ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນາ ນີ້ວ່າ: ອິນເດຍ ປະກາດເຕືອນໄພລະດັບ “ສີແດງ” ເພື່ອຮັບມືກັບຄື້ນຄວາມຮ້ອນຮຸ່ນແຮງ ແລະ ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ, ໃນຂະນະດຽວກັນຄຸນນະພາບອາກາດຢູ່ໃນລະດັບ “ບໍ່ດີ” ດັດຊະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.

 

ຂ່າວລະບຸວ່າ: ໃນວັນທີ 11 ມິຖຸນາ ຜ່ານມາ, ນະຄອນຫຼວງນິວເດລີ ກຳລັງປະເຊີນກັບຄື້ນຄວາມຮ້ອນຮຸ່ນແຮງ, ໂດຍອຸນຫະພູມວັດແທກໄດ້ລະຫວ່າງ 40.9 - 45 ອົງສາ ໃນຫຼາຍຂົງເຂດ. ໂດຍສະຖານີວັດແທກອຸນຫະພູມທີ່ຮ້ອນທີ່ສຸດໃນໄລຍະຕອນບ່າຍຄື: ເຂດອາຍານາການ ວັດແທກໄດ້ 45 ອົງສາ ຂະນະທີ່ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຊຶ່ງປະສົມປະສານຄວາມຮ້ອນ ແລະ ຄວາມຊຸ່ມ.

ກົມອຸຕຸນິຍົມວິທະຍາອິນເດຍ ປະກາດເຕືອນໄພລະດັບ "ສີແດງ" ຊຶ່ງເປັນລະດັບສູງສຸດ ແລະ ແນະນຳໃຫ້ປະຊາຊົນຫຼີກລ່ຽງກິດຈະກຳກາງແຈ້ງ, ດື່ມນ້ຳຫຼາຍໆ ແລະ ລະວັງສຸຂະພາບ ໃນໄລຍະຕອນບ່າຍອາກາດຮ້ອນອົບເອົ້າ. ໂດຍຄາດວ່າສະພາບອາກາດຮ້ອນແຮງນີ້ຈະແກ່ຍາວເຖິງວັນທີ 12 ມິຖຸນາ ແລະ ຈະເລີ່ມຜ່ອນຄາຍລົງຫຼັງຈາກວັນທີ 13 ມິຖຸນາ ເມື່ອຝົນຕົກ ແລະ ລົມພາຍຸເຂົ້າມາ ແລະ ຈາກນັ້ນ, ໃນວັນທີ 14-17 ມິຖຸນາ ອຸນຫະພູມຈະຫຼຸດລົງເຫຼືອປະມານ 37-42 ອົງສາ ພ້ອມມີຝົນຕົກເລັກໜ້ອຍ ແລະ ລົມພັດແຮງຊ່ວຍຫຼຸດຜ່ອນຄວາມຮ້ອນ.

ໃນຂະນະດຽວກັນ, ຄຸນນະພາບອາກາດໃນນະຄອນຫຼວງນິວເດລີ ຢູ່ໃນລະດັບ "ບໍ່ດີ" ໂດຍມີຄ່າດັດສະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ຈີນ ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ໃຫ້​ແກ່​ການ​ຕໍ່​ຕ້ານ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ທົ່ວ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນການຕໍ່ຕ້ານການຫຼອກລວງທາງໂທລະຄົມຂ້າມຊາຍແດນທົ່ວໂລກ, ຈີນໄດ້ກ້າວຂ້າມບົດບາດຂອງຜູ້ຖືກເຄາະຮ້າຍ ແລະ ກ້າວຂຶ້ນມາເປັນຜູ້ປົກປ້ອງທີ່ມີລັກສະນະຕັດສິນຄວາມໝັ້ນຄົງສາກົນ ໂດຍການຊຸກຍູ້ການປ່ຽນແປງຮູບແບບການບໍລິຫານຈາກການຕໍ່ຕ້ານຂອງໃຜຂອງລາວໄປສູ່ການຕໍ່ຕ້ານແບບປະສານງານໃນທົ່ວໂລກ.
ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາ ຫຼຸດລົງ 9.6%

ຂ່າວຕ່າງປະເທດລາຍງານວ່າ: ອົງການທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ໄດ້ເປີດເຜີຍໃນວັນທີ 16 ກັນຍາ ຜ່ານມາວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຢ້ຽມຢາມຍີ່ປຸ່ນໃນເດືອນສິງຫາຫຼຸດລົງ 9.6% ເມື່ອທຽບກັບປີກ່ອນ ມາຢູ່ທີ່ 3.10 ລ້ານຄົນ ເນື່ອງຈາກຄວາມຕ້ອງການທ່ອງທ່ຽວທີ່ງຽບເຫງົ້າລົງຕາມລະດູການຂອງບາງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ກຳປູເຈຍ ຈະຫ້າມການພະນັນອອນລາຍໃນຄາສິໂນທຸກແຫ່ງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 16 ກັນຍາ ຜ່ານມາວ່າ: ທ່ານ ຮຸນ ມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ, ກຳປູເຈຍຈະຢຸດການດຳເນີນທຸລະກິດການພະນັນອອນລາຍທັງໝົດຂອງຄາສິໂນທີ່ມີສະຖານທີ່ຕົວຈິງ ຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນໄປ ເພື່ອປາບປາມການຫຼອກລວງທີ່ອີງໃສ່ເຕັກໂນໂລຊີ ແລະ ການຟອກເງິນທີ່ຜິດກົດໝາຍ ຍ້ອນວ່າການພະນັນອອນລາຍໄດ້ກາຍເປັນເລື່ອງຍາກທີ່ຈະຄວບຄຸມ.
Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

Moody's ເປີດເຜີຍ ເສດຖະກິດອາຊຽນມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: Moody's Analytics ບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນ ທາງການເງິນ ລາຍງານວ່າ, ເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ມີຄວາມຍືດຍຸ່ນຫຼາຍກວ່າທີ່ຄາດຄະເນໄວ້ ໃນປີ 2026, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການຂະຫຍາຍຕົວຂອງການລົງທຶນທີ່ໄດ້ຮັບແຮງຂັບເຄື່ອນຈາກການເຕີບໂຕຂອງປັນຍາປະດິດ (AI). ເຖິງຢ່າງໃດກໍຕາມ, ຄວາມສ່ຽງພາຍນອກຍັງຄົງຢູ່ເຊັ່ນ: ລາຄາພະລັງງານທີ່ສູງຂຶ້ນ ແລະ ມາດຕະການພາສີອາກອນຂອງ ສະຫະລັດ ອາເມຣິກາ, ບວກກັບຄວາມຕ້ອງການພາຍໃນປະເທດທີ່ອ່ອນແອ ຊຶ່ງອາດຈະກົດດັນທ່າອ່ຽງເສດຖະກິດ ແລະ ເຮັດໃຫ້ຊ່ອງວ່າງການເຕີບໂຕລະຫວ່າງປະເທດກວ້າງຂວາງຂຶ້ນ.
ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ການບໍລິການຂອງຈີນ” ນໍາເອົາສິ່ງໃດມາໃຫ້ແກ່ໂລກ

ງານ​​ມະ​ຫະ​ກຳ​ການ​ຄ້າ​ການ​ບໍ​ລິ​ການ​ສາ​ກົນ​ຈີນ​ປີ 2026 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນລະຫວ່າງວັນທີ 9-13 ກັນຍານີ້, ວິສາຫະກິດທີ່ນອນຢູ່ໃນ 500 ອັນດັບສຸດຍອດວິສາຫະກິດລະດັບໂລກ ແລະ ວິສາຫະກິດນຳໜ້າອຸດສາຫະກໍາ 400 ກວ່າແຫ່ງຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ ແລະ ບັນລຸຜົນສໍາເລັດ 1,200 ກວ່າລາຍການ ເຮັດໃຫ້ງານ​​ມະ​ຫະ​ກຳຄັ້ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງອີກຄັ້ງວ່າ: ຈີນພວມສະໜອງເວທີການຮ່ວມມື ແລະ ໂອກາດການເຕີບໂຕໃຫ້ແກ່ໂລກດ້ວຍການຄ້າການບໍລິການຂອງຕົນ.
ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ງານ​ວາງ​ສະ​ແດງ​​ສິນ​ຄ້າຈີນ - ອາ​ຊຽນ ​ຄັ້ງ​ທີ 23

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 17 ກັນ​ຍາ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 23 ໄດ້​ເປີດຂຶ້ນ​ຢູ່​ນະ​ຄອນໜານ​ໜິງ​ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ ຈີນ, ໂດຍ​ມີ​ວິ​ສາ​ຫະ​ກິດ​ຫຼາຍກວ່າ 3,400 ແຫ່ງ​ຈາກ 70 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ, ຕີ​ມໍ​ແລັ​ສ​ເຕ ​ໄດ້​ເຂົ້າ​ຮ່ວມ​ງານ​​ເປັນ​ຄັ້ງ​ທຳ​ອິດໃນ​ຖາ​ນະ​ເປັນ​ຜູ້​ຮ່ວມ​ຈັດ​ງານ, ນີ້​​ແມ່ນ​ເປັນ​ຄັ້ງ​ທຳ​ອິດ​ທີ່ 11 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ໜານ​ໜິງ​ຫຼັງ​ຈາກ​ອາ​ຊຽນ​ໄດ້​ເພີ່ມ​ປະ​ເທດ​ຕີ​ມໍ​ແລັ​ສ​ເຕ​ເຂົ້າ​ເປັນ​ສະ​ມາ​ຊິກ.
ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ ການສົນທະນາ ແລະ ກົດໝາຍສາກົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ເວທີປາໄສຊຽງຊານ ປັກກິ່ງ ຄັ້ງທີ 13 ໄດ້ເປີດຂຶ້ນທີ່​ນະຄອນຫຼວງປັກກິ່ງ ປະເທດຈີນ. ທ່ານພົນເອກ ຟານວັນຢາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດ​ນາມ ໄດ້ນຳ​ພາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີ​ບົດກ່າວ​ຄຳ​ເຫັນທີ່ສຳຄັນໃນກອງປະຊຸມຄົບຄະນະ​ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ຄວາມເປັນລະບຽບຮຽບຮ້ອຍສາກົນ ແລະ ຄວາມໝັ້ນຄົງດ້ານຍຸດທະສາດ.
ເພີ່ມເຕີມ