ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ນີ້ແມ່ນເຫດການທີ່ມີຄວາມໝາຍ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ ແລະ ມາດຕະການກ່ຽວກັບເຕັກໂນໂລຊີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ. ໂດຍເນັ້ນໜັ້ກເຖິງຄວາມຮຽກຮ້ອງຕ້ອງການໃນການຜັນຂະຫຍາຍ.
ທ່ານນາຍົກລັດຖະມົນຕີ ສະເໜີວ່າ: ບັນດານັກລົງທຶນສາກົນ ປະຕິບັດຄຳໝັ້ນສັນຍາໃນທັນທີ, ເປີດກວ້າງການມີໜ້າ, ຖ່າຍທອດເຕັກໂນໂລຊີການຄຸ້ມຄອງການເງິນ, ເຂົ້າຮ່ວມບັນດາເສົາຄ້ຳຢ່າງເລິກເຊິ່ງຄື: ການບິນ, ການເດີນເຮືອ, fintech... ບັນດາວິສາຫະກິດ ຫວຽດນາມ ບໍ່ອາດຢືນຢູ່ນອກ, ເປັນຕົ້ນແມ່ນບັນດາກຸ່ມບໍລິສັດໃຫຍ່ຕ້ອງພ້ອມກັນເຮັດ, ສົ່ງເສີມ, ແກ້ງແຍ້ງ, ຕ້ອງນຳໜ້າພາທາງກາຍເປັນສະມາຊິກຜູ້ສ້າງຕັ້ງ, ນຳໃຊ້ການບໍລິການຂອງສູນເພື່ອລະດົມເງິນລົງທຶນສາກົນ, ອອກພັນທະບັດ, ພັດທະນາແບບກວມລວມ, ຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິຜົນ. ຫັນສູນການເງິນສາກົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນ, ເປັນບ່ອນອີງຢ່າງໝັ້ນແກ່ນເພື່ອເຕີບໂຕ, ກາຍເປັນປະພາຄານຂອງການພັດທະນາ.
ຄໍາເຫັນ