ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີຫວຽດນາມຢັ້ງຢືນວ່າ: ຫວຽດນາມຖືເປັນສຳຄັນສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ; ສະເໜີສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືຢ່າງຮອບດ້ານ ແລະ ຫັນຄວາມຕັດສິນການກະທຳເປັນລະອຽດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຂັ້ນສູງ ແລະ ໃນທຸກໆຊ່ອງທາງ; ເສີມຂະຫຍາຍປະສິດທິຜົນບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ, ຜ່ານການສ້າງພື້ນຖານສະດວກເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
ກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານນາຍົກລັດຖະມົນຕີຫວຽດນາມ ສະເໜີສອງຝ່າຍສ້າງບາດກ້າວບຸກທະລຸໃໝ່, ສົມກັບຄວາມສາມາດບົ່ມຊ້ອນ ແລະ ລະດັບສາຍພົວພັນ, ກ້າວໄປຫາການນຳເອົາວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ໂດລາ ໂດຍໄວ; ຊຸກຍູ້ວິສາຫະກິດເຢຍລະມັນ ເປີດກວ້າງການລົງທຶນເຂົ້າໃນບັນດາຂົງເຂດທີ່ມີທ່າແຮງ ຄື: ກົນຈັກ, ອຸດສາຫະກຳລົດໂອໂຕ, ສາທາລະນະສຸກ ແລະ ການຫັນປ່ຽນພະລັງງານ… ເພີ່ມທະວີການເຊື່ອມໂຍງຕະຫຼາດການເງິນ ແລະ ຕະຫຼາດຫຼັກຊັບ ລະຫວ່າງ ສອງປະເທດ.
ສ່ວນທ່ານນາຍົກລັດຖະມົນຕີເຢຍລະມັນຢັ້ງຢືນວ່າ: ສາຍພົວພັນ ຫວຽດນາມ - ເຢຍລະມັນ ກໍາລັງພັດທະນາຢ່າງດີງາມ ແລະ ມີພື້ນຖານ, ມີຄວາມສາມາດຢ່າງພຽງພໍເພື່ອໄດ້ຮັບການຍົກຂຶ້ນລະດັບສູງໃໝ່.
ຄໍາເຫັນ