ຂ່າວລະບຸວ່າ: ທ່ານລັດຖະມົນຕີກະຊວງກະສິກຳກ່າວຕໍ່ບັນດາສະມາຊິກລັດຖະສະພາໃນກອງປະຊຸມສະພາວ່າ, "ຫວ່າງມໍ່ໆມານີ້, ຫ້ອງການສະຖິຕິສູນກາງຄາດຄະເນການຜະລິດເຂົ້າຈະຢູ່ທີ່ 31.04 ລ້ານໂຕນໃນເດືອນຕຸລາ ແລະພວກເຮົາຍັງເຫຼືອເວລາ 2 ເດືອນກ່ອນຈະຮອດທ້າຍປີນີ້, ສະນັ້ນ, ພວກເຮົາຈຶ່ງຄາດຄະເນວ່າການຜະລິດເຂົ້າຈະສູງເຖິງ 33 ລ້ານໂຕນໃນປີນີ້."
ທ່ານລັດຖະມົນຕີ ກະຊວງກະສິກໍາ ກ່າວຕື່ມວ່າ: ການຜະລິດເຂົ້າໄດ້ເພີ່ມຂຶ້ນຍ້ອນໄດ້ຮັບການຊຸກຍູ້ຈາກໂຄງການຂອງລັດຖະບານ ຊຶ່ງຄອບຄຸມຕັ້ງແຕ່ການປັບປຸງປະສິດທິພາບການນຳໃຊ້ທີ່ດິນ, ການປັບປຸງລະບົບຊົນລະປະທານ ແລະ ການພັດທະນາພື້ນທີ່ປູກເຂົ້າໃໝ່.
ຄໍາເຫັນ