ຖະແຫຼງການລະບຸວ່າ: ການຂຶ້ນທະບຽນທາງປະຫວັດສາດຄັ້ງນີ້ ຖືເປັນອີກໜຶ່ງຄວາມພາກພູມໃຈຂອງຊາດສຳລັບກຳປູເຈຍ, ຕໍ່ຈາກຄວາມສຳເລັດໃນການຂຶ້ນທະບຽນມໍລະດົກທາງວັດທະນະທຳ ແລະ ປະຫວັດສາດທີ່ເປັນສັນຍາລັກຂອງຊາດເຊັ່ນ: ຜາສາດນະຄອນວັດ ໃນປີ 1992, ຜາສາດພຣະວິຫານໃນປີ 2008, ສະຖານທີ່ບູຮານຄະດີສົມໂບໄພຣກຸກ ໃນປີ 2017 ແລະ ສະຖານທີ່ບູຮານຄະດີເກາະແກຣ ໃນປີ 2023.
ຖະແຫຼງການລະບຸວ່າ: ອະນຸສອນສະຖານຂອງກຳປູເຈຍຖືເປັນມໍລະດົກທາງບູຮານຄະດີສະໄໝ ໃໝ່ທີ່ບໍ່ແມ່ນແບບຄລາສສິກ (non-classical) ແຫ່ງທຳອິດຂອງກຳປູເຈຍທີ່ໄດ້ຖືກຂຶ້ນທະບຽນເປັນມໍລະດົກໂລກ. ໂດຍອະນຸສອນສະຖານດັ່ງກ່າວປະກອບມີ ຄຸກ M-13 (M-13 prison) ໃນອະດີດ ທີ່ຕັ້ງຢູ່ລະຫວ່າງແຂວງກຳປົງສະນັງ ແລະ ແຂວງກຳປົງສະປື, ຫໍພິພິທະພັນຂ້າລ້າງເຜົ່າພັນ Tuol Sleng ແລະ ສູນຂ້າລ້າງເຜົ່າພັນ Choeung Ek ຊຶ່ງທັງສອງແຫ່ງຕັ້ງຢູ່ໃນນະຄອນຫຼວງພະນົມເປັນ ຂອງກຳປູເຈຍ.
ທ່ານ ຮຸນມາເນດ ນາຍົກລັດຖະມົນຕີ ກຳປູເຈຍໃຫ້ຮູ້ວ່າ: ການຂຶ້ນທະບຽນ “ອະນຸສອນສະຖານຂອງກຳປູເຈຍ” ບໍ່ພຽງແຕ່ເປັນການລະນຶກເຖິງສະຖານທີ່ຕ່າງໆເທົ່ານັ້ນ, ຫາກຍັງເປັນການຍອມຮັບເຖິງປະຫວັດສາດທີ່ເຈັບປວດຂອງກຳປູເຈຍ. ທ່ານກ່າວຕື່ມວ່າ: ສະຖານທີ່ເຫຼົ່ານີ້ເປັນຕົວຢ່າງໃຫ້ມວນມະນຸດໄດ້ເຫັນວ່າກຳປູເຈຍສາມາດຟື້ນຟູຈາກຄວາມໂສກເສົ້າໄດ້ແນວໃດ ຊຶ່ງບໍ່ໄດ້ແມ່ນການລືມ, ແຕ່ດ້ວຍການລະນຶກ ແລະ ປ່ຽນຄວາມຊົງຈຳເຫຼົ່ານັ້ນໃຫ້ກາຍເປັນພະລັງເພື່ອສັນຕິພາບ.
ຄໍາເຫັນ