ປະຈຳ ຫວຽດນາມ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ສານປະຊາຊົນສູງສຸດ ຫວຽດນາມ.
ຂ່າວລະບຸວ່າ: ໃນການຕ້ອນຮັບ, ທ່ານ ເລມິງຈີ ຢືນຢັນວ່າ, ການຢ້ຽມຢາມແມ່ນເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຊຶ່ງກັນແລະກັນ ແລະ ແບ່ງປັນຂໍ້ມູນຂອງແຕ່ລະຝ່າຍ, ປະກອບສ່ວນເຂົ້າໃນການພົວພັນອັນດີງາມ ຊຶ່ງຫວຽດນາມ ແລະ ບັນດາປະເທດອີຢູ ໄດ້ສ້າງຕັ້ງ. ຫວຽດນາມ ແລະ ອີຢູ ສ້າງຕັ້ງການພົວພັນທາງການທູດໃນປີ 1990, 2 ຝ່າຍໄດ້ລົງນາມໃນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ, ມີຜົນສັກສິດນັບແຕ່ປີ 2016. ມາຮອດປັດຈຸບັນ, ການພົວພັນລະຫວ່າງ ຫວຽດນາມ - ອີຢູ ໄດ້ພັດທະນາຢ່າງແຮງໃນບັນດາຂົງເຂດການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຊີ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການສຶກສາ - ບຳລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາດ, ກົດໝາຍ ແລະ ຍຸຕິທຳ.
ສ່ວນທ່ານ ຈຸລຽນ ເກີຣິເຢ ຢືນຢັນວ່າ, ດ້ວຍບັນດາການພົວພັນ ແລະ ການພັດທະນາຢ່າງດີງາມນັ້ນ, ປັດຈຸບັນ, ຫວຽດນາມ ແມ່ນຄູ່ຄ້າແຖວໜ້າຂອງ ອີຢູ ຢູ່ ອາຊຽນ.
ຄໍາເຫັນ