ບົດລາຍງານລະບຸວ່າ: ຂໍ້ຕົກລົງດັ່ງກ່າວໄດ້ຖືກລົງນາມ ຕໍ່ໜ້າທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ແລະ ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊີວາ ປະທານາທິບໍດີບຣາຊິນ ທີ່ກຳລັງຢ້ຽມຢາມອິນເດຍຢ່າງເປັນທາງການເປັນເວລາ 3 ວັນ.
ລັດຖະບານອິນເດຍກ່າວວ່າ: ການຮ່ວມມືຄັ້ງນີ້ຈະຊ່ວຍໃຫ້ອິນເດຍສາມາດເຂົ້າເຖິງແຮ່ເຫຼັກ ແລະ ແຮ່ທາດທີ່ສຳຄັນອື່ນໆທີ່ຈໍາເປັນສໍາລັບການຜະລິດເຫຼັກໄດ້ຫຼາຍຂຶ້ນ, ເນື່ອງຈາກບຣາຊິນແມ່ນໜຶ່ງໃນຜູ້ຜະລິດແຮ່ເຫຼັກທີ່ສຳຄັນຂອງໂລກ ແລະ ຊັບພະຍາກອນແຮ່ທາດສະຫງວນໄວ້ຢ່າງຫຼວງຫຼາຍ ຊຶ່ງຈະສະໜັບສະໜູນການຂະຫຍາຍກໍາລັງການຜະລິດ ແລະ ການເຕີບໂຕໃນໄລຍະຍາວຂອງອຸດສາຫະກໍາເຫຼັກຂອງອິນເດຍ.
ນອກຈາກນັ້ນ, ທັງສອງປະເທດກຳລັງກະກຽມທີ່ຈະສົ່ງເສີມການລົງທຶນໃນການສໍາຫຼວດ, ການຂຸດຄົ້ນບໍ່ແຮ່ ແລະ ການພັດທະນາພື້ນຖານໂຄງລ່າງໃນອຸດສາຫະກໍາເຫຼັກ, ໃນຂະນະທີ່ອິນເດຍກໍາລັງເລັ່ງການຜະລິດຂອງຕົນເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຈາກການພັດທະນາພື້ນຖານໂຄງລ່າງ ແລະ ການພັດທະນາອຸດສາຫະກໍາ.
ທ່ານ ໂມດີ ກ່າວວ່າ: ການເຈລະຈາດັ່ງກ່າວມີຈຸດປະສົງເພື່ອຊຸກຍູ້ການຄ້າສອງຝ່າຍໃຫ້ເກີນ 20 ຕື້ໂດລາພາຍໃນ 5 ປີ, ຈາກ 15 ຕື້ໂດລາໃນປັດຈຸບັນ. ພ້ອມທັງຂະຫຍາຍການຮ່ວມມືໃນດ້ານເຕັກໂນໂລຊີ, ນະວັດຕະກໍາ, ພື້ນຖານໂຄງລ່າງດີຈີຕອນ, ປັນຍາປະດິດ ແລະ ເຊມິຄອນດັກເຕີ.
ໃນຂະນະດຽວກັນ, ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊີວາ ໄດ້ສະເໜີໃຫ້ໃຊ້ສະກຸນເງິນທ້ອງຖິ່ນສໍາລັບການຄ້າສອງຝ່າຍແທນເງິນໂດລາ, ແຕ່ເນັ້ນໜັກວ່າບໍ່ມີແຜນການທີ່ຈະສ້າງສະກຸນເງິນ BRICS ຮ່ວມກັນ.
ຄໍາເຫັນ