ຂໍ້ຕົກລົງດັ່ງກ່າວໄດ້ບັນລຸໃນລະຫວ່າງທີ່ ທ່ານ ເຊກ ໂມຮໍາເມັດ ບິນ ຊາເຢັດ ອານ ນາຢານ ປະທານາທິບໍດີ UAE ຢ້ຽມຢາມອິນເດຍ ແລະ ປຶກສາຫາລືກັບ ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ. ໂດຍທັງສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະເພີ່ມມູນຄ່າການຄ້າສອງຝ່າຍຂຶ້ນເປັນສອງເທົ່າ ເປັນ 200 ຕື້ໂດລາ ພາຍໃນ 6 ປີ, ລວມທັງສ້າງຕັ້ງຄູ່ຮ່ວມມືດ້ານການປ້ອງກັນປະເທດຢ່າງມີຍຸດທະສາດ.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ADNOC Gas ຊຶ່ງເປັນວິສາຫະກິດຂອງ UAE ຈະສະໜອງ LNG ປະມານ 0.5 ລ້ານໂຕນຕໍ່ປີໃຫ້ແກ່ບໍລິສັດ Hindustan Petroleum Corp ຂອງອິນເດຍເປັນເວລາ 10 ປີ.
ADNOC Gas ໄດ້ເປີດເຜີຍວ່າ: ຂໍ້ຕົກລົງລ້າສຸດນີ້ເຮັດໃຫ້ມູນຄ່າທັງໝົດຂອງສັນຍາກັບອິນເດຍເພີ່ມຂຶ້ນຫຼາຍກວ່າ 20 ຕື້ໂດລາ, ພ້ອມທັງລະບຸວ່າ: ປັດຈຸບັນອິນເດຍເປັນລູກຄ້າລາຍໃຫຍ່ທີ່ສຸດຂອງ UAE ແລະ ເປັນສ່ວນສຳຄັນຂອງຍຸດທະສາດ LNG ຂອງບໍລິສັດ ແລະ UAE ເປັນຄູ່ຄ້າການຄ້າອັນດັບ 3 ຂອງອິນເດຍ.
ຄໍາເຫັນ