ການຈຳໜ່າຍຖ່ານຫີນໃນປີ 2024 ມີ 811.01 ລ້ານໂຕນ, ໃນຈຳນວນນີ້ສົ່ງອອກໄປຕ່າງປະເທດ433.17 ລ້ານໂຕນ ແລະ ຈຳໜ່າຍໃນຕະຫຼາດພາຍໃນປະເທດ377.85 ລ້ານໂຕນ ຊຶ່ງຈາກຈຳນວນການຂາຍໃນປະເທດທັງໝົດ ມີການຈັດສັນຖ່ານຫີນ ຈຳນວນ209.93 ລ້ານໂຕນເພື່ອຕອບສະໜອງຕໍ່ຂໍ້ຜູກພັນໃນຕະຫຼາດພາຍໃນປະເທດ.
ການຜະລິດຖ່ານຫີນໃນປີ 2024 ລື່ນກາຍເປົ້າໝາຍຂອງລັດຖະບານກຳນົດໄວ້ທີ່710 ລ້ານໂຕນ ເຖິງ 17%.
ອິນໂດເນເຊຍ ຊຶ່ງເປັນປະເທດສົ່ງອອກຖ່ານຫີນເຊື້ອໄຟທີ່ໃຫຍ່ທີ່ສຸດຂອງໂລກນັບຕັ້ງແຕ່ລື່ນກາຍອົສຕຣາລີ ໃນປີ 2018 ແລະ ມີບົດບາດສຳຄັນໃນການຄ້າຖ່ານຫີນລະດັບໂລກຢ່າງຕໍ່ເນື່ອງ, ໂດຍມີຈຸດໝາຍການສົ່ງອອກທີ່ສຳຄັນໄດ້ແກ່:ອິນເດຍ, ຍີ່ປຸ່ນແລະປະເທດອື່ນໆ.
ຄໍາເຫັນ