ບົດລາຍງານລະບຸວ່າ:, ໃນເດືອນພຶດສະພາຜ່ານມາ, ນັກທ່ອງທ່ຽວຕ່າງປະເທດສ່ວນຫຼາຍເຂົ້າມາໂດຍຜ່ານສະໜາມບິນ I Gusti Ngurah Rai ຂອງເກາະບາຫຼີ. ໂດຍນັກທ່ອງທ່ຽວຈາກອົສຕຣາລີ, ອິນເດຍ ແລະ ຈີນ ເດີນທາງເຂົ້າຮ່ວມງານບຸນ ແລະ ກິດຈະກໍາຕ່າງໆເຊັ່ນ: Bali Spirit Festival ແລະ Bali Training Ultra trail run.
ໃນຂະນະດຽວກັນ, ການທ່ອງທ່ຽວພາຍໃນປະເທດບັນລຸ 97.67 ລ້ານເທື່ອຄົນໃນເດືອນພຶດສະພາ, ເພີ່ມຂຶ້ນ 17.81% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ລວມຍອດຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມອິນໂດເນເຊຍແຕ່ເດືອນມັງກອນ ຫາ ເດືອນພຶດສະພາ ມີ 5.63 ລ້ານເທື່ອຄົນ, ເພີ່ມຂຶ້ນ 7.44% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສ່ວນນັກທ່ອງທ່ຽວພາຍໃນມີທັງໝົດ 508.67 ລ້ານຄົນ, ເພີ່ມຂຶ້ນ 16.13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ