ກ່ອນໜ້ານີ້, ໃນວັນທີ 6 ມັງກອນ ຜ່ານມາກະຊວງການຕ່າງປະເທດເບຣຊິນປະກາດວ່າ: ອິນໂດເນເຊຍໄດ້ເຂົ້າເປັນສະມາຊິກກຸ່ມປະເທດ BRICS ຢ່າງສົມບູນແບບ ຊຶ່ງຖືເປັນການເພີ່ມຈຳນວນສະມາຊິກຄັ້ງທຳອິດຫຼັງຈາກທີ່ເບຣຊິນຮັບຕຳແໜ່ງປະທານໝູນວຽນກຸ່ມປະເທດ BRICS ໃນປີ 2025.
ທ່ານ ຊູຈິໂອໂນ ລະບຸໃນຖະແຫຼງການຕໍ່ສື່ມວນຊົນປະຈໍາປີວ່າ: ການຕັດສິນໃຈຄັ້ງນີ້ບໍ່ແມ່ນການດຳເນີນງານພຽງຂ້າມຄືນ. ແຕ່ແມ່ນໝາກຜົນຂອງຄວາມມານະພະຍາຍາມທາງການທູດ, ຄວາມໝັ້ນຄົງ ແລະ ຄວາມຕັ້ງໃຈຂອງ ອິນໂດເນເຊຍ. ໂດຍການຕັດສິນໃຈຄັ້ງນີ້ແມ່ນສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງອິນໂດເນເຊຍໃນການມີສ່ວນຮ່ວມຢ່າງເສລີ.
ທ່ານ ຊູຈິໂອໂນ ເປີດເຜີຍວ່າ: ໃນຖານະທີ່ເປັນສະມາຊິກຂອງກຸ່ມ BRICS. ອິນໂດເນເຊຍແນໃສ່ເຊື່ອມຕໍ່ຜົນປະໂຫຍດຂອງບັນດາປະເທດພວມພັດທະນາ ໂດຍສະເພາະໃນພາກພື້ນອາຊີປາຊີຟິກ ແລະປະກອບສ່ວນເຂົ້າໃນການຜ່ອນຄາຍຄວາມເຄັ່ງຕຶງທາງດ້ານເສດຖະກິດແລະພູມສາດ.
ກຸ່ມ BRICS ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະເທດເບຣຊິນ, ຣັດເຊຍ, ອິນເດຍແລະຈີນໃນປີ 2009 ແລະ ມີອາຟຣິກາໃຕ້ເຂົ້າຮ່ວມໃນປີ 2010. ໂດຍປັດຈຸບັນມີສະມາຊິກທັງໝົດ 10ປະເທດ.
ຄໍາເຫັນ