ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 27 ມັງກອນ ຜ່ານມາ, ກົມປ້ອງກັນພະຍາດ ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ຮອດວັນທີ 26 ມັງກອນ, ຫວຽດນາມ ຍັງບໍ່ທັນມີກໍລະນີໃດຕິດພະຍາດໂດຍໄວຣັດ Nipah ກໍ່ຂຶ້ນ. ກະຊວງສາທາລະນະສຸກ ໄດ້ຊີ້ນຳບັນດາທ້ອງຖິ່ນເພີ່ມທະວີວຽກງານຕິດຕາມກວດກາ, ປ້ອງກັນຕ້ານໂຣກລະບາດນັບແຕ່ດ່ານຊາຍແດນ, ຮາກຖານສາທາລະນະສຸກ ແລະ ຊຸມຊົນ, ກຽມພ້ອມບັນດາມາດຕະການຮັບມື, ປ້ອງກັນ, ຕ້ານໂຣກລະບາດ. ຫວຽດນາມ ສືບຕໍ່ຕິດຕາມສະພາບການໂຣກລະບາດຢ່າງໃກ້ຊິດ, ສົມທົບກັບອົງການອະນາໄມໂລກ (WHO), ບັນດາປະເທດໃນໂລກເພື່ອມີການຊີ້ນຳຈັດຕັ້ງຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານໂຣກລະບາດໃຫ້ທັນການ, ເໝາະສົມ ແລະ ມີປະສິດທິຜົນ.
ໄວຣັດ Nipah ໄດ້ກວດພົບຄັ້ງທຳອິດໃນປີ 1999 ຢູ່ປະເທດມາເລເຊຍ. ຮອດປີ 2001, ພະຍາດໂດຍໄວຣັດ Nipah ກໍ່ຂຶ້ນ ກໍລະນີທຳອິດສຳລັບຄົນແມ່ນຢູ່ ບັງກະລາເທດ ແລະ ຫຼັງຈາກນັ້ນແມ່ນຢູ່ ອິນເດຍ. WHO ລະບຸວ່າ: ໂຣກພະຍາດໂດຍໄວຣັດ Nipah ກໍ່ຂຶ້ນໄດ້ປະກົດແບບກະແຈກກະຈາຍຢູ່ບາງປະເທດ, ຍັງບໍ່ທັນກາຍເປັນໂຣກລະບາດເທື່ອ.
ຄໍາເຫັນ