ອິນ​ໂດ​ເນ​ເຊຍ ​ຄາດ​ວ່າ​ການ​ຜະ​ລິດເຂົ້າຈະ​ບັນ​ລຸ 34 ລ້ານ​ໂຕນ

ອິນ​ໂດ​ເນ​ເຊຍ ​ຄາດ​ວ່າ​ການ​ຜະ​ລິດເຂົ້າຈະ​ບັນ​ລຸ 34 ລ້ານ​ໂຕນ

ອິນ​ໂດ​ເນ​ເຊຍ ​ຄາດ​ວ່າ​ການ​ຜະ​ລິດເຂົ້າຈະ​ບັນ​ລຸ 34 ລ້ານ​ໂຕນ
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ; ທ່ານ ແຊມ ເຮໂຣດຽນ ທີ່ປຶກສາພິເສດດ້ານນະໂຍບາຍກະສິກໍາ ຂອງລັດຖະມົນຕີກະຊວງກະສິກໍາອິນໂດເນເຊຍ ໄດ້ເປີດເຜີຍໂຕເລກການຄາດຄະເນການຜະລິດເຂົ້າໃນປີ 2025 ເພີ່ມຂຶ້ນຈາກ 32 ລ້ານໂຕນ ເປັນຫຼາຍກວ່າ 34 ລ້ານໂຕນ ຊຶ່ງສູງກວ່າຄວາມຕ້ອງການເຂົ້າພາຍໃນປະເທດປະມານ 31 ລ້ານໂຕນ ແລະ ອາດຈະເຮັດໃຫ້ມີໂອກາດໃນການສົ່ງອອກເຂົ້າ.

 

ທ່ານ ແຊມ ເຮໂຣດຽນ ກ່າວວ່າ: ການຜະລິດເຂົ້າສາມາດເພີ່ມຂຶ້ນຕື່ມອີກ ດ້ວຍການປັບປຸງລະບົບຊົນລະປະທານ, ການຮ່ວມມືກັບກະຊວງໂຍທາທິການ ແລະ ການຂະຫຍາຍລະບົບປໍ້າສູບນ້ຳໃຫ້ດີຍິ່ງຂຶ້ນ, ທ່ານກ່າວຕື່ມວ່າ: ຜົນຜະລິດທີ່ເພີ່ມຂຶ້ນແມ່ນຍ້ອນການນຳໃຊ້ແນວພັນເຂົ້າທີ່ມີຄຸນນະພາບສູງ ເໝາະສົມກັບສະພາບການປູກທີ່ຫຼາກຫຼາຍຂອງອິນໂດເນເຊຍ.

ນອກຈາກນັ້ນ, ທ່ານ ແຊມ ເຮໂຣດຽນ ຍັງມີທັດສະນະໃນແງ່ດີຕໍ່ການຜະລິດເຂົ້າທີ່ເພີ່ມຂຶ້ນວ່າ: ຄັງສຳຮອງເຂົ້າຂອງອິນໂດເນເຊຍຈະເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນຈາກ 3,5 ລ້ານໂຕນ ເປັນ 4 ລ້ານໂຕນພາຍໃນສອງອາທິດຂ້າງຕໍ່ໜ້າ.

ສໍາລັບບັນຫາການສົ່ງອອກ, ທ່ານ ແຊມ ເຮໂຣດຽນ ກ່າວວ່າ: ເນື່ອງຈາກການຜະລິດສູງເກີນຄວາມຕ້ອງການພາຍໃນ. ອິນໂດເນເຊຍອາດຈະພິຈາລະນາສົ່ງອອກເຂົ້າສູ່ມາເລເຊຍໃນທ້າຍປີ 2025 ຊຶ່ງເປັນປະເທດທຳອິດທີ່ຍື່ນຄຳຮ້ອງເຂົ້າສົ່ງອອກຈາກອິນໂດເນເຊຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ອົງການຂໍ້ມູນຂ່າວສານດ້ານພະລັງງານຂອງ ສະຫະລັດ ອາເມຣິກາ (EIA) ໄດ້ເປີດເຜີຍບົດລາຍງານທ່າອ່ຽງພະລັງງານໄລຍະສັ້ນ (STEO) ໃນວັນ 9 ກັນຍາ ຜ່ານມາ ຄາດ​ວ່າ, ​ຄວາມ​ຕ້ອງການ​ໃຊ້ໄຟຟ້າ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ຈະສືບຕໍ່ສ້າງ​ສະຖິຕິ​ສູງສຸດຄັ້ງໃໝ່​ໃນ​ປີ 2025 ​ແລະ 2026, ທຳລາຍສະຖິຕິທີ່ຜ່ານມາ 4,097 ພັນ​ຕື້​ກິ​ໂລ​ວັດ​ຕໍ່​ຊົ່ວ​ໂມງ​ (kWh) ໃນ​ປີ 2024. ໂດຍ​ຈະ​ເພີ່ມ​ຂຶ້ນ​ເປັນ 4,187 ພັນ​ຕື້​ kWh ​ໃນ​ປີ 2025 ​ແລະ​ ເພີ່ມ​ຂຶ້ນອີກ​ເປັນ 4,305 ພັນຕື້ ​ kWh ​ໃນ​ປີ 2026 ຊຶ່ງປັດໄຈຕົ້ນຕໍມາຈາກການຂະຫຍາຍຕົວຂອງສູນຂໍ້ມູນທີ່ຮອງຮັບປັນຍາປະດິດ (AI) ແລະ cryptocurrencies, ລວມເຖິງການຫັນປ່ຽນຂອງຄົວເຮືອນ ແລະ ຂະແໜງທຸລະກິດ ທີ່ໃຊ້ໄຟຟ້າແທນນໍ້າມັນເຊື້ອໄຟໃນການເຮັດຄວາມຮ້ອນ ແລະ ການຂົນສົ່ງ.
ການສົ່ງອອກຂອງກຳປູເຈຍເພີ່ມຂຶ້ນ 14.8%

ການສົ່ງອອກຂອງກຳປູເຈຍເພີ່ມຂຶ້ນ 14.8%

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກົມ​ພາສີ​ ແລະ​ ອາກອນ​ຂອງ​ກຳປູ​ເຈຍ​ໄດ້​ລາຍ​ງານ​ການ​ສົ່ງ​ອອກ​ຜະລິດຕະພັນ ​ມູນ​ຄ່າ 20.1 ຕື້​ໂດ​ລາ ​ໃນ​ໄລຍະເດືອນມັງກອນ - ສິງຫາ ​ປີ 2025, ​ເພີ່ມ​ຂຶ້ນ 14.8% ຈາກ 17.5 ຕື້​ໂດ​ລາ ​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີ 2024.
ໂຄງ​ການ​ລະ​ບາຍ​ນ້ຳ​ 4 ແຫ່ງຂອງ​ຈີນ ​ໄດ້​​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ

ໂຄງ​ການ​ລະ​ບາຍ​ນ້ຳ​ 4 ແຫ່ງຂອງ​ຈີນ ​ໄດ້​​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ

ຂ່າວສານຊີອາໄອ ລາຍງານວ່າ: ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຫວ່າງບໍ່ດົນມານີ້ ໃນ​ກອງ​ປະ​ຊຸມ​​ຄະ​ນະ​​ບໍ​ລິ​ຫານ​ງານ​ສາ​ກົນ​ຄັ້ງ​ທີ 76 ຂອງ​ຄະ​ນະ​ກຳ​ມະ​ການ​​ຊົນ​ລະ​ປະ​ທານ ແລະ ລະ​ບາຍ​ນ້ຳ​ສາ​ກົນ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ ປະເທດ​ມາ​ເລ​ເຊຍ ໄດ້​ເປີດ​ເຜີຍ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂຄງ​ການ​ຊົນ​ລະ​ປະ​ທານ​ໂລກ​ (ຊຸດ​ທີ 12) ປີ 2025 ຢ່າງ​ເປັນ​ທາງ​ການ.
ຫວຽດນາມ ປະກາດຮູບແບບເສດຖະກິດພາກເອກະຊົນຮອບດ້ານ

ຫວຽດນາມ ປະກາດຮູບແບບເສດຖະກິດພາກເອກະຊົນຮອບດ້ານ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ກັນຍາ ຜ່ານມາ, ຄະນະຄົ້ນຄວ້າການພັດທະນາເສດຖະກິດພາກເອກະຊົນ (ຄະນະ 4, ສະພາໃຫ້ຄຳປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະ ມົນຕີ) ໄດ້ຈັດພິທີປະກາດ “ຮູບແບບເສດຖະກິດພາກເອກະຊົນຮອບດ້ານຂອງ ຫວຽດນາມ”.
ອິນໂດເນເຊຍ ກຽມຈະຊຸກຍູ້ການຊື້ລົດຈັກໄຟຟ້າ

ອິນໂດເນເຊຍ ກຽມຈະຊຸກຍູ້ການຊື້ລົດຈັກໄຟຟ້າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກັນຍາ ຜ່ານມາວ່າ: ທ່ານ ຊູຊີວິໂຈໂນ ໂມເອກີອາຣໂຊ ເລຂາທິການກະຊວງປະສານງານດ້ານເສດຖະກິດຂອງອິນໂດເນເຊຍ ເປີດເຜີຍວ່າ: ລັດຖະບານອິນໂດເນເຊຍກໍາລັງກະກຽມການສະໜອງແຮງຈູງໃຈໃນການຊື້ລົດຈັກໄຟຟ້າ ຊຶ່ງເປັນສ່ວນໜຶ່ງຂອງມາດຕະການກະຕຸ້ນເສດຖະກິດໃນໄຕມາດທີສາມ (ເດືອນກໍລະກົດ ຫາ ເດືອນກັນຍາ) ເພື່ອເລັ່ງການຫັນປ່ຽນໄປສູ່ພະລັງງານສະອາດ ແລະ ຫຼຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟ.
ການທ່ອງທ່ຽວ​ທົ່ວ​ໂລກ​ຂະຫຍາຍຕົວຢ່າງໄວວາໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025

ການທ່ອງທ່ຽວ​ທົ່ວ​ໂລກ​ຂະຫຍາຍຕົວຢ່າງໄວວາໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2025

ຂ່າວຕ່າງປະເທດລາຍງານໃນວັນທີ 10 ກັນຍາ ຜ່ານມາວ່າ: ອົງການ​ທ່ອງ​ທ່ຽວ​ໂລກ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ (UNWTO) ​ໄດ້​ລາຍ​ງານ​ວ່າ, ການ​ເດີນທາງທ່ອງທ່ຽວລະຫວ່າງປະເທດ​ທົ່ວ​ໂລກໃນເຄິ່ງທຳອິດຂອງປີ 2025 ​ເພີ່ມ​ຂຶ້ນ 5% ​ເມື່ອ​ທຽບໃສ່ປີກາຍ.
ຝ​ຣັ່ງ​ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີຄົນ​ໃໝ່

ຝ​ຣັ່ງ​ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີຄົນ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 9 ກັນຍາ ຜ່ານມາ, ທ່ານ ແອມມານູຍແອນ ມາຄຣົງ ປະທານາທິບໍດີຝຣັ່ງ ໄດ້ແຕ່ງຕັ້ງທ່ານ ເຊບາສຕຽນ ເລີຄໍນູ ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດຝຣັ່ງ, ໃນສະພາບວິກິດການດ້ານການເມືອງ ພວມນັບມື້ນັບຮ້າຍແຮງຢູ່ພື້ນຖານເສດຖະກິດໃຫຍ່ອັນດັບ 2 ຢູ່ ເອີຣົບ.
ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 80

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 80

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 9 ກັນຍາ ຜ່ານມາ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 80 (UNGA – 80) ໄດ້ເປີດຂຶ້ນຢ່າງເປັນທາງການຢູ່ສຳນັກງານ ສປຊ ທີ່ນະຄອນນິວຢອກ ສະຫະລັດ ອາເມຣິກາ.
ປະກາດດັດຊະນີການຄ້າລະຫວ່າງຈີນ ກັບປະເທດສະມາຊິກບຣິກສ

ປະກາດດັດຊະນີການຄ້າລະຫວ່າງຈີນ ກັບປະເທດສະມາຊິກບຣິກສ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 9 ກັນຍາ ຜ່ານມາ, ດັັດຊະນີການຄ້າລະຫວ່າງຈີນ ກັບປະເທດສະມາຊິກບຣິກສ ທີ່ຮຽບຮຽງໂດຍອົງການພາສີຈີນໄດ້ປະກາດເປັນເທື່ອທຳອິດໃນໂອກາດຕະຫຼາດນັດການລົງທຶນ ແລະ ການຄ້າສາກົນຈີນ ຄັ້ງທີ 25. ດັດຊະນີນີ້ມີຄ່າພື້ນຖານ 100 ຈຸດໃນປີ 2009 ຊຶ່ງເປັນປີທີ່ຜູ້ນຳປະເທດບຣິກສຈັດການພົບປະກັນເປັນຄັ້ງທຳອິດ. ຈາກນັ້ນ, ໃນປີ 2024 ໄດ້ເພີ່ມຂຶ້ນເປັນ 301.51 ຈຸດ ຊຶ່ງໄດ້ສະແດງໃຫ້ເຫັນທ່າອ່ຽງການພັດທະນາໃນທາງບວກຢ່າງຕໍ່ເນື່ອງ.
ຣັດເຊຍ ຕັ້ງເປົ້າສ້າງສູນຂໍ້ມູນໃໝ່ 8 ແຫ່ງພາຍໃນປີ 2036

ຣັດເຊຍ ຕັ້ງເປົ້າສ້າງສູນຂໍ້ມູນໃໝ່ 8 ແຫ່ງພາຍໃນປີ 2036

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກັນຍາ ຜ່ານມາວ່າ: ທ່ານ ມິຄາອິລ ມິຊູສຕິນ ນາຍົກລັດຖະມົນຕີຣັດເຊຍ ປະກາດວ່າ: ຣັດເຊຍ ຈະສ້າງສູນຂໍ້ມູນໃໝ່ 8 ແຫ່ງ ແລະ ຂະຫຍາຍຕາໜ່າງການຂົນສົ່ງ, ພະລັງງານ ແລະ ການສື່ສານ ພາຍໃຕ້ແຜນການພັດທະນາຂະໜາດໃຫຍ່ເຖິງປີ 2036. ໂດຍສູນຂໍ້ມູນໃໝ່ຈະສ້າງຂຶ້ນເປັນໄລຍະ ແລະ ຈະຮອງຮັບຕູ້ເຊີເວີຫຼາຍກວ່າ 10,000 ຕູ້.
ເພີ່ມເຕີມ