ບົດລາຍງານລະບຸວ່າ:ມູນຄ່າການນຳເຂົ້າ-ເຂົ້າຂອງອິນໂດເນເຊຍໃນ 11 ເດືອນຕົ້ນປີ 2024 ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງນັບແຕ່ປີ 2022 ດ້ວຍມູນຄ່າການນຳເຂົ້າ 150 ລ້ານໂດລາ ແລະ ປີ 2023 ດ້ວຍມູນຄ່າການນຳເຂົ້າ 1,45ຕື້ໂດລາ.
ທັງນີ້, ການນຳເຂົ້າ-ເຂົ້າ ຂອງອິນໂດເນເຊຍໃນປີ 2024 ຍັງຄົງມາຈາກໄທເປັນຕົ້ນຕໍ ກວມເອົາປະມານ 1,19 ລ້ານໂຕນ, ຮອງລົງມາແມ່ນຫວຽດນາມ 1,12 ລ້ານໂຕນ, ມຽນມາ 6ແສນກວ່າໂຕນ, ປາກິດສະຖານ 6ແສນກວ່າໂຕນ ແລະ ອິນເດຍ 2ແສນກວ່າໂຕນ.
ອິນໂດເນເຊຍປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນການຮັກສາການສະໜອງເຂົ້າພາຍໃນປະເທດ. ເນື່ອງຈາກການເກັບກ່ຽວປີນີ້ລົ້ມເຫຼວຍ້ອນຜົນກະທົບຈາກປະກົດການແອວນີໂຢ (El Nino) ໃນປີ 2024, ແຕ່ລັດຖະບານອິນໂດເນເຊຍໄດ້ວາງເປົ້າໝາຍການຜະລິດເຂົ້າ 32 ລ້ານໂຕນໃນປີ 2025 ເພື່ອບັນລຸຄວາມພຽງພໍດ້ານສະບຽງອາຫານ.
ຄໍາເຫັນ