ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ມັງກອນ ຜ່ານມາວ່າ: ອົງການຄົ້ນຄວ້າອະວະກາດຂອງອິນເດຍໄດ້ສຳເລັດການຍິງສົ່ງຈະຫຼວດ GSLV-F15 ທີ່ບັນທຸກດາວທຽມນຳທາງ NVS-02 ຈາກຖານສົ່ງຍານອາວະກາດເທິງເກາະສີຫາລິໂຄດ ຕັ້ງຢູ່ນອກຝັ່ງທະເລຂອງອ່າວ Bengal ໃນລັດ Andhra Pradesh ພາກໃຕ້ຂອງອິນເດຍ ໃນເວລາ 6:23 ໂມງເຊົ້າຂອງວັນທີ 29 ມັງກອນ ຜ່ານມາ ຕາມເວລາທ້ອງຖິ່ນ.
ການຍິງສົ່ງຈະຫຼວດຄັ້ງນີ້ ຖືເປັນການຍິງຈະຫຼວດຄັ້ງທີ 100 ຈາກສູນອາວະກາດສາທິດທາວັນເທິງເກາະສີຫາລິໂຄດ ຂອງອົງການດັ່ງກ່າວ ຫຼັງຈາກມີການຍິງສົ່ງຈະຫຼວດ SLV ຊຶ່ງເປັນຈະຫຼວດຂະ ໜາດໃຫຍ່ລຳທຳອິດໃນວັນທີ 10 ສິງຫາ ປີ1979.
ທັງນີ້, ດາວທຽມ NVS-02ຈະຊ່ວຍປັບປຸງການບໍລິການລະບົບດາວທຽມນໍາທາງຂອງອິນເດຍ (NavIC) ທີ່ໃຊ້ສໍາລັບການນໍາທາງ, ການກະເສດທີ່ຊັດເຈນ, ບໍລິການສຸກເສີນລວມທັງການບໍລິການລະບຸຕຳແໜ່ງອຸປະກອນເຄື່ອນທີ່.
ຄໍາເຫັນ