ຂ່າວລະບຸວ່າ: Vikram 1 ເປັນຈະຫຼວດຂົນສົ່ງຫຼາຍຂັ້ນທີ່ສາມາດບັນທຸກນໍ້າໜັກໄດ້ເຖິງ 350 ກິໂລກຣາມ ເຂົ້າສູ່ວົງໂຄຈອນຕ່ຳຂອງໂລກໄດ້. ໂດຍລາຍງານຊີ້ໃຫ້ເຫັນວ່າຈະຫຼວດຂົນສົ່ງລຳນີ້ເຮັດວຽກໄດ້ຕາມປົກກະຕິ ແລະ ແຍກອອກຈາກກັນຢ່າງຊັດເຈນ ແລະ ບໍ່ມີເຫດການໃດໆເກີດຂຶ້ນ.
ອົງການຄົ້ນຄວ້າອະວະກາດອິນເດຍ (ISRO) ໄດ້ຊົມເຊີຍທີມນັກວິທະຍາສາດຈາກບໍລິສັດSkyroot Aerospace ຊຶ່ງເປັນຜູ້ພັດທະນາຈະຫຼວດລຳດັ່ງກ່າວດ້ວຍເຕັກໂນໂລຊີພາຍໃນປະເທດ, ໂດຍກ່າວວ່າພາລະກິດດັ່ງກ່າວເປັນຈຸດສຳຄັນສຳລັບອຸດສາຫະກຳອະວະກາດເອກະຊົນ ແລະ ສະທ້ອນໃຫ້ເຫັນເຖິງທ່າແຮງການເຕີບໂຕຢ່າງຕໍ່ເນື່ອງຂອງຂະແໜງອະວະກາດຂອງອິນເດຍ.
ຄໍາເຫັນ