ອິນໂດເນເຊຍ ຈະຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ

ອິນໂດເນເຊຍ ຈະຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ

ອິນໂດເນເຊຍ ຈະຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ
ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ທ່ານ ແອຣລັງກາ ຮາຣຕາຣໂຕ ລັດຖະມົນຕີປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ວາງແຜນທີ່ຈະປັບປຸງລະບົບບໍລິຫານ ແລະ ລະບຽບການຕ່າງໆ ເພື່ອຫຼຸດຄ່າໃຊ້ຈ່າຍໃນການຂົນສົ່ງ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນອິນໂດເນເຊຍ ໃນຕະຫຼາດສາກົນ.

 

ທ່ານ ຮາຣຕາຣໂຕ ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການຊຸກຍູ້ການສົ່ງອອກ ຊຶ່ງໄດ້ຊ່ວຍໃຫ້ອິນໂດເນເຊຍຮັກສາການເກີນດຸນການຄ້າໃນຊຸມປີມໍ່ໆມານີ້. ໂດຍຍຸດທະສາດທີ່ສໍາຄັນແມ່ນການຫຼຸດຜ່ອນຄ່າໃຊ້ຈ່າຍດ້ານການຂົນສົ່ງເພື່ອປັບປຸງປະສິດທິພາບເສດຖະກິດໂດຍລວມ ຊຶ່ງຄາດວ່າຈະຫຼຸດລົງຈາກປັດຈຸບັນ ປະມານ 14.5% ມາເປັນ 12.5% ແລະ ໃນທີ່ສຸດໃຫ້ເຫຼືອ 8%.

ທ່ານ ຮາຣຕາຣໂຕ ລະບຸວ່າ: ປະເທດອາຊຽນສ່ວນໃຫຍ່ມີຄ່າໃຊ້ຈ່າຍດ້ານການຂົນສົ່ງໂຕເລກດຽວ ຊຶ່ງເນັ້ນ ໜັກວ່າອິນໂດເນເຊຍຕ້ອງດຳເນີນຕາມເພື່ອໃຫ້ຮັກສາທ່າແຮງການແຂ່ງຂັນເອົາໄວ້.

ນອກຈາກນີ້, ທ່ານ ຮາຣຕາຣໂຕ ກ່າວອີກວ່າ: ລັດຖະບານຈະເລີ່ມປະຕິບັດມາດຕະການຜ່ອນຜັນຂໍ້ບັງຄັບນັບແຕ່ເດືອນພະຈິກເປັນຕົ້ນໄປ ເພື່ອຫຼຸດຄວາມຫຍຸ້ງຍາກຂອງກົດລະບຽບຕ່າງໆ ແລະ ລຶບລ້າງນະໂຍບາຍທີ່ຂັດຂວາງປະ ສິດທິພາບ, ທ່ານກ່າວຕື່ມວ່າ: ລັດຖະບານຈະກໍານົດຜະລິດຕະພັນທີ່ມີຄ່າໃຊ້ຈ່າຍທາງດ້ານການຂົນສົ່ງສູງໂດຍສະເພາະ ແລະ ພະຍາຍາມຫຼຸດຄ່າໃຊ້ຈ່າຍຂອງຜະລິດຕະພັນດັ່ງກ່າວ.

ຄໍາເຫັນ

ຂ່າວຕ່າງປະເທດ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດຫວຽດນາມ 35 ປີ

ຫວຽດນາມ ໄດ້​ສ້າງ​ຕັ້ງ ແລະ ປັບ​ປຸງ​​ການຮ່ວມມືນັບ​ມື້​ນັບ​ກວ້າງຂວາງ ແລະ ໜັກ​ແໜ້ນ ເປີດກວ້າງ, ຫັນ​ເປັນຫຼາຍ​ຝ່າຍມີຄວາມຫຼາກຫຼາຍ, ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່.
ຫວຽດນາມ ສຸມໃສ່ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ ແລະ ການຟຸ່ມເຟືອຍ​

ຫວຽດນາມ ສຸມໃສ່ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ຫຼາດ​ບັງຫຼວງ ແລະ ການຟຸ່ມເຟືອຍ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນໄລຍະຈະມາເຖິງ, ຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອບ ແລະ ໄພຫຍໍ້ທໍ້ ຫວຽດນາມ ຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸ່ມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂ້ຽວຂາດ ແລະ ມີປະສິດທິຜົນກວ່າເກົ່າ.
ຜູ້ນຳປະເທດສະມາຊິກບຣິກສ ປຶກສາຫາລືປິ່ນອ້ອມ 6 ຫົວຂໍ້ ແລະ ຂົງເຂດສຳຄັນຕ່າງໆ

ຜູ້ນຳປະເທດສະມາຊິກບຣິກສ ປຶກສາຫາລືປິ່ນອ້ອມ 6 ຫົວຂໍ້ ແລະ ຂົງເຂດສຳຄັນຕ່າງໆ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ເຊົ້າ​ວັນ​ທີ 6 ກໍ​ລະ​ກົດ ຜ່ານມາ, ການພົບປະຄັ້ງທີ 17 ຂອງຜູ້ນໍາປະເທດສະມາຊິກບຣິກສ ທີ່​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ໄດ້​ຈັດຂຶ້ນ​ຢູ່ນະ​ຄອນ​​ຣີ​ໂອ ເດີ ຈາ​ເນ​ໂຣ ​ຂອງບ​ຣາ​ຊິນ ຢ່າງ​ເປັນ​ທາງ​ການ.
ກົມອຸຕິນິຍົມ ຂອງ ສ ເກົາຫຼີ ເຕືອນຄື້ນຄວາມຮ້ອນອາດຈະຮຸ່ນແຮງເຖິງ 37 ອົງສາ

ກົມອຸຕິນິຍົມ ຂອງ ສ ເກົາຫຼີ ເຕືອນຄື້ນຄວາມຮ້ອນອາດຈະຮຸ່ນແຮງເຖິງ 37 ອົງສາ

ຂ່າວຕ່າງປະເທດລາຍງານ; ກົມອຸຕຸນິຍົມວິທະຍາ ສ ເກົາຫຼີ (KMA) ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ: ຄື້ນຄວາມຮ້ອນທີ່ແຜ່ປົກຄຸມ ສ ເກົາຫຼີ ຈະທະວີຄວາມຮຸນແຮງຂຶ້ນໃນອາທິດນີ້, ໂດຍມີອຸນຫະພູມຕອນກາງເວັນສູງເຖິງ 37 ອົງສາເຊ ໃນບາງພື້ນທີ່.
ກຳປູເຈຍ - ຍີ່ປຸ່ນ ເປີດເຄືອຂ່າຍຊໍາລະເງິນຂ້າມຊາຍແດນ ຜ່ານ QR code

ກຳປູເຈຍ - ຍີ່ປຸ່ນ ເປີດເຄືອຂ່າຍຊໍາລະເງິນຂ້າມຊາຍແດນ ຜ່ານ QR code

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກຳປູ​ເຈຍ ​ແລະ ຍີ່​ປຸ່ນ ​ເລີ່​ມດຳ​ເນີນ​ໂຄງການ​ຊຳລະເງິນຜ່ານ​ລະຫັດ QR code ຂ້າມ​ຊາຍ​ແດນ​ໄລຍະ 1, ​ໂດຍ​ທ່ານ ເຈ ເຊລີ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ​ກຳປູ​ເຈຍ ຮ່ວມເປັນປະທານໃນງານເປີດໂຄງການດັ່ງກ່າວ ທີ່​ນະຄອນໂອຊາກາ ປະ​ເທດ​ຍີ່ປຸ່ນ.
ງານວາງສະແດງລົດໄຟຄວາມໄວສູງຈີນ

ງານວາງສະແດງລົດໄຟຄວາມໄວສູງຈີນ

ຂ່າວສານຊີອາໄອລາຍງານ ໃນວັນທີ 7 ກໍລະກົດ ຜ່ານມາ; ແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈໍາກັດແຈ້ງໃຫ້ຮູ້ວ່າ: ງານວາງສະແດງລົດໄຟຄວາມໄວສູງຈີນພາຍໃຕ້ຫົວຂໍ້ “ນາມບັດແຫ່ງຊາດ” ທີ່ສວຍງາມ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ຢູ່ນະຄອນຫຼວງປັກກິ່ງ ຂອງຈີນ. ງານວາງສະແດງຄັ້ງນີ້ໄດ້ວາງສະແດງຮູບພາບ ແລະ ເອກະສານພ້ອມດ້ວຍເຄື່ອງວາງສະແດງຕ່າງໆ 1,000 ກວ່າອັນ, ໂດຍໄດ້ສະແດງໃຫ້ເຫັນເຖິງຂະບວນການພັດທະນາອັນຍິ່ງໃຫຍ່ກ່ຽວກັບທາງລົດໄຟຄວາມໄວສູງຈີນຈາກການໄລ່ທັນບາດກ້າວຂອງໂລກຕະຫຼອດຮອດການນໍາໜ້າໂລກ.
ຫ​ວຽດ​ນາມ ແລະ WHO ເພີ່​ມ​ທະ​ວີ​ການຮ່ວມມື ​ເພື່ອ​ຄວາມ​ປອ​ດ​ໄພ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ

ຫ​ວຽດ​ນາມ ແລະ WHO ເພີ່​ມ​ທະ​ວີ​ການຮ່ວມມື ​ເພື່ອ​ຄວາມ​ປອ​ດ​ໄພ ແລະ ສຸ​ຂະ​ພາບ​ຂອງ​ມະ​ນຸດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ່ານ ເທໂດຣສ ແອດຮານອມ ເກຣເບຣເຢຊູ (Tedros Adhanom Ghebreyesus) ຜູ້ອຳນວຍການໃຫຍ່ WHO ໄດ້ຕີລາຄາສູງບັນດານະໂຍບາຍ, ຄວາມພະຍາຍາມຖືກທິດຂອງ ຫວຽດນາມ ໃນການຮັບມືກັບໂຣກລະບາດ, ພັດທະນາການແພດຮາກຖານ, ເບິ່ງແຍງດູແລສຸຂະພາບທົ່ວປວງຊົນ.
ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ວາງບາງທິດທາງໜ້າທີ່ຕົ້ນຕໍໃນຕໍ່ໜ້າ

ພັກກອມມູນິດຫວຽດນາມ ໄດ້ສືບຕໍ່ຢຶດໝັ້ນຢ່າງແນວແນ່ປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໃນສາຍສຳພັນອັນແໜ້ນແຟ້ນກັບການຮັກສາຄວາມເປັນສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ. ຢືດໝັ້ນຄວາມເປັນເອກະລາດ, ຄວາມເປັນ ເຈົ້າ; ຮັກສາອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ພ້ອມດຽວກັນນັ້ນຕ້ອງການປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ແລະ ຂໍ້ສະດວກໃຫ້ແກ່ການພັດທະນາປະເທດຊາດ.
ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຜົນການສຶກສາພົບວ່າ ຝຸ່ນ PM ພົວພັນກັບມະເຮັງປອດໃນຜູ້ທີ່ບໍ່ສູບຢາ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ວາລະສານ Nature ໄດ້ພິມເຜີຍແຜ່ຜົນການສຶກສາຄົ້ນຄວ້າໃໝ່ທີ່ພົບວ່າການສໍາຜັດກັບມົນລະພິດທາງອາກາດເຊັ່ນ: ຝຸ່ນລະອອງຂະໜາດນ້ອຍ (PM) ມີຄວາມກ່ຽວຂ້ອງກັບການປ່ຽນແປງທາງພັນທຸກໍາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍຂອງເນື້ອງອກມະເຮັງປອດຂອງຜູ້ທີ່ບໍ່ເຄີຍສູບຢາ.
ນັກຄົ້ນຄວ້າ AI ເກືອບ 60% ຂອງໂລກ ມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ

ນັກຄົ້ນຄວ້າ AI ເກືອບ 60% ຂອງໂລກ ມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະຖານະການຄົ້ນຄວ້າປັນຍາປະດິດ (AI) ລະດັບໂລກ (2015-2024) ຈາກກອງປະຊຸມເສດຖະກິດດີຈີຕອນໂລກ 2025 ລະບຸວ່າ, ເກືອບ 60% ຂອງນັກຄົ້ນຄວ້າ AI ຂອງໂລກແມ່ນມາຈາກ ສະຫະລັດ ອາເມຣິກາ ແລະ ຈີນ ຊຶ່ງນັກຄົ້ນຄວ້າຈາກ ສະຫະລັດ ອາເມຣິກາ ແລະ ຈີນ ກວມເອົາ 57.7% ຂອງຈຳນວນທັງໝົດທົ່ວໂລກ.
ເພີ່ມເຕີມ