ນຳເຂົ້າເຂົ້າຈາກອິນເດຍ 1 ລ້ານໂຕນ

ອິນໂດເນເຊຍ ເລັ່ງນຳເຂົ້າເຂົ້າຈາກອິນເດຍ 1 ລ້ານໂຕນ

ອິນໂດເນເຊຍ ເລັ່ງນຳເຂົ້າເຂົ້າຈາກອິນເດຍ 1 ລ້ານໂຕນ
ຂ່າວຕ່າງປະເທດລາຍງານ, ທ່ານ ຊຸນກິຟລີ ຮາຊັນ ລັດຖະມົນຕີປະສານງານດ້ານອາຫານ ຂອງອິນໂດເນເຊຍ ເປີດເຜີຍໃນວັນທີ 29 ຕຸລາ

 

ຜ່ານມາວ່າ: ລັດຖະບານອິນໂດເນເຊຍກຳລັງພິຈາລະນານຳເຂົ້າເຂົ້າ 1 ລ້ານໂຕນ ຈາກປະເທດອິນເດຍໃນປີໜ້າ.

ຂ່າວລະບຸວ່າ: ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍ ຄາດຄະເນໃນຕົ້ນເດືອນນີ້ວ່າ ຜົນຜະລິດເຂົ້າຂອງອິນໂດເນເຊຍຈະຫຼຸດລົງ 2.43% ໃນປີນີ້ ສູ່ລະດັບ 30.34 ລ້ານໂຕນເນື່ອງຈາກຄວາມຊັກຊ້າຂອງລະດູການປູກ, ການເກັບກ່ຽວ ແລະ ເນື່ອງຈາກສະພາບດິນຟ້າອາກາດແຫ້ງແລ້ງທີ່ແກ່ຍາວໃນປີ 2023.ສ່ວນການນຳເຂົ້າເຂົ້າຂອງອິນໂດເນເຊຍ ເພີ່ມຂຶ້ນໃນໄລຍະ 2 ປີທີ່ຜ່ານມາ ໂດຍສູງກວ່າ 3 ລ້ານໂຕນຕໍ່ປີ.

ທັງນີ້, ອິນໂດເນເຊຍ ຕັ້ງເປົ້າໝາຍນໍາເຂົ້າເຂົ້າ ເຖິງ 3.6 ລ້ານໂຕນໃນປີນີ້ ແລະ ມີແຜນທີ່ຈະຈັດສັນເນື້ອທີ່ປູກເຂົ້າປະມານ 750,000 ເຮັກຕາ – 1 ລ້ານເຮັກຕາ ໃນປີ 2028 ເພື່ອບັນລຸເປົ້າໝາຍການເພິ່ງພາຕົນເອງດ້ານອາຫານ ຂອງທ່ານປະທານາທິບໍດີອິນໂດເນເຊຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ຝຣັ່ງ ປະກາດການລົງທຶນໃໝ່ 20 ຕື້ເອີໂຣ ໃນກອງປະຊຸມສຸດຍອດດ້ານການລົງທຶນ

ຝຣັ່ງ ປະກາດການລົງທຶນໃໝ່ 20 ຕື້ເອີໂຣ ໃນກອງປະຊຸມສຸດຍອດດ້ານການລົງທຶນ

ຂ່າວຕ່າງປະເທດລາຍງານ; ທ່ານ ແອມມານຸຍແອນ ມາຄຣົງ ປະທານາທິບໍດີຝຣັ່ງ ປະກາດໃນວັນທີ 19 ພຶດສະພາ ຜ່ານມາວ່າ: ໄດ້ມີການຢືນຢັນການລົງທຶນໃໝ່ປະມານ 20 ຕື້ເອີໂຣ (22.49 ຕື້ໂດລາ) ໃນລະຫວ່າງກອງປະຊຸມສຸດຍອດດ້ານການລົງທຶນ (Choose France International Business Summit) ຄັ້ງທີ 8 ທີ່ຈັດຂຶ້ນໃນພະລາຊະວັງ ແວຊາຍ ປະເທດຝຣັ່ງ.
ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ອາຊຽນ ຂຶ້ນແຜນການສ້າງຕັ້ງກອງທຶນເງິນຕາສະເພາະ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ພຶດສະພາ ຜ່ານມາ, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ໄດ້ຕອບຄຳສຳພາດຂອງນັກຂ່າວ “TV BRICS” ວ່າ: ບັນດາປະເທດສະມາຊິກອາຊຽນ ພວມປະຕິບັດບາດກ້າວຟື້ນຕົວແນວຄວາມຄິດສ້າງຕັ້ງກອງທຶນເງິນຕາສະເພາະ, ໃນສະພາບການຄວນຍູ້ແຮງການຫັນປ່ຽນ, ພິເສດແມ່ນຂົງເຂດການເງິນ.
ຍີ່ປຸ່ນ ກຽມໃຊ້ລະບົບກວດການັກທ່ອງທ່ຽວຈາກປະເທດທີ່ບໍ່ຕ້ອງຂໍວີຊາ

ຍີ່ປຸ່ນ ກຽມໃຊ້ລະບົບກວດການັກທ່ອງທ່ຽວຈາກປະເທດທີ່ບໍ່ຕ້ອງຂໍວີຊາ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ພຶດສະພາ ຜ່ານມາ; ກະຊວງຍຸຕິທຳຍີ່ປຸ່ນເປີດເຜີຍວ່າ: ລັດຖະບານຈະເລີ່ມບັງຄັບໃຊ້ລະບົບກວດກາລ່ວງໜ້າສຳລັບນັກທ່ອງທ່ຽວຈາກປະເທດທີ່ບໍ່ຕ້ອງຂໍວີຊາເຂົ້າປະເທດ ໃນປີ 2028 ເພື່ອຊຸກຍູ້ອຸດສາຫະກຳການທ່ອງທ່ຽວທີ່ກຳລັງເຕີບໂຕ.
ເດືອນເມສາປີນີ້ ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງ

ເດືອນເມສາປີນີ້ ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງ

ຂ່າວສານຊີອາໄອລາຍງານ; ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍໂຕເລກຂໍ້ມູນໃນວັນທີ 19 ພຶດສະພາ ຜ່ານມາວ່າ: ໃນເດືອນເມສາຜ່ານມາ, ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳທີ່ມີລາຍໄດ້ 20 ລ້ານຢວນຂຶ້ນໄປຂອງທົ່ວປະເທດຈີນ ໄດ້ເພີ່ມຂຶ້ນ 6.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂຕເລກດັດຊະນີດ້ານການຜະລິດຂອງຂະ ແໜງການບໍລິການທົ່ວປະເທດຈີນໄດ້ເພີ່ມຂຶ້ນ 6%, ຍອດມູນຄ່າການຂາຍຍ່ອຍເຄື່ອງບໍລິໂພກທາງສັງຄົມໄດ້ເພີ່ມຂຶ້ນ 5.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ສ້າງສູນຕະຫຼາດນັດວາງສະແດງລະດັບໂລກ ແລະ ພາກພື້ນ

ຫວຽດນາມ ສ້າງສູນຕະຫຼາດນັດວາງສະແດງລະດັບໂລກ ແລະ ພາກພື້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 19 ພຶດສະພາ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາຄວາມຄືບໜ້າການກໍ່ສ້າງສູນຕະຫຼາດນັດ ວາງສະແດງແຫ່ງຊາດຢູ່ ຕາແສງໂກລວາ ເມືອງດົງແອັງ ນະຄອນຫຼວງຮ່າໂນ້ຍ, ໂດຍທ່ານ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ຕ້ອງສ້າງສູນຕະຫຼາດນັດວາງສະແດງລະດັບໂລກ ແລະ ພາກພື້ນ ປະກອບສ່ວນຊຸກຍູ້ອຸດສາຫະກຳວັດທະນະທຳ, ອຸດສາຫະກຳບັນເທີງ.
ຜູ້ຊ່ຽວຊານເຕືອນ ອາຫານປຸງແຕ່ງສູງ ສາມາດກິນໄດ້ໃນລະດັບປານກາງ

ຜູ້ຊ່ຽວຊານເຕືອນ ອາຫານປຸງແຕ່ງສູງ ສາມາດກິນໄດ້ໃນລະດັບປານກາງ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້; ໜັງສືພິມ Washington Post ລາຍງານວ່າ: ເຖິງແມ່ນວ່າການຄົ້ນຄວ້າຫຼາຍໆຄັ້ງຈະພົບວ່າ ການບໍລິໂພກອາຫານທີ່ປຸງແຕ່ງສູງ (ultra-processed food) ຫຼື ອາຫານທີ່ຜ່ານການປຸງແຕ່ງຫຼາຍເປັນພິເສດເຊັ່ນ: ພິດຊາແຊ່ແຂງ ໃນປະລິມານຫຼາຍ ກ່ຽວຂ້ອງກັບຄວາມສ່ຽງທີ່ເພີ່ມຂຶ້ນຂອງພະຍາດຊໍາເຮື້ອ. ແຕ່ຜູ້ຊ່ຽວຊານດ້ານສຸຂະພາບແນະນໍາວ່າບໍ່ຄວນຫຼີກລ່ຽງອາຫານເຫຼົ່ານີ້ທັງໝົດ, ແຕ່ຄວນຈໍາກັດປະລິມານການບໍລິໂພກ.
ມຽນມາ ກຽມຈັດກອງປະຊຸມຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ

ມຽນມາ ກຽມຈັດກອງປະຊຸມຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ກະຊວງຖະແຫຼງຂ່າວມຽນມາ ເປີດເຜີຍວ່າ: ມຽນມາ ກະກຽມຈັດກອງປະຊຸມກ່ຽວກັບການຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ ທີ່ນະຄອນຫຼວງເນປີດໍ ລະຫວ່າງວັນທີ 30 ຫາ 31 ພຶດສະພານີ້.
ລາຄານຳເຂົ້າ ສ ເກົາຫຼີ ຫຼຸດລົງ 3 ເດືອນຕິດຕໍ່ກັນ

ລາຄານຳເຂົ້າ ສ ເກົາຫຼີ ຫຼຸດລົງ 3 ເດືອນຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍຂໍ້ມູນໃນທ້າຍອາທິດຜ່ານມານີ້ວ່າ: ດັດຊະນີລາຄານຳເຂົ້າໃນເດືອນເມສາ ຫຼຸດລົງ 1.9% ຈາກເດືອນກ່ອນ. ສືບຕໍ່ຈາກການຫຼຸດລົງ 0.4% ໃນເດືອນມີນາ.
ກອງປະຊຸມຄະນະກຳມະການໃຫ້ຄຳປຶກສາການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”

ກອງປະຊຸມຄະນະກຳມະການໃຫ້ຄຳປຶກສາການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ກອງປະຊຸມປະຈຳປີ 2025 ຂອງຄະນະກຳມະການໃຫ້ຄຳປຶກສາເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ນະຄອນນິງໂປ ແຂວງເຈີ້ຈ່ຽງປະເທດຈີນ. ບັນດາສະມາຊິກຄະນະກຳມະການດັ່ງກ່າວທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍຄື “ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ສ້າງໂລກທີ່ເປີດກວ້າງ, ກວມລວມ, ເຊື່ອມໂຍງເຊື່ອມຈອດ ແລະ ພັດທະນາຮ່ວມກັນ”, ໂດຍໄດ້ລົງເລິກປຶກສາຫາລືກ່ຽວກັບ ການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ”, ການເປີດເສລີ ແລະ ການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ການຮ່ວມມືດ້ານເສດຖະກິດດີຈີ ຕອນກັບປັນຍາປະດິດ ແລະ ຫົວຂໍ້ອື່ນໆ.
ມະຕິຍຸດທະສາດ 4 ສະບັບ ນຳປະເທດຫວຽດນາມບືນຕົວຂຶ້ນ

ມະຕິຍຸດທະສາດ 4 ສະບັບ ນຳປະເທດຫວຽດນາມບືນຕົວຂຶ້ນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ແລະ ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ໂດຍການເຂົ້າຮ່ວມຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
ເພີ່ມເຕີມ