ຫວຽດນາມ ສືບຕໍ່ຮັບເລືອກເປັນປະທານຄະນະກຳມະການເຕັກນິກປະຈຳອົງການພາສີໂລກ

ຫວຽດນາມ ສືບຕໍ່ຮັບເລືອກເປັນປະທານຄະນະກຳມະການເຕັກນິກປະຈຳອົງການພາສີໂລກ

ຫວຽດນາມ ສືບຕໍ່ຮັບເລືອກເປັນປະທານຄະນະກຳມະການເຕັກນິກປະຈຳອົງການພາສີໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາວ່າ: ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະມາຊິກຂອງອົງການພາສີໂລກ (WCO) ສືບຕໍ່ດຳລົງຕຳແໜ່ງປະທານຄະນະກຳມະການເຕັກນິກ (PTC) ອາຍຸການ 2025 – 2026.

ຂ່າວລະບຸວ່າ: ໃນກອງປະຊຸມຄັ້ງທີ 247/248 ຂອງ PTC ຂຶ້ນກັບ WCO ທີ່ຫາກໍສິ້ນສຸດລົງຢູ່ບຣຸກແຊນ ປະເທດແບນຊິກ, ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາສະມາຊິກຂອງ WCO ສືບຕໍ່ດຳລົງຕຳແໜ່ງປະທານ PTC ອາຍຸການ 2025 – 2026.

ຫວຽດນາມ ສືບຕໍ່ຮັບດຳລົງຕຳແໜ່ງປະທານ PTC ອາຍຸການ 2025 – 2026, ໂດຍທ່ານນາງ ຫງວຽນທິວິງຮວ່າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ຕາງໜ້າພາສີ ຫວຽດນາມ ຢູ່ WCO ກ່າວວ່າ: ການສືບຕໍ່ດຳລົງຕຳແໜ່ງປະທານ PTC ແມ່ນສິ່ງພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງປະຊາຄົມພາສີສາກົນ ດ້ວຍກຳລັງຄວາມສາມາດນຳພາ ແລະ ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ ເຂົ້າໃນການຊຸກຍູ້ບັນດາຂໍ້ລິເລີ່ມສຳຄັນຂອງ WCO.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ຮຸນມາເນັດ ຫ້າມການລົງທຶນຜະລິດຢາສູບໄຟຟ້າໃນກຳປູເຈຍ

ທ່ານ ຮຸນມາເນັດ ຫ້າມການລົງທຶນຜະລິດຢາສູບໄຟຟ້າໃນກຳປູເຈຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ພຶດສະພາ ຜ່ານມາວ່າ: ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ ກ່າວຄຳເຫັນໃນລະຫວ່າງການພົບປະກັບ ທ່ານ ບາຣອສ ຟິເກຣາ ມິເກລ ປະທານສະມາຄົມອຸດສາຫະກຳຢາສູບກຳປູເຈຍ ທີ່ທຳນຽບສັນຕິພາບ ນະຄອນຫຼວງພະນົມເປັນ ວ່າ: ຈະບໍ່ອະນຸຍາດໃຫ້ມີການລົງທຶນໃນການຜະລິດຢາສູບໄຟຟ້າໃນປະເທດ.
ຈີນ​ ແລະ​ ໂກ​ລົມ​ບີ ​ລົງ​ນາມໃນ​ເອ​ກະ​ສານ​​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

ຈີນ​ ແລະ​ ໂກ​ລົມ​ບີ ​ລົງ​ນາມໃນ​ເອ​ກະ​ສານ​​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

ຂ່າວສານຊີິອາໄອລາຍງານວ່າ: ໃນວັນ​ທີ 14 ພຶດ​ສະ​ພາ ຜ່ານມາ​ນີ້, ຈີນ ແລະ ໂກ​ລົມ​ບີ ​ໄດ້​ລົງ​​ນາມໃນ​ແຜນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພ້ອມ​ທັງ​ປະ​ກາດ​ລົງ​ນາມ​ເອ​ກະ​ສານ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ຄື:
ມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄ້າ​ທົ່ວ​ໂລກ

ມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄ້າ​ທົ່ວ​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 13 ພຶດ​ສະ​ພາ ຜ່ານມາ, ທ່ານ​ນາງ​ ເອັນໂກ​ຊີ ໂອ​ຄອນ​ໂຈ ອີ​ເວ​ລາ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ ຫຼື WTO ໄດ້​ກ່າວ​ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ ປະ​ເທດ​ຍີ່​ປຸ່ນ ​ວ່າ: ມາດ​ຕະ​ການ​ເພີ່ມ​ພາ​ສີ​ຂອງ ສະຫະລັດ ​ອາ​ເມ​ຣິ​ກາ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ການ​ຄ້າ​ທົ່ວ​ໂລກ.
Nissan ມີແຜນຈະປົດພະນັກງານ 20,000 ຄົນ ທົ່ວໂລກ

Nissan ມີແຜນຈະປົດພະນັກງານ 20,000 ຄົນ ທົ່ວໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາ; ສື່​ມວນ​ຊົນ​ຍີ່ປຸ່ນ​ລາຍ​ງານ​ວ່າ: ບໍລິສັດ Nissan Motor ຊຶ່ງເປັນ​ບໍລິສັດ​ຜະລິດ​ລົດຍົນ​ຂອງ​ຍີ່​ປຸ່ນ​ມີ​ແຜນ​ຈະ​ຫຼຸດພະນັກງານທົ່ວໂລກ ປະມານ 20,000 ຄົນ ​ເພີ່ມ​ຂຶ້ນ​ຈາກ​ແຜນການ​ທີ່​ວາງ​ໄວ້​ກ່ອນ​ໜ້າ​ນີ້ 9,000 ຄົນ ຊຶ່ງກວມ​ເອົາ​ປະມານ 15% ຂອງພະນັກງານ Nissan ທົ່ວ​ໂລກ​ທີ່​ມີ​ປະມານ 130,000 ຄົນ.
ຜົນການສຶກສາ ຢາຫຼຸດນໍ້າໜັກແບບສັກ ຫຼຸດຄວາມສ່ຽງເປັນມະເຮັງຫຼາຍກວ່າການຜ່າຕັດ

ຜົນການສຶກສາ ຢາຫຼຸດນໍ້າໜັກແບບສັກ ຫຼຸດຄວາມສ່ຽງເປັນມະເຮັງຫຼາຍກວ່າການຜ່າຕັດ

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ຜົນການສຶກສາຂອງຄະນະນັກຄົ້ນຄວ້າຈາກສູນການແພດ Rabin ແລະ ສູນບໍລິການສຸຂະພາບ Klalit ຂອງອິສຣາແອນ ລະບຸວ່າ: ການສັກຢາເພື່ອຫຼຸດນໍ້າໜັກອາດຈະຫຼຸດຄວາມສ່ຽງຕໍ່ການເປັນໂຣກມະເຮັງທີ່ກ່ຽວຂ້ອງກັບໂຣກຕຸ້ຍ. ໂດຍໂຣກຕຸ້ຍ ແລະ ພະຍາດເບົາຫວານເພີ່ມຄວາມສ່ຽງຂອງການເປັນໂຣກມະເຮັງປະເພດຕ່າງໆເຊັ່ນ: ມະເຮັງເຕົ້ານົມ, ມະເຮັງລໍາໄສ້ ແລະ ມະເຮັງຕັບ.
Apple ກໍາລັງພິຈາລະນາຂຶ້ນລາຄາ iPhone ລຸ້ນໃໝ່

Apple ກໍາລັງພິຈາລະນາຂຶ້ນລາຄາ iPhone ລຸ້ນໃໝ່

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາ; ໜັງສືພິມ Wall Street Journal (WSJ) ລາຍງານວ່າ: Apple ກໍາລັງພິຈາລະນາປັບຂຶ້ນລາຄາ iPhone ທີ່ຈະອອກມາໃນໄລຍະລະດູໃບໄມຫຼົ່ນ ເນື່ອງຈາກມີຄຸນນະສົມບັດໃໝ່ ແລະ ການອອກແບບທີ່ມີການປ່ຽນແປງ.
4 ເດືອນຕົ້ນປີ, ກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າທ່ຽວຊົມອັງກໍວັດ ໄດ້ 22.2 ລ້ານໂດລາ

4 ເດືອນຕົ້ນປີ, ກຳປູເຈຍ ສ້າງລາຍຮັບຈາກການຂາຍປີ້ເຂົ້າທ່ຽວຊົມອັງກໍວັດ ໄດ້ 22.2 ລ້ານໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ຊົມ​ອຸທິຍານບູຮານ​ນະ​ຄະດີ​ອັງ​ກໍ​ ຫຼື ອັງກໍວັດ ໃນໄລຍະເດືອນ​ມັງກອນ ​ຫາ ​ເດືອນ​ເມສາ ຜ່ານມາ​ ມີ 36,368 ຄົນ, ​ເພີ່ມ​ຂຶ້ນ 29% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ໂດຍຈີນ​ແມ່ນ​​ນັກທ່ອງ​ທ່ຽວຂະໜາດໃຫຍ່ທີ່ສຸດອັນດັບ 4 ​ທີ່​ມາ​ທ່ຽວອັງກໍວັດ, ຖັດຈາກສະຫະລັດ ອາເມຣິກາ, ຝຣັ່ງ ແລະ ອັງກິດ.
ປະລິມານການເກັບຊື້ທັນຍາຫານ ຂອງຈີນບັນລຸ 345 ລ້ານໂຕນ

ປະລິມານການເກັບຊື້ທັນຍາຫານ ຂອງຈີນບັນລຸ 345 ລ້ານໂຕນ

ຂ່າວສານຊີອາໄອລາຍງານ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ອີງຕາມໂຕເລກຂໍ້ມູນທີ່ອົງການທັນຍາຫານ ແລະ ຄັງສໍາຮອງແຫ່ງຊາດຈີນເປີດເຜີຍໃນວັນທີ 12 ພຶດສະພາ ຜ່ານມາໃຫ້ຮູ້ວ່າ: ນັບມາຮອດທ້າຍເດືອນເມສາແລ້ວນີ້, ຫົວໜ່ວຍທຸລະກິດດ້ານທັນຍາຫານຊະນິດຕ່າງໆໃນທົ່ວປະເທດໄດ້ເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນປະຈໍາປີ 2024 ເຖິງ 345 ລ້ານໂຕນ ແລະ ຢູ່ໃນລະດັບອ່າວສູງໃນຊຸມປີຜ່ານມາ.
ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ ສະຫະລັດ ອາ​ເມ​ຣິ​ກາ ໃນການດຳເນີນທຸລະກິດ

ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ ສະຫະລັດ ອາ​ເມ​ຣິ​ກາ ໃນການດຳເນີນທຸລະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 13 ພຶດສະພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຜູ້ຕາງໜ້າປະຊາຄົມວິສາຫະກິດ ສະຫະລັດ ອາເມຣິກາ ທີ່ພວມລົງທຶນ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ. ນີ້ແມ່ນການພົບປະຄັ້ງທີ 2 ຂອງທ່ານ ຟ້າມມິງຈິງ ກັບບັນດາວິສາຫະກິດ ສະຫະລັດ ອາເມຣິກາ ໃນໄລຍະເວລາພຽງ 2 ເດືອນ,
ຫໍສະໝຸດແຫ່ງຊາດໂຮນລັງ ຂໍໃຫ້ປະຊາຊົນຊ່ວຍຕາມຫາປຶ້ມຫາຍາກ

ຫໍສະໝຸດແຫ່ງຊາດໂຮນລັງ ຂໍໃຫ້ປະຊາຊົນຊ່ວຍຕາມຫາປຶ້ມຫາຍາກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຫໍສະໝຸດແຫ່ງຊາດຂອງໂຮນລັງ ໃນນະຄອນເຮັກ ໄດ້ປະກາດຂໍຄວາມຊ່ວຍເຫຼືອຈາກສາທາລະນະໃນການຄົ້ນຫາປຶ້ມຫາຍາກ 6 ຫົວ ທີ່ຂຽນໂດຍທ່ານ ອາເລັກຊານເດີ ພຸຊກິນ ນັກກະວີຣັດເຊຍ ທີ່ຖືກລັກໄປຈາກຄັງສະສົມຂອງຫ້ອງສະໝຸດໃນປີ 2023.
ເພີ່ມເຕີມ