ອິນເດຍ ອະນຸມັດໂຄງການ ELI ເພື່ອສ້າງວຽກເຮັດງານທຳ 35 ລ້ານຕຳແໜ່ງ

ອິນເດຍ ອະນຸມັດໂຄງການ ELI ເພື່ອສ້າງວຽກເຮັດງານທຳ 35 ລ້ານຕຳແໜ່ງ

ອິນເດຍ ອະນຸມັດໂຄງການ ELI ເພື່ອສ້າງວຽກເຮັດງານທຳ 35 ລ້ານຕຳແໜ່ງ
ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກໍລະກົດນີ້ວ່າ: ຄະນະລັດຖະມົນຕີ​ຂອງ​ອິນ​ເດຍໄດ້​ອະນຸມັດ​ໂຄງການ​ແຮງ​ຈູງ​ໃຈ​ດ້ານ​ການ​ຈ້າງ​ງານ (ELI) ໃນວັນທີ 1 ກໍລະກົດ ຜ່ານມາ, ໂດຍ​ມີງົບປະມານ 1 ພັນ​ຕື້​ຣູປີ (11,7 ຕື້​ໂດ​ລາ​ສະຫະລັດ) ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ປະມານ 35 ລ້ານ​ຕຳແໜ່ງ​ໃນ​ໄລຍະ 2 ປີ​ ​ໂດຍ​ຜ່ານ​ການ​ມອບເງິນອຸດໜູນ​ໃຫ້​ແກ່​ນາຍຈ້າງ ​ແລະ ພະນັກງານ.

 

ໂຄງການ ELI ແມ່ນສ່ວນໜຶ່ງຂອງນະໂຍບາຍທີ່ກວ້າງຂວາງເພື່ອແນໃສ່ສ້າງວຽກເຮັດງານທໍາ, ພັດທະນາທັກສະແລະ ໃຫ້ໂອກາດແກ່ໄວໜຸ່ມປະມານ 41 ລ້ານຄົນ ຊຶ່ງປະກາດຄັ້ງທໍາອິດໃນເດືອນກໍລະກົດ 2024.

ພາຍໃຕ້ໂຄງການດັ່ງກ່າວ, ຜູ້ທີ່ເປັນພະນັກງານຄັ້ງທໍາອິດຈະໄດ້ຮັບເງິນອຸດໜູນເດືອນໜຶ່ງສູງເຖິງ 15,000 ຣູປີ (175 ໂດລາ), ໃນຂະນະທີ່ນາຍຈ້າງຈະໄດ້ຮັບເງິນອຸດໜູນສູງເຖິງ 3,000 ຣູປີຕໍ່ເດືອນເປັນເວລາສອງປີ ສໍາລັບການຈ້າງງານພະນັກງານເພີ່ມແຕ່ລະຄົນ ແລະ ຕ້ອງຈ້າງຕໍ່ເນື່ອງຢ່າງໜ້ອຍຫົກເດືອນ. ຂະນະທີ່ຂະແໜງການຜະລິດຈະໄດ້ຮັບຜົນປະໂຫຍດດັ່ງກ່າວເພີ່ມອີກ 2 ປີ.

ຜົນປະໂຫຍດຂອງໂຄງການນີ້ກວມເອົາການຈ້າງງານໃນລະຫວ່າງເດືອນສິງຫາ ຫາ ເດືອນກັນຍາ 2025 ເຖິງເດືອນກໍລະກົດ ປີ 2027, ໂດຍຄາດວ່າຈະມີຜູ້ເຂົ້າສູ່ຕະຫຼາດແຮງງານຄັ້ງທໍາອິດປະມານ 19.2 ລ້ານຄົນ ທີ່ຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ.

ທັງນີ້, ອັດຕາການວ່າງງານໃນອິນເດຍຍັງສູງກວ່າ 5%, ໃນຂະນະທີ່ແຮງງານເກືອບ 45% ໃນອິນເດຍຍັງອີງໃສ່ຂະແໜງກະສິກຳເປັນຫຼັກ.

ຄໍາເຫັນ

ຂ່າວຕ່າງປະເທດ

ອົສຕຣາລີ ຈະສ້າງຫ້ອງທົດລອງກວດສານພິດໃນອາຫານທະເລ

ອົສຕຣາລີ ຈະສ້າງຫ້ອງທົດລອງກວດສານພິດໃນອາຫານທະເລ

ຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນີ ອານບາເນັສ ນາຍົກລັດຖະມົນຕີ ອົສຕຣາລີ ປະກາດໃນວັນທີ 20 ສິງຫາ ຜ່ານມາວ່າ: ລັດຖະບານຈະສ້າງຫ້ອງທົດລອງໃໝ່ ຢູ່ລັດ South Australia ເພື່ອກວດຫາສານພິດ ໃນອາຫານທະເລ ໂດຍມີເປົ້າໝາຍເພື່ອແນໃສ່ແກ້ໄຂການລະບາດຂອງສາຫຼ່າຍພິດ ທີ່ເກີດຢູ່ບໍລິເວນນອກຊາຍຝັ່ງຂອງລັດດັ່ງກ່າວ.
ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມຢູ່ພາກເໜືອປາກິສຖານ ຫຼາຍກວ່າ 400 ຄົນ

ຈຳນວນຜູ້ເສຍຊີວິດຈາກໄພນໍ້າຖ້ວມຢູ່ພາກເໜືອປາກິສຖານ ຫຼາຍກວ່າ 400 ຄົນ

ຂ່າວຕ່າງປະເທດລາຍງານຈາກເມືອງເປສະວາ ປະເທດປາກິສຖານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ຝົນຕົກໜັກໃນທົ່ວພາກເໜືອຂອງປາກິສຖານ ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນ ຊຶ່ງສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບ້ານເຮືອນຕ່າງໆ, ເຮັດໃຫ້ມີຜູ້ຄົນຈຳນວນຫຼາຍຕິດຢູ່ໃຕ້ຊາກຫັກພັງ ແລະ ອີກຫຼາຍຄົນສູນຫາຍ.
ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ໄຟປ່າໃນເອີຣົບທຳລາຍພື້ນທີ່ເກືອບ 895,000 ເຮັກຕາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ສິງຫາ ຜ່ານມາວ່າ: ສູນຄົ້ນຄວ້າຮ່ວມຂອງຄະນະກຳມາທິການເອີຣົບເປີດເຜີຍວ່າ: ໄຟປ່າໄດ້ທໍາລາຍພື້ນທີ່ທົ່ວສະຫະພາບເອີຣົບ (EU)ເກືອບ 895,000 ເຮັກຕາ ໃນປີ 2025 ຫຼາຍກວ່າໄລຍະດຽວກັນຂອງປີ 2024 ກວ່າ 4 ເທົ່າ ແລະ ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ເມື່ອທຽບກັບໂຕເລກ 439,568 ເຮັກຕາ ໃນອາທິດກ່ອນໜ້ານີ້ ຊຶ່ງຊີ້ໃຫ້ເຫັນເຖິງການແຜ່ລາມຢ່າງໄວວາຂອງໄຟປ່າໃນສອງສາມມື້ຜ່ານມາ.
ເດືອນກໍລະກົດ ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.6%

ເດືອນກໍລະກົດ ການສົ່ງອອກຂອງຍີ່ປຸ່ນ ຫຼຸດລົງ 2.6%

ຂ່າວຕ່າງປະເທດລາຍງານວ່າ: ກະຊວງ​ການ​ເງິນ​ຍີ່ປຸ່ນ​ລາຍ​ງານ​ໃນ​ວັນ​ທີ 20 ສິງຫາ​ ຜ່ານມາ​ວ່າ, ການ​ສົ່ງ​ອອກ​ໄດ້​ຫຼຸດ​ລົງ 2.6% ​ໃນ​ເດືອນ​ກໍລະກົດ ມາ​ເປັນ 9.36 ພັນ​ຕື້​ເຢນ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງເປັນ​ການ​ຫຼຸດ​ລົງ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ໃນ​ຮອບ​ຫຼາຍ​ກວ່າ 4 ປີ ຫຼື​ ນັບ​ແຕ່​ເດືອນ​ກຸມ​ພາ 2021 ແລະ ​ຫຼຸດ​ລົງ​ຢ່າງຫຼວງຫຼາຍຈາກເດືອນມິຖຸນາ ​ຊຶ່ງໄດ້ຫຼຸດ​ລົງພຽງແຕ່ 0.5%. ນອກຈາກນີ້, ການສົ່ງອອກໃນເດືອນກໍລະກົດຍັງຫຼຸດລົງຫຼາຍກວ່າທີ່ນັກວິເຄາະຄາດຄະເນໄວ້ວ່າຈະຫຼຸດລົງ 2.1%.
ການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ບັນລຸ 247 ຕື້ 700 ລ້ານໂດລາ

ການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອົງການຮ່ວມມືຊຽງໄຮ້ ບັນລຸ 247 ຕື້ 700 ລ້ານໂດລາ

ຂ່າວສານຊີອາໄອລາຍງານໃນວັນທີ 20 ສິງຫາ ຜ່ານມາວ່າ: ກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້ການຮ່ວມມືດ້ານເສດຖະກິດລະດັບພາກພື້ນຂອງອົງການຮ່ວມມືຊຽງໄຮ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ໃນນັ້ນ, ຂະໜາດການຄ້າດ້ານສິນຄ້າຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນ 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າສິນຄ້າລະຫວ່າງຈີນ ກັບ ປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ້ໄດ້ບັນລຸເຖິງ 247 ຕື້ 700 ລ້ານໂດລາ, ເພີ່ມຂຶ້ນ 0.8% ເມື່ອທຽບກັບໄລຍະດຽວກັນຂອງປີ 2024. ໃນ 5 ປີມໍ່ໆມານີ້, ຍອດມູນຄ່າການຄ້າລະຫວ່າງຈີນ ກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄດ້ບັນລຸເຖິງ 300 ຕື້, 400 ຕື້ ແລະ 500 ຕື້ໂດລາ ຢ່າງລຽນຕິດ ແລະ ບັນລຸຮອດ 512 ຕື້ 400 ລ້ານໂດລາໃນປີ 2024 ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 2.7% ເມື່ອທຽບໃສ່ປີ 2023.
ຫວຽດ​ນາມ ກາຍເປັນປະເທດນຳໜ້າໃນ​ການດຶງ​ດູດ​ເງິນ​ລົງ​ທຶນ FDI

ຫວຽດ​ນາມ ກາຍເປັນປະເທດນຳໜ້າໃນ​ການດຶງ​ດູດ​ເງິນ​ລົງ​ທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເວັບໄຊ ໄດ້ລົງບົດວິເຄາະຂອງທ່ານ ຫງວຽນຈາງ ແລະ ທ່ານ ບໍຣິສ ຊັລລິແວນ ຊຶ່ງໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນແມ່ນສະຖານທີ່ນັດພົບຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແຖວໜ້າໂລກ, ດ້ວຍກຳລັງແຮງໜຸ່ມທີ່ມີຄວາມຂະຫຍັນຂັບເຄື່ອນ, ບັນດາສັນຍາການຄ້າ ທີ່ສະດວກ ແລະ ສະພາບແວດລ້ອມດ້ານການເມືອງທີ່ເປັນປົກກະຕິ. ບົດຂຽນລະບຸວ່າ: ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI 36.6 ຕື້ກວ່າໂດລາ, ເພີ່ມຂຶ້ນ 32% ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສະຖິຕິທີ່ສູງໃນຫຼາຍປີມານີ້.
ຊີວະປະຫວັດຫຍໍ້

ຊີວະປະຫວັດຫຍໍ້

- ຊື່ ແລະ ນາມສະກຸນ: ນາງ ຫວໍ ທິ ແອ໋ງ ຊວນ (VO THI ANH XUAN). ເພດ: ຍິງ. - ວັນເດືອນປີເກີດ: 8/1/1970. ຊົນເຜົ່າ: ກິງ. - ບ້ານເກີດ: ຕາແສງ ເຖີ່ຍເຊີນ ເມືອງຕິ້ງບຽນ ແຂວງອານຢາງ. - ລະດັບວິຊາສະເພາະ: ປະລິນຍາໂທການຄຸ້ມຄອງສາທາລະນະ. - ລະດັບທິດສະດີການເມືອງ: ຂັ້ນສູງ. - ວັນເດືອນປີເຂົ້າພັກສຳຮອງ: 20/12/1994. ວັນເດືອນປີເຂົ້າພັກສົມບູນ: 20/12/1995.
ເມັກຊິກ ມີຈຸດປະສົງເພິ່ງພາຕົນເອງດ້ານພະລັງງານ

ເມັກຊິກ ມີຈຸດປະສົງເພິ່ງພາຕົນເອງດ້ານພະລັງງານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ສິງຫາ ຜ່ານມາວ່າ: ທ່ານ ນາງ ຄລໍເດຍ ເຊນບາມ ປະທານາທິບໍດີເມັກຊິກ ເປີດເຜີຍວ່າ: ເມັກຊິກກໍາລັງຊອກຫາວິທີການສ້າງຄວາມເປັນເອກະລາດດ້ານພະລັງງານ ແລະ ຫຼຸດຜ່ອນການເອື່ອຍອີງຈາກສະຫະລັດ ອາເມຣິກາ, ເນື່ອງຈາກວ່າປັດຈຸບັນເມັກຊິກເພິ່ງພາອາຍແກ໊ສທໍາມະຊາດລາຄາຖືກຈາກສະຫະລັດ ອາເມຣິກາ ຢ່າງຫຼວງຫຼາຍ.
ສິງກະໂປ ປາບປາມການສູບຢາສູບໄຟຟ້າໃນລະບົບຂົນສົ່ງສາທາລະນະ

ສິງກະໂປ ປາບປາມການສູບຢາສູບໄຟຟ້າໃນລະບົບຂົນສົ່ງສາທາລະນະ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງ​ການ​ຂົນ​ສົ່ງ​ທາງ​ບົກ​ຂອງ​ສິງ​ກະ​ໂປລາຍ​ງານ​ວ່າ, ສິງ​ກະ​ໂປ​ພວມ​ເພີ່ມ​ທະ​ວີ​ການ​ປາບ​ປາມ​ການ​ສູບ​ຢາສູບໄຟຟ້າ (vaping)​ພາຍໃນລະບົບ​ການ​ຂົນ​ສົ່ງ​ສາ​ທາ​ລະ​ນະ, ໂດຍ​ມີ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ່​ຕາມສະ​ຖາ​ນີ​ຂົນສົ່ງ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢ່າງ​ຕັ້ງ​ໜ້າ.
ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ

ຜົນການສຳຫຼວດ ພະນັກງານ ສ ເກົາຫຼີ ຫຼາຍກວ່າເຄິ່ງໜຶ່ງນຳໃຊ້ AI ເຮັດວຽກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ສິງຫາ ຜ່ານມາວ່າ: ທະນາຄານກາງ ສ ເກົາຫຼີ (BOK) ເປີດເຜີຍວ່າ ,ພະນັກງານຫຼາຍກວ່າເຄິ່ງໜຶ່ງໃຊ້ປັນຍາປະດິດແບບສ້າງສັນ ຫຼື Generative AI ໃນບ່ອນເຮັດວຽກ ແລະ ຄາດຄະເນວ່າ AI ໄດ້ປະກອບສ່ວນປະມານ 1% ເຂົ້າໃນ GDP ຂອງປະເທດໃນໄລຍະ 2 ປີຜ່ານມາ.
ເພີ່ມເຕີມ