ່ມີຊື່ສຽງຕ່າງໆຂອງໂລກ ເຊັ່ນ: TOYOTA ແລະ TESLA ເປັນຕົ້ນ; ສ່ວນໃນດ້ານການຂັບລົດອັດສະລິຍະ, ແຜນການແກ້ໄຂຂອງບໍລິສັດຫົວເຫວີຍ ແລະ XIAOPENG ພວມຖືກນຳໃຊ້ຢູ່ໃນລົດຂອງ Benz, BMW, ອໍດີແລະ ໂວນສະວາເກິນ; ໃນດ້ານບ່ອນຄົນຂັບດີຈີຕອນ, ຜົນສຳເລັດນະວັດຕະກຳຂອງຈີນ ໄດ້ກາຍເປັນແບບຢ່າງຂອງໂລກ. ເພື່ອຖອດຖອນບົດຮຽນດ້ານເຕັກໂນໂລຊີຈີນໄດ້ດີກວ່າເກົ່າ, ວິສາຫະກິດລົດຂ້າມຊາດຕ່າງໆ ເຊັ່ນ: BMW ແລະ ໂວນສະວາເກິນ ເປັນຕົ້ນໄດ້ສ້າງຕັ້ງສູນຄົ້ນຄວ້າພັດທະນາທີ່ໃຫຍ່ທີ່ສຸດ ຊຶ່ງຮອງຈາກສຳນັກງານໃຫຍ່ຂອງຕົນເທົ່ານັ້ນເພື່ອຮັບໃຊ້ຕະຫຼາດຈີນ ແລະ ຮັບໃຊ້ລະບົບທົ່ວໂລກຂອງບໍລິສັດຕົນ ໂດຍອີງໃສ່ທ່າແຮງດ້ານເຕັກໂນໂລຊີ ແລະ ຜູ້ຊ່ຽວຊານຂອງຈີນ.

ກະແສການຮ່ວມມືໃນປັດຈຸບັນແມ່ນກົງກັນຂ້າມຢ່າງຈະແຈ້ງກັບສະພາບດ້ານອຸດສາຫະກຳຜະລິດລົດຂອງຈີນທີ່ຕ້ອງເພິ່ງພາອາໄສເຕັກໂນໂລຊີຕ່າງປະເທດໃນສິບກວ່າປີກ່ອນ. ໃນສະໄໝນັ້ນ, ວິສາຫະກິດຈີນພະຍາຍາມຮຽນ ແລະ ນຳເຂົ້າເຕັກໂນໂລຊີຕ່າງປະເທດ, ແຕ່ປັດຈຸບັນ, ວິສາຫະກິດລົດຈາກທົ່ວໂລກກັບມາສະແຫວງຫາການຮ່ວມມືກັບວິສາຫະກິດຈີນຢ່າງເປັນເຈົ້າການ ຊຶ່ງໄດ້ຈັດເອົາ “ແຜນການຂອງຈີນ” ເຂົ້າໃນແຜນພັດທະນາໃນອະນາຄົດຂອງບໍລິສັດຕົນ. ໃນຂະນະດຽວກັນ, ຈີນກໍໄດ້ເຕີບໂຕຈາກຕະຫຼາດບໍລິໂພກລົດທີ່ໃຫຍ່ທີ່ສຸດໃນໂລກກາຍມາເປັນແຫຼ່ງນະວັດຕະກຳດ້ານເຕັກໂນໂລຊີ, ສູນກາງຕ່ອງໂສ້ການສະໜອງ ແລະຜູ້ກຳນົດມາດຕະຖານຂອງອຸດສາຫະກຳ. ທ່ານ ຈິມຟາລີ ຫົວໜ້າຝ່າຍບໍລິຫານຂອງບໍລິສັດຟອດເວົ້າຢ່າງກົງໄປກົງມາວ່າ: ລົດໃຊ້ພະລັງງານໄຟຟ້າຂອງຈີນກ້າວໜ້າກວ່າວິສາຫະກິດຕາເວັນຕົກຢ່າງຫຼວງຫຼາຍ, ລົດທຸກຄັນຈະໄດ້ນຳໃຊ້ເຕັກໂນໂລຊີຂອງຫົວເຫວີຍ ແລະ XIAOMI.

ຍ້ອນຫຍັງເຕັກໂນໂລຊີລົດຂອງຈີນຈຶ່ງສາມາດບັນລຸການພັດທະນາແບບກ້າວກະໂດດຂັ້ນຈາກການແລ່ນນຳຫຼັງກາຍມາເປັນຜູ້ນຳພາໃນເວລາສັ້ນໆພຽງສິບປາຍປີເທົ່ານັ້ນ. ແມ່ນຍ້ອນຕະຫຼາດຂະໜາດໃຫຍ່ພິເສດຂອງຈີນ ເປັນ “ຫ້ອງທົດລອງ” ທີ່ດີສຳລັບການຍົກລະດັບເຕັກໂນໂລຊີ, ຄວາມຕ້ອງການທີ່ມີຫຼາກຫຼາຍສີສັນຂອງຜູ້ບໍລິໂພກ 1.4 ຕື້ຄົນ ເຮັດໃຫ້ວິສາຫະກິດຕ້ອງທັບມ້າງຂີດຈຳກັດດ້ານນະວັດຕະກຳເລື້ອຍໆ; ຕ່ອງໂສ້ອຸດສາຫະກຳທີ່ຄົບຖ້ວນຂອງຈີນ ສາມາດເຮັດໃຫ້ວິໄສທັດຂອງວິສາຫະກິດກາຍເປັນຜະລິດຕະພັນຕົວຈິງຢ່າງວ່ອງໄວ; ສ່ວນການລົງທຶນດ້ານການຄົ້ນຄວ້າພັດທະນາຢ່າງຕໍ່ເນື່ອງໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ດ້ານນະວັດຕະກຳ, ພຽງແຕ່ໃນຂົງເຂດຂັບລົດອັດສະລິຍະເທົ່ານັ້ນ, ການລົງທຶນຂອງວິສາຫະກິດນຳໜ້າຂອງຈີນກໍບັນລຸຫຼາຍກວ່າ 10 ຕື້ຢວນຕໍ່ປີ.

ພາຍໃຕ້ສະພາບການທີ່ອຸດສາຫະກຳລົດໃນທົ່ວໂລກໄດ້ຂະຫຍາຍໄປສູ່ລະບົບອັດສະລິຍະ ແລະ ນຳໃຊ້ພະລັງງານໄຟຟ້າ, ເຕັກໂນໂລຊີຂອງຈີນໄດ້ຮັບຄວາມນິຍົມຊົມຊອບຈາກວິສາຫະກິດລົດໃນທົ່ວໂລກນັບມື້ນັບຫຼາຍຂຶ້ນ, ວິສາຫະກິດໃດທີ່ນຳໃຊ້ເຕັກໂນໂລຊີຂອງຈີນ, ວິສາຫະກິດນັ້ນຈະສາມາດຍາດໄດ້ໂອກາດທີ່ດີໃນການແຂ່ງຂັນຢູ່ຕະຫຼາດໃນອະນາຄົດໄດ້ຫຼາຍຂຶ້ນ. ໃນຕໍ່ໜ້າ, ຄຽງຄູ່ກັບເຕັກໂນໂລຊີ 5G, ປັນຍາປະດິດ ແລະ ຖານຂໍ້ມູນມະຫາສານໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຂະບວນການຫັນເປັນແບບອັດສະລິຍະ, ເປັນແບບໃຊ້ລະບົບພະລັງງານໄຟຟ້າ ແລະ ການເຊື່ອມຕໍ່ອິນເຕີເນັດເຂົ້າໃນອຸດສາຫະກຳລົດຈະເລັ່ງຄວາມໄວຂຶ້ນ. ເຕັກໂນໂລຊີລົດຂອງຈີນຈະສາມາດສືບຕໍ່ເສີມຂະຫຍາຍບົດບາດໃນການນຳພາຂະບວນການດັ່ງກ່າວ ຊຶ່ງຈະເພີ່ມຄວາມມີຊີວິດຊີວາ ແລະ ພະລັງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາອຸດສາຫະກຳລົດໃນທົ່ວໂລກ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ປະຫວັດຫຍໍ້

ປະຫວັດຫຍໍ້

ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ - ຊື່ທາງການ: ສົມເດັດ ເຈົ້າຍິງ ໄອໂກະ (Her Imperial Highness Princess Aiko) - ຊື່ພະຣາຊະທານສໍາລັບສະມາຊິກຣາຊະວົງ: ເຈົ້າຍິງ ໂທຊິ ຫຼື ໂທຊິ ໂນະ ມິຢະ (Princess Toshi ຫຼືToshi-no-Miya)
ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ທ່ານນາງເຜີງລີ້ຢວນແລະມະເຫສີແອັດສະປາຍຢ້ຽມຢາມສູນບໍລິການຄົນພິການ

ຂ່າວສານຊີອາໄອລາຍງານວ່າ: ໃນເຊົ້າວັນທີ 12 ພະຈິກນີ້, ທ່ານນາງເຜີງລີ້ຢວນພັນລະຍາຂອງທ່ານສີຈິ້ນຜິງປະທານປະເທດຈີນແລະທ່ານນາງເລຕິເຊຍມະເຫສີແອັດສະປາຍທີ່ເດີນທາງຮ່ວມກັບເຈົ້າຊີວິດເຟລິເປ 6 ຂອງແອັດສະປາຍ ມາຢ້ຽມຢາມຈີນທາງລັດຖະກິດນັ້ນໄດ້ໄປຢ້ຽມຢາມສູນບໍລິການຄົນພິການນະຄອນຫຼວງປັກກິ່ງ.
ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຣັດເຊຍ ແນະນຳຊິມກາດເດັກນ້ອຍເພື່ອຕິດຕາມຕຳແໜ່ງ

ຂ່າວຕ່າງປະເທດລາຍງານຫວ່າງບໍ່ດົນມານີ້ວ່າ: ທ່ານ ມັກຊຸດ ຊາດາເຢຟ ລັດຖະມົນຕີກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນຂອງຣັດເຊຍ ໄດ້ປະກາດຢ່າງເປັນທາງການກ່ຽວກັບການແນະນຳຊິມກາດເດັກນ້ອຍ ຊຶ່ງຊ່ວຍໃຫ້ພໍ່ແມ່ຜູ້​ປົກ​ຄອງສາມາດຕິດຕາມຕຳແໜ່ງທີ່ຢູ່ຂອງລູກໆໄດ້ແບບສົດໆ.
ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຜູ້​ນຳຫຼາຍ​ປະ​ເທດສະໜັບສະໜູນການເພີ່ມການໃຊ້ເຊື້ອໄຟແບບຍືນຍົງ

ຂ່າວຕ່າງປະເທດລາຍງານເມື່ອ​ບໍ່​ດົນ​ມາ​ນີ້ວ່າ: ບັນດາຜູ້ນຳທີ່ເຂົ້າຮ່ວມກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດ ຊຶ່ງໄດ້ສິ້ນສຸດລົງຫວ່າງມໍ່ໆມານີ້ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການນຳໃຊ້ເຊື້ອໄຟທີ່ຍືນຍົງ(sustainable fuels)ຢ່າງໜ້ອຍ 4 ເທົ່າພາຍໃນປີ 2035, ໂດຍມີຍີ່ປຸ່ນ ແລະ ອີຕາລີ ໄດ້ເຂົ້າຮ່ວມກັບປະເທດເຈົ້າພາບບຣາຊິນໃນການສະເໜີແນວຄວາມຄິດດັ່ງກ່າວ.
ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຍີ່ປຸ່ນວາງແຜນຂຶ້ນຄ່າທຳນຽມວີຊາໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ລັດຖະບານຍີ່ປຸ່ນວາງແຜນທີ່ຈະເພີ່ມຄ່າທຳນຽມວີຊາສຳລັບຄົນຕ່າງປະເທດໃນປີງົບປະມານ 2026, ຍ້ອນວ່າຄ່າທຳນຽມໃນປັດຈຸບັນຍັງຕໍ່າເມື່ອທຽບກັບຄ່າທຳນຽມໃນສະຫະລັດ ອາເມຣິກາ ແລະ ເອີຣົບ. ໂດຍມີເປົ້າໝາຍສ່ວນໜຶ່ງແມ່ນເພື່ອແກ້ໄຂບັນຫານັກທ່ອງທ່ຽວຫຼາຍເກີນໄປສົ່ງຜົນກະທົບຕໍ່ຄົນທ້ອງຖິ່ນ.
ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ການເປີດປະຕູສູ່ພາຍນອກລະດັບສູງຂອງຈີນກ້າວໄປໜ້າຕື່ມອີກ

ຂ່າວສານຊີອາໄອລາຍງານ ໃນວັນທີ 10 ພະຈິກ ຜ່ານມາວ່າ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 8 ໄດ້ດຶງດູດ 155 ປະເທດ,ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ດຳເນີນການສຳຫຼວດຄວາມເຫັນຕໍ່ຜູ້ຕອບແບບສອບຖາມຈຳນວນ 14,000ຄົນຈາກ 46 ປະເທດໃນທົ່ວໂລກ ຜົນການສຳຫຼວດສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 72.6% ເຫັນວ່າຈີນແມ່ນຕະຫຼາດເສລີທີ່ເປີດປະຕູສູ່ພາຍນອກ ແລະ ມີກຳລັງແຂ່ງຂັນ​ສູງ.
ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ການ​ເຕີບ​ໂຕ​ສີ​ຂຽວ ໃນ​ສັງ​ກາດ​ດີ​ຈີ​ຕອນ​​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 10 ພະຈິກ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມປະຈຳປີ ພາຍ​ໃຕ້ຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ໃນສັງກາດດີຈີຕອນ”. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມກ່າວວ່າ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຫົວຄິດປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ.
OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ເພີ່ມເຕີມ