ຫວຽດນາມຢຶດໝັ້ນປ່ຽນແປງໃໝ່ດ້ານຈິນຕະນາການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ

ຮຽບຮຽງ:ໂດຍ ວັນໄຊ ຕະວິນຍານ
ມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໄດ້ກໍານົດແຜນນະໂຍບາຍ,ທິດທາງໜ້າທີ່ຕົ້ນຕໍແຕ່ ປີ 2021-2025,ກໍານົດຍຸດທະສາດຮອດປີ 2030,ວິໃສທັດ ຮອດປີ 2045 ສ່ອງແສງໃຫ້ເຫັນຂະບວນການພັດທະນາປະເທດຊາດໃນໄລຍະສັ້ນ,ໄລຍະກາງ ແລະ ໄລຍະຍາວ ດ້ວຍການຫັນປ່ຽນທີ່ມີລັກສະນະບາດລ້ຽວປະຫວັດສາດທີ່ສໍາຄັນຄື:ລະນຶກວັນປະເທດຊາດເປັນເອກະພາບ,ການກ້າວຂຶ້ນສັງຄົມນິຍົມຄົບຮອບ 50 ປີ,ລະນຶກວັນສ້າງຕັ້ງພັກກອມມູນິດຄົບຮອບ 100 ປີ ແລະ ວັນສ້າງຕັ້ງປະເທດຫວຽດນາມປະຊາທິປະໄຕ ຄົບຮອບ 100 ປີ.
ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມໄດ້ເນັ້ນໜັກວ່າ:ສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ,ປັບປຸງແຜນຍຸດທະສາດການພັດທະນາແບບຍືນຍົງທາງດ້ານການເມືອງ,ເສດຖະກິດ-ວັດທະນະທໍາ-ສັງຄົມ,ສະພາບແວດລ້ອມ...ໃຫ້ສົມບູນແບບ ເໝາະສົມກັບພື້ນຖານເສດຖະກິດຕະຫຼາດ ຄົບຖ້ວນ ທັນສະໄໝ ແລະ ເຊື່ອມໂຍງ.
ການສືບຕໍ່ຢຶດໝັ້ນປ່ຽນແປງໃໝ່ດ້ານຈິນຕະນາການ ໃນການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມຕາມທິດສັງຄົມນິຍົມຂອງຫວຽດນາມ ແມ່ນສຸມໃສ່ບຸກທະລຸປັບປຸງກົດໝາຍ,ນິຕິກໍາຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນ,ສິດນໍາໃຊ້ທີ່ດິນ,ຂໍ້ກໍານົດກ່ຽວກັບການກໍານົດມູນຄ່າ,ການປະມູນທີ່ດິນ,ຕະຫຼາດອະສັງຫາລິມະຊັບໃຫ້ສົມບູນແບບ; ປັບປຸງກົນໄກການຮ່ວມມືພາກລັດ-ເອກະຊົນຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ເພີ່ມທະວີການແບ່ງຂັ້ນ,ແບ່ງສິດຄຸ້ມຄອງໃຫ້ທ້ອງຖິ່ນປະຕິບັດບັນດາໂຄງການລົງທຶນເລັ່ງແກ້ໄຂບັນຫາຂໍ້ຄົງຄ້າງທີ່ເປັນສິ່ງອຸດຕັນ ເພື່ອໃຫ້ທ້ອງຖິ່ນມີຄວາມສາມາດໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ສິ່ງສໍາຄັນອີກບັນຫາໜຶ່ງ ຫວຽດນາມໄດ້ຫັນພື້ນຖານເສດຖະກິດ-ວັດທະນະທໍາສັງ-ສັງຄົມ ໄປສູ່ລະບົບດີຈີຕອນໂດຍກົງຢ່າງໄວວາໂດຍອີງໃສ່ພື້ນຖານເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແມ່ນປັດໄຈບໍ່ມີເພດານ.ນອກຈາກນັ້ນ,ຫວຽດນາມຍັງເອົາໃຈໃສ່ດ້ານນະໂຍບາຍ,ໃນການສ້າງກົນໄກ ເສີມຂະຫຍາຍດ້ານກໍາລັງແຮງບຸກຄະລາກອນ ພັດທະນາດ້ານຄວາມສາມາດຂອງບຸກຄະລາກອນ ຊຶ່ງມັນແມ່ນແຫຼ່ງກໍາເນີດພາຍໃນ ທັງແມ່ນກໍາລັງແຮງທີ່ສໍາຄັນທີ່ສຸດຕໍ່ການພັດທະນາ.
ກ່ຽວກັບບົດບາດຂອງວັດທະນະທໍາ-ສັງຄົມ ສໍາລັບການພັດທະນາ ຫວຽດນາມກໍານົດວ່າ:ວັດທະນະທໍາ ເຍືອງທາງໃຫ້ປະຊາຊົນເດີນຕາມ,ແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ,ແມ່ນເປົ້າໝາຍ ແຫຼ່ງກໍາເນີດພາຍໃນ ແລະ ກໍາລັງແຮງອັນໃຫຍ່ຫຼວງສໍາລັບການພັດທະນາສັງຄົມແບບຍືນຍົງ.ກໍ່ສ້າງພື້ນຖານວັດທະນະທໍາຫວຽດນາມກ້າວໜ້າ,ອຸດົມສົມບູນດ້ວຍສີສັນຂອງຊາດ,ໄປພ້ອມກັບການເສີມຂະຫຍາຍຄຸນຄ່າວັດທະນະທໍາ,ກໍາລັງແຮງຂອງປະຊາຊົນຫວຽດນາມ ເຮັດໃຫ້ຄວາມມຸ່ງມາດປາຖະໜາພັດທະນາປະເທດຊາດສີວິໄລ ຄວາມຜາສຸກປະກົດຜົນເປັນຈິງ.
ຮັບຮູ້ຢ່າງເລິກເຊິ່ງຄົບຖ້ວນການພົວພັນສັດຈະວິພາກ ລະຫວ່າງ ວັດທະນະທໍາ-ສັງຄົມ ແລະ ການພັດທະນາ ທີ່ມີຄວາມໝາຍສໍາຄັນເປັນພິເສດ ເພື່ອໃຫ້ສາມາດປຸກລະດົມກໍາລັງແຮງ ປ່ຽນແປງບັນດາຊັບພະຍາກອນວັດທະນະທໍາ,ບັນດາຄຸນຄ່າແຫ່ງຊາດ,ຄຸນຄ່າວັດທະນະທໍາ ຊຶ່ງບໍ່ພຽງແຕ່ມີຄວາມເທົ່າທຽມກັນ ແຕ່ຕ້ອງຊຶມເຂົ້າເລິກແຮງຂຶ້ນກວ່າເກົ່າ ກາຍເປັນຈິດວິນຍານ ຂອງບັນດາການເຄື່ອນໄຫວດ້ານການເມືອງ,ເສດຖະກິດ,ສັງຄົມໃນຂະບວນການພັດທະນາປະເທດ.
ການພັດທະນາຂະແໜງວັດທະນະທໍາ ໃນພື້ນຖານເສດຖະກິດຕະຫຼາດ ຂອງຫວຽດນາມ ໄດ້ນໍາເອົາຄວາມຮັບຮູ້ໃໝ່ ກ່ຽວກັບບົດບາດ,ຄຸນຄ່າກໍາເນີດໂດຍພາຍໃນ ຂອງວັດທະນະທໍາ ຊຶ່ງແມ່ນຂົງເຂດທີ່ນໍາເອົາຜົນປະໂຫຍດໂດຍກົງດ້ານເສດຖະກິດ,ຍ້ອນຄວາມຫຼາກຫຼາຍດ້ານວັດທະນະທໍາ ຕິດພັນກັບການຜະລິດແລະ ການທ່ອງທ່ຽວ ສາມາດສ້າງມູນຄ່າເພີ່ມ; ຊຸກຍູ້ການເຕີບໂຕຂອງເສດຖະກິດທີ່ຍືນຍົງ.
ການພັດທະນາຂະແໜງວັດທະນະທໍາ ແມ່ນວິທີການ ເພື່ອຫັນປ່ຽນແຫຼ່ງຊັບພະຍາກອນ,ທຶນວັດທະນະທໍາ ເປັນບັນດາຜະລິດຕະພັນ ແລະ ການບໍລິການວັດທະນະທໍາໃນຕະຫຼາດ,ສ້າງບັນດາແຫຼ່ງເສດຖະກິດ ເພື່ອລົງທຶນຄືນເຮັດໃຫ້ວັດທະນະທໍາກາຍເປັນເສົ້າຄໍ້າທີ່ຂັບເຄື່ອນໃນການພັດທະນາພື້ນຖານເສດຖະກິດຢ່າງແທ້ຈິງ.
ສັງລວມແລ້ວ ການພັດທະນາວັດທະນະທໍາ ເວລາໃດກໍມີສ່ວນພົວພັນ ກະທົບຊຶ່ງກັນ ແລະ ກັນ ໃນບັນດາການພັດທະນາລວມ ແລະ ຮອບດ້ານ; ການອະນຸລັກຮັກສາມໍລະດົກ ທາງປະຫວັດສາດ,ທໍາມະຊາດຄຸນຄ່າທາງດ້ານວັດທະນະທໍາ ແມ່ນລາຍຮັບສໍາຄັນ ຍືນຍົງຂອງປະເທດຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນໂຮ່​ຈິມິນ ບັນ​ລຸ 7.07%

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ນະ​ຄອນໂຮ່​ຈິມິນ ບັນ​ລຸ 7.07%

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: 9 ເດືອນຜ່ານມາ, ເສດຖະກິດນະຄອນ ໂຮ່ຈິມິນ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ. ຕາມໂຕເລກສະຖິຕິຂອງນະຄອນໂຮ່ຈິມິນ ແລ້ວ, ລວມຍອດຜະລິດຕະພັນໃນບໍລິເວນນະຄອນ (GRDP) ໄຕມາດ III ເພີ່ມຂຶ້ນ 8.11% ເມື່ອທຽບໃສ່ໄລຍະດຽວກັນ, ສູງກວ່າ 0.87% ເມື່ອທຽບໃສ່ໄຕມາດກ່ອນ. ໃນໂຄງປະກອບ GRDP ໄຕມາດທີ III, ອຸດສາຫະກຳ ແລະ ກໍ່ສ້າງ ໄດ້ຟື້ນຟູຢ່າງແຮງດ້ວຍລະດັບເພີ່ມຂຶ້ນ 7.74%; ການບໍລິການເພີ່ມຂຶ້ນ 8.58%, ຊ້າກວ່າເມື່ອທຽບໃສ່ ໄຕມາດທີ II ແຕ່ຍັງມີບົດບາດເປັນເສົາຄ້ຳ; ກະສິກຳ, ປ່າໄມ້ ແລະ ສິນໃນນ້ຳເພີ່ມຂຶ້ນ 3.14%.
ພື້ນຖານໂຄງລ່າງຢູ່ຊົນນະບົດຂອງຈີນໄດ້ຮັບການຍົກລະດັບຢ່າງໝັ້ນທ່ຽງ

ພື້ນຖານໂຄງລ່າງຢູ່ຊົນນະບົດຂອງຈີນໄດ້ຮັບການຍົກລະດັບຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍງານວ່າ: ເມື່ອ​ບໍ່​ດົນ​ມາ​ນີ້, ແຫຼ່ງຂ່າວຈາກກະ​ຊວງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ​​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 14, ພື້ນ​ຖານ​ໂຄງ​ລ່າງ​ຢູ່​ຊົນ​ນະ​ບົດ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ຢ່າງ​ໝັ້ນ​ທ່ຽງ​.
ຄູ-ອາຈານ ຊາວສິງກະໂປ ຕິດອັນດັບຕົ້ນໆຂອງການນຳໃຊ້ AI ໃນການສຶກສາ

ຄູ-ອາຈານ ຊາວສິງກະໂປ ຕິດອັນດັບຕົ້ນໆຂອງການນຳໃຊ້ AI ໃນການສຶກສາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ຕຸລາ ຜ່ານມາວ່າ: ອົງການ​ເພື່ອ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ ແລະ​ ການ​ພັດທະນາ (OECD) ​ໄດ້​ເປີດ​ເຜີຍ​ຜົນ​ຂອງ​ການ​ສຳ​ຫຼວດສາກົນ ກ່ຽວ​ກັບ​ການ​ສອນ ​ແລະ ການ​ຮຽນ​ ປະຈຳປີ 2024 ​ວ່າ: ຄູ​-ອາ​ຈານຊາວ​ສິງກະ​ໂປ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ນຳໃຊ້​ປັນຍາ​ປະດິດ (AI) ​ໃນ​ການ​ສຶກສາ​ສູງສຸດທົ່ວ​ໂລກ.
ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ປະເທດຜະລິດນ້ຳມັນເຊື້ອໄຟ ຈະຮັກສາມາດຕະການເພີ່ມການຜະລິດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 5 ຕຸ​ລາ​ ຜ່ານມາ, ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ​ອອກ​ຖະ​ແຫຼງ​ການ​ວ່າ: OPEC ແລະ ປະ​ເທດ​ຜະ​ລິດ​ນ້ຳ​ມັນເຊື້ອໄຟຕົ້ນ​ຕໍ 8 ປະເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ OPEC ໄດ້ຕົກ​ລົງຈະ​ຮັກ​ສາ​ມາດ​ຕະ​ການ​ເພີ່ມ​ການ​ຜະ​ລິດ​ໃນ​ເດືອນ​ພະ​ຈິກ​ໜ້າ​ນີ້ ຊຶ່ງຈະເພີ່ມ​ການ​ຜະ​ລິດ​ນ້ຳ​ມັນ​ດິບມື້​ລະ​ 137.000 ບາ​ເຣວ.
   ​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

​ ກຽວໂຕ ຂຶ້ນພາສີໂຮງແຮມ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກທ່ອງທ່ຽວ

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ອຳນາດການປົກຄອງນະຄອນ​ກຽວ​ໂຕ​ ໄດ້​ປະ​ກາດ​ການ​ເພີ່ມ​ອັດ​ຕາ​ພາ​ສີ​ໂຮງ​ແຮມ​ໃໝ່ ຊຶ່ງຈະມີ​ຜົນ​ສັກ​ສິດ​ໃນ​ເດືອນ​ມີ​ນາ​ປີ 2026, ເພື່ອ​ແກ້​ໄຂ​ບັນ​ຫາ​ນັກ​ທ່ອງ​ທ່ຽວແອອັດ. ອຳນາດການປົກຄອງນະຄອນກຽວໂຕ ໄດ້ເພີ່ມພາສີໂຮງແຮມຕໍ່ນັກທ່ອງທ່ຽວ, ໂດຍມີອັດຕາພາສີສູງສຸດເຖິງ 10,000 ເຢນ ເພື່ອຫວັງຫຼຸດຜ່ອນຈໍານວນນັກທ່ອງທ່ຽວຫຼາຍເກີນໄປ ຊຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວນະຄອນກຽວໂຕ.
ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ຂອງໂລກ ຈະຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ

ຂ່າວສານຊີອາໄອລາຍງານ ໃນວັນທີ 6 ຕຸລາ ຜ່ານມາວ່າ: ກອງປະຊຸມລົດອັດສະລິຍະແບບເຊື່ອມຕໍ່ ຫຼື ICV ຂອງໂລກ 2025 ທີ່ກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານ,ກະຊວງຄົມມະນາຄົມຂົນສົ່ງ ແລະ ອົງການປົກຄອງນະຄອນຫຼວງປັກກິ່ງເປັນເຈົ້າພາບຮ່ວມ ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 16 ຫາ ວັນທີ 18 ຕຸລານີ້.
ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ຫວຽດນາມ ເປີດກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກ ຊຸດທີ 13

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 6 ຕຸລາ ຜ່ານມາ, ກອງປະຊຸມໃຫຍ່ຄັ້ງທີ 13 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ເປັນປະທານ ແລະ ກ່າວເປີດກອງປະຊຸມໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. ທ່ານ ເລືອງເກື່ອງ ກຳມະການກົມການເມືອງ ປະທານປະເທດແຫ່ງ ສສ ຫວຽດນາມ ບໍລິຫານວາລະເປີດ.
ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ເກືອບເຄິ່ງໜຶ່ງຂອງໄພພິບັດທີ່ຮ້າຍແຮງເກີດຂຶ້ນໃນທົດສະວັດທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ມະຫາວິທະຍາໄລ Tasmania ຂອງອົສຕຣາລີ ໄດ້ເປີດເຜີຍການສຶກສາກ່ຽວກັບຂໍ້ມູນໄພພິບັດທົ່ວໂລກ ໃນໄລຍະ 44 ປີ ຜ່ານວາລະສານວິທະຍາສາດ (Science) ຊຶ່ງການສຶກສາພົບວ່າ, ທົ່ວໂລກເກີດໄຟໄໝ້ປ່າທີ່ຮ້າຍແຮງເພີ່ມຂຶ້ນຢ່າງຫຼວງຫຼາຍ, ໂດຍ 43% ຂອງໄຟພິພິບັດທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນທົດສະວັດທີ່ຜ່ານມາ, ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ລະດູການໄຟໄໝ້ປ່າຮ້ອນຂຶ້ນ, ແຫ້ງແລ້ງຂຶ້ນ ແລະ ຍາວນານຂຶ້ນ.
OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

OPEC ຄາດຄວາມຕ້ອງການນໍ້າມັນທົ່ວໂລກຈະເພີ່ມຂຶ້ນເປັນ 378 ລ້ານບາເຣນຕໍ່ມື້ໃນປີ 2050

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການ​ປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ (OPEC) ຄາດ​ວ່າ​ຄວາມ​ຕ້ອງການ​ນ້ຳມັນ​​ທົ່ວ​ໂລກ​ຈະ​ເພີ່ມ​ຂຶ້ນ​ຈາກ 308 ລ້ານ​ບາ​ເຣນ​ຕໍ່​ມື້​ເປັນ 378 ລ້ານ​ບາ​ເຣນ​ຕໍ່ມື້​ໃນ​ປີ 2050 ​ຊຶ່ງ​ເປັນ​ອັດຕາ​ການ​ເຕີບ​ໂຕ 23%.
ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ມາເລເຊຍ ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ ເພື່ອຕອບສະໜອງຄວາມຕ້ອງການຕະຫຼາດໂລກ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຊານ ຟຸງ ຮິນ ຮອງລັດຖະມົນຕີກະຊວງອຸດສາຫະກຳປູກຝັງ ແລະ ສິນຄ້າ ຂອງມາເລເຊຍ ໄດ້ເປີດເຜີຍວ່າ: ມາເລເຊຍ ມີແຜນທີ່ຈະຂະຫຍາຍອຸດສາຫະກຳໄມ້ໄຜ່ຂອງຕົນເພື່ອເພີ່ມສ່ວນແບ່ງການຕະຫຼາດ ຈາກຄວາມຕ້ອງການທົ່ວໂລກທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ເພີ່ມເຕີມ