ທ່ານ ນາເຣນດາ ໂມດີ ນາຍົກລັດຖະມົນຕີອິນເດຍ ກ່າວໃນພິທີເປີດງານສັບປະດາພະລັງງານອິນເດຍ 2026 ວ່າ: ຂໍ້ຕົກລົງການຄ້າເສລີລະຫວ່າງອິນເດຍ ແລະ EU ຈະເປີດໂອກາດທາງດ້ານເສດຖະກິດຄັ້ງໃຫຍ່ໃຫ້ແກ່ປະຊາຊົນທັງສອງຝ່າຍ. ທ່ານກ່າວຕື່ມວ່າ: ຂໍ້ຕົກລົງດັ່ງກ່າວຈະຊ່ວຍຊຸກຍູ້ຂະແໜງການຜະລິດຂອງອິນເດຍຢ່າງຫຼວງຫຼາຍ ແລະ ນຳໄປສູ່ການຂະຫຍາຍຕົວໃນຂະແໜງການບໍລິການເຊັ່ນກັນ.
ທ່ານ ໂມດີ ຍັງຊີ້ໃຫ້ເຫັນວ່າ: ຂໍ້ຕົກລົງດັ່ງກ່າວຈະຊ່ວຍເສີມຂະຫຍາຍຄວາມໝັ້ນໃຈໃຫ້ກັບນັກລົງທຶນ ແລະ ຂະແໜງທຸລະກິດໃນການມາລົງທຶນໃນອິນເດຍຫຼາຍຂຶ້ນ. ໃນເວລາດຽວກັນ, ຂໍ້ຕົກລົງດັ່ງກ່າວຍັງສອດຄ່ອງ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ກັບຂໍ້ຕົກລົງການຄ້າທີ່ອິນເດຍມີຢູ່ແລ້ວກັບສະຫະລາຊະອານາຈັກ ແລະ ສະມາຄົມການຄ້າເສລີເອີຣົບ (EFTA).
ຜູ້ນຳອິນເດຍກ່າວຕື່ມອີກວ່າ: ຂໍ້ຕົກລົງການຄ້າເສລີສະບັບນີ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງທັງສອງຝ່າຍຕໍ່ປະຊາທິປະໄຕ ແລະ ການປົກຄອງດ້ວຍກົດໝາຍ, ພ້ອມທັງສະແດງຄວາມຍິນດີກັບປະຊາຊົນຂອງປະເທດຕໍ່ຜົນສຳເລັດທີ່ສຳຄັນນີ້.
ສຳລັບມູນຄ່າການຄ້າລະຫວ່າງອິນເດຍ ແລະ EU ມີມູນຄ່າ 136.5 ຕື້ໂດລາໃນປີງົບປະມານທີ່ສິ້ນສຸດໃນເດືອນມີນາ 2025. ໂດຍລວມແລ້ວ, ທັງສອງຝ່າຍກວມເອົາເກືອບ 1 ສ່ວນ 5 ຂອງການຄ້າທົ່ວໂລກ ແລະ ກວມເອົາປະມານ 25% ຂອງປະຊາກອນໂລກ.
ຄໍາເຫັນ