ລັດຖະມົນຕີກະຊວງການຄ້າ ຂອງອິນໂດເນເຊຍ ແລະ ທ່ານ ໂຍໂກະ ຄາມິກາວະ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໃນວັນທີ 8 ສິງຫານ ຜ່ານມາ.
ທ່ານ ຮາຊັນກ່າວວ່າ: ການແກ້ໄຂເພີ່ມເຕີມເຫຼົ່ານີ້ ຈະຊ່ວຍເຮັດໃຫ້ການສົ່ງອອກຂອງອິນໂດເນເຊຍ ສູ່ ຍີ່ປຸ່ນ ເພີ່ມຂຶ້ນສະເລ່ຍ 11,6%ຕໍ່ປີ ຢູ່ທີ່ 3,6 ຕື້ໂດລາ ພາຍໃນປີ 2028 ລວມເຖິງເປີດໂອກາດໃຫ້ແຮງງານອິນໂດເນເຊຍ ເຂົ້າສູ່ຕະຫຼາດແຮງງານຂອງຍີ່ປຸ່ນໃນຂະແໜງການພະຍາບານ, ການຜະລິດ, ອະສັງຫາລິມະຊັບ, ການທະນາຄານ ແລະ ການຂົນສົ່ງ. ການອະນຸມັດການແກ້ໄຂເພີ່ມເຕີມເຫຼົ່ານີ້ຈະສຳເລັດພາຍໃນປີ 2025 ໂດຍການປ່ຽນແປງທີ່ສຳຄັນຄື: ຂັ້ນຕອນການຂະຫຍາຍການຄ້າ, ສິນຄ້າ, ການບໍລິການ ແລະ ອີຄອມເມີຊ.
ຂໍ້ຕົກລົງການຮ່ວມມືເປັນຫຸ້ນສ່ວນທາງເສດຖະກິດອິນໂດເນເຊຍ - ຍີ່ປຸ່ນ ມີຜົນບັງຄັບໃຊ້ນັບແຕ່ປີ 2008 ຖືເປັນຂໍ້ຕົກລົງການຄ້າທະວິພາຄີສະບັບທຳອິດລະຫວ່າງອິນໂດເນເຊຍ ກັບຍີ່ປຸ່ນ ຊຶ່ງຕ້ອງມີການທົບທວນທຸກໆ 5 ປີ.
ຄໍາເຫັນ