ທ່ານ ມູຣາ ກ່າວວ່າ: ນໍ້າມັນເຊື້ອໄຟເຮືອບິນແບບຍືນຍົງປະລິມານທັງໝົດ 32 ກິໂລລິດທີ່ຜະລິດຢູ່ໂຮງກັ່ນນ້ຳມັນຂອງ Pertamina ໃນເມືອງຊິລາແຄບ ແຂວງຊະວາກາງ ແລະ ບໍລິສັດຍັງວາງແຜນທີ່ຈະຂະຫຍາຍຄວາມສາມາດໃນການປຸງແຕ່ງຮ່ວມກັນຢູ່ໂຮງງານກັ່ນນໍ້າມັນແຫ່ງອື່ນໆ, ລວມທັງເມືອງດູໄມ ແຂວງຣຽວ ແລະ ເມືອງບາລອງກັນ ແຂວງຊະວາຕາເວັນຕົກ ເພື່ອໃຫ້ອິນໂດເນເຊຍເປັນສູນກາງເຊື້ອໄຟທີ່ເປັນມິດຕໍ່ສິ່ງແວດລ້ອມລະດັບພາກພື້ນ.
ຄວາມສຳເລັດຄັ້ງນີ້, ຊ່ວຍເພີ່ມຄວາມເຂັ້ມແຂງຕື່ມອີກໃນຄວາມພະຍາຍາມຂອງອິນໂດເນເຊຍໃນການຫັນປ່ຽນພະລັງງານຈາກເຊື້ອໄຟຟອສຊິວມາເປັນພະລັງງານສະອາດ ແລະ ຫຼຸດຜ່ອນການປ່ອຍອາຍແກ໊ສກາກບອກ. ໂດຍການຈັດສົ່ງດັ່ງກ່າວຍັງສະທ້ອນໃຫ້ເຫັນເຖິງຄວາມກ້າວໜ້າຂອງອິນໂດເນເຊຍໃນດ້ານເຕັກໂນໂລຊີປຸງແຕ່ງພະລັງງານສະອາດ, ດ້ວຍການນໍາໃຊ້ປະໂຫຍດຈາກນ້ໍາມັນພືດ ແລະ ນໍ້າມັນປຸງແຕ່ງອາຫານທີ່ໃຊ້ແລ້ວ.
ລັດຖະບານອິນໂດເນເຊຍພວມເຮັດວຽກເພື່ອຫຼຸດຜ່ອນການເພິ່ງພາອາໄສເຊື້ອໄຟຟອສວຊິວ ແລະ ຊຸກຍູ້ການນຳໃຊ້ພະລັງງານສະອາດ ຊຶ່ງການນຳໃຊ້ນ້ຳມັນປຸງແຕ່ງອາຫານທີ່ໃຊ້ແລ້ວມາເປັນເຊື້ອໄຟສຳລັບເຮືອບິນ ສະແດງໃຫ້ເຫັນຄວາມມຸ່ງໝັ້ນຂອງປະເທດໃນການຫຼຸດຜ່ອນມົນລະພິດສິ່ງແວດລ້ອມ ຄຽງຄູ່ກັບການສ້າງຜົນປະໂຫຍດທາງດ້ານເສດຖະກິດ.
ຄໍາເຫັນ