ຮ່າງກົດໝາຍດັ່ງກ່າວຍັງມີຈຸດປະສົງເພື່ອຫ້າມການໂຄສະນາກ່ຽວກັບເກມອອນລາຍທີ່ກ່ຽວຂ້ອງກັບການເງິນ ແລະ ຫ້າມທະນາຄານ, ສະຖາບັນການເງິນອຳນວຍຄວາມສະດວກ ຫຼື ໂອນເງິນທີ່ກ່ຽວຂ້ອງກັບເກມອອນລາຍດັ່ງກ່າວ. ນອກຈາກນີ້ຍັງກຳນົດໂທດຈຳຄຸກສູງເຖິງ 3 ປີ ແລະ/ຫຼື ປັບໃໝເຖິງ 10 ລ້ານຣູປີອິນເດຍ ຫາກມີການລະເມີດກົດໝາຍສະບັບນີ້.
ທ່ານ ອັດວິນີ ໄວນາວາ ລັດຖະມົນຕີກະຊວງເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງອິນເດຍກ່າວວ່າ: ການຕິດເກມອອນລາຍທີ່ກ່ຽວຂ້ອງກັບເງິນແມ່ນຄ້າຍຄືກັບການຕິດຢາເສບຕິດ. ຜູ້ຊ່ຽວຊານເຊື່ອວ່າປະຊາຊົນມັກຈະຫຼິ້ນເກມທີ່ກ່ຽວຂ້ອງກັບເງິນອອນລາຍ ເພື່ອຝາກເງິນເຂົ້າໄປໃນລະບົບດ້ວຍຄວາມຄາດຫວັງຂອງຜົນຕອບແທນທີ່ເພີ່ມຂຶ້ນ.
ຄໍາເຫັນ