ອິນໂດເນເຊຍ ເພີ່ມຄວາມເຂັ້ມງວດມາດຕະການການກໍ່ສ້າງ

ອິນໂດເນເຊຍ ເພີ່ມຄວາມເຂັ້ມງວດມາດຕະການການກໍ່ສ້າງ

ອິນໂດເນເຊຍ ເພີ່ມຄວາມເຂັ້ມງວດມາດຕະການການກໍ່ສ້າງ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້, ທ່ານ ຟາຣີ ຮັມຊາ ຮອງລັດຖະມົນຕີກະຊວງເຄຫາ ແລະ ການຕັ້ງຖິ່ນຖານຂອງ ອິນໂດເນເຊຍ ໄດ້ເປີດເຜີຍວ່າ:ລັດຖະບານອິນໂດເນເຊຍມີແຜນເພີ່ມຄວາມເຂັ້ມງວດໃນມາດຕະຖານການກໍ່ສ້າງບ່ອນຢູ່ອາໄສໃນທົ່ວປະເທດ.

ເພື່ອພະຍາຍາມຫຼຸດຜ່ອນຜົນກະທົບທີ່ຮ້າຍແຮງຈາກແຜ່ນດິນໄຫວ ປະເພດເມກະທຣັສ(megathrust earthquakes) ຊຶ່ງມີຄວາມຮຸນແຮງຫຼາຍທີ່ສຸດໃນບັນດາແຜ່ນດິນໄຫວທຸກປະເພດ.

ທ່ານ ຮັມຊາ ກ່າວຕໍ່ນັກຂ່າວວ່າ: ການພັດທະນາບ່ອນຢູ່ອາໄສໃນອະນາຄົດ ຈະໃຫ້ຄວາມສຳຄັນກັບການຕ້ານແຜ່ນດິນໄຫວ, ໂດຍກະຊວງດັ່ງກ່າວຈະກຳນົດໃຫ້ການກໍ່ສ້າງອາຄານ ແລະ ໂຄງສ້າງທັງໝົດ ໂດຍອີງໃສ່ການຄົ້ນຄວ້າທີ່ດຳເນີນການໂດຍລັດຖະບານເພື່ອເຂົ້າໄປເບິ່ງວ່າໂຄງການດັ່ງກ່າວຄຸ້ມຄ່າທີ່ຈະດຳເນີນການສ້າງ ຫຼື ບໍ່ ? ມາດຕະການນີ້ແມ່ນມີຄວາມຈໍາເປັນເພື່ອປ້ອງກັນບໍ່ໃຫ້ມີຄວາມເສຍຫາຍຕໍ່ບ້ານເຮືອນຈາກແຜ່ນດິນໄຫວ.

ອິນໂດເນເຊຍກຳລັງເລັ່ງເຮັດວຽກເພື່ອກຽມພ້ອມຮັບມືກັບຄວາມເປັນໄປໄດ້ຂອງແຜ່ນດິນໄຫວແບບເມກະທຣັສ ທີ່ອາດຈະເກີດຄື້ນສຶນາມິທີ່ຮຸ່ນແຮງ. ໂດຍເມື່ອເດືອນກັນຍາ 2024, ອົງການອຸຕຸນິຍົມວິທະຍາ ພູມອາກາດ ແລະນັກທໍລະນີສາດໄດ້ປະກາດວ່າແຜ່ນດິນໄຫວແບບດັ່ງກ່າວມີທ່າອ່ຽງທີ່ຈະເກີດຂຶ້ນໃນສອງພື້ນທີ່ ຄື: ຊ່ອງແຄບຊຸນດາແລະອ້ອມຮອບໝູ່ເກາະເມນຕາໄວ-ຊິເບຣຸດ ຊຶ່ງທັງສອງພາກພື້ນນີ້ ເປັນທີ່ຮູ້ຈັກໃນຖານະພື້ນທີ່ສ່ຽງຕໍ່ແຜນດິນໄຫວໃນມະຫາສະໝຸດອິນເດຍ. ໂດຍມີຊ່ອງວ່າງຂອງແຜ່ນດິນໄຫວທີ່ຍັງຖືກເຊື່ອງໄວ້ຢູ່ເປັນເວລາຫຼາຍຮ້ອຍປີ.

ອິນໂດເນເຊຍຕັ້ງຢູ່ເທິງວົງແຫວນແຫ່ງໄຟໃນມະຫາສະໝຸດປາຊີຟິກ. ຖືກຈັດຢູ່ໃນ 35 ປະເທດທີ່ມີຄວາມສ່ຽງຕໍ່ໄພພິບັດທຳມະຊາດຫຼາຍທີ່ສຸດ ແລະມັກປະສົບກັບແຜ່ນດິນໄຫວເລື້ອຍໆເນື່ອງຈາກມີທີ່ຕັ້ງໃນພື້ນທີ່ສ່ຽງຕໍ່ການເກີດແຜ່ນດິນໄຫວແລະພາກພື້ນພູເຂົາໄຟມີພະລັງ (active volcano), ໂດຍຍັງຄົງມີ127 ພູເຂົາໄຟທີ່ຍັງເຄື່ອນໄຫວຢູ່.

ຄໍາເຫັນ

ຂ່າວຕ່າງປະເທດ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

PPI ຂອງ ສ ເກົາຫຼີ ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ (BOK) ໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ດັດສະນີລາຄາຜູ້ຜະລິດ (PPI) ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດໃນຮອບ 18 ເດືອນ ໃນເດືອນພຶດສະພາ ຜ່ານມາ. ໂດຍໄດ້ຮັບແຮງກົດດັນຈາກລາຄາສິນຄ້າກະເສດ ແລະ ນ້ຳມັນທີ່ຫຼຸດລົງ ຊຶ່ງອາດເປັນສັນຍານໃນທາງບວກສຳລັບທ່າອ່ຽງຂອງອັດຕາເງິນເຟີ້ຂອງຜູ້ບໍລິໂພກໃນອະນາຄົດ.
Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

Qatar Airways ອັນດັບ 1 ສາຍການບິນທີ່ດີທີ່ສຸດໃນໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 19 ມິຖຸນາ ຜ່ານມາວ່າ: Skytrax ປະກາດຜົນການຈັດອັນດັບສາຍການບິນທີ່ດີທີ່ສຸດໃນໂລກ ປະຈຳປີ 2025 ປະກົດວ່າ ສາຍການບິນອາຊີ ແລະ ຕາເວັນອອກກາງ ຕິດໃນ 10 ອັນດັບ ຊຶ່ງນຳໂດຍ Qatar Airways ທີ່ຍັງຄອງອັນດັບໜຶ່ງອີກຄັ້ງ, ຕາມດ້ວຍສາຍການບິນ Singapore Airlines ແລະ Cathay Pacific ຢູ່ອັນດັບ 2 ແລະ 3 ຕາມລໍາດັບ.
ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ສ້າງໂອກາດແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງຈີນ ໃນວັນທີ 19 ມິຖຸນາ ຜ່ານມາ ແລະ ດຳເນີນໄປເປັນເວລາ 6 ວັນ. ຜູ້ນຳຫຼາຍປະເທດທີ່ເຂົ້າຮ່ວມພິທີເປີດງານໄດ້ກ່າວຄຳປາໄສໂດຍຊີ້ອອກວ່າ: ພາຍໃຕ້ສະຖານະການສາກົນທີ່ສັບສົນໃນປັດຈຸບັນນີ້, ຈີນຈັດກິດຈະກຳຕ່າງໆເຊັ່ນ: ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ອື່ນໆ, ໄດ້ສ້າງໂອກາດໃໝ່ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບມີຜົນປະໂຫຍດ ແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງໃນພາກພື້ນ, ຈະຊຸກຍູ້ການແລກປ່ຽນກັນດ້ານເສດຖະກິດການຄ້າລະຫວ່າງປະເທດຕ່າງໆໃນພາກພື້ນຢ່າງແຂງແຮງ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນບັນດາປະເທດ.
ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ຕາມບົດລາຍງານ “ໄຈ້ແຍກຂອບຂະໜາດ ແລະ ອັດຕາສ່ວນກວມຕະຫຼາດໝາກລິນຈີ່ - ທ່າອ່ຽງການເຕີບໂຕ ແລະ ການຄາດຄະເນໄລຍະ 2023 - 2028” ຂອງ Research and Markets, ຫວຽດນາມ ຢູ່ອັນດັບທີ 2 ຂອງໂລກ ກ່ຽວກັບປະລິມານໝາກລິນຈີ່, ຖັດຈາກ ຈີນ. ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ຈະບັນລຸ 303,000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024. ປັດຈຸບັນ, ຫວຽດນາມ ພວມປັບປຸງທີ່ຕັ້ງຢູ່ຕະຫຼາດໝາກລິນຈີ່ທົ່ວໂລກຢ່າງບໍ່ຢຸດຢັ້ງ, ໂ
ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ມາເລເຊຍ ຂຶ້ນແຜນຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Halal

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ສະຫະສະມາຄົມນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການຊ່ວຍເຫຼືອ ຫວຽດນາມ ສ້າງຕັ້ງສູນອາຫານ Hala ຊຶ່ງແມ່ນສູນລົງເລິກກ່ຽວກັບມາດຕະຖານອາຫານທີ່ສະຫງວນໃຫ້ແກ່ຊາວມຸດສະລິມ ແລະ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ກໍຄືເປີດກວ້າງຂອບເຂດການຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທົ່ວໂລກ.
ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ອົສຕຣາລີ ອອກຄຳເຕືອນ ເຫັດພິດຮ້າຍແຮງ ເຮັດໃຫ້ເສຍຊີວິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ພະແນກສາທາລະນະສຸກຂອງລັດ New South Wales ປະເທດອົສຕຣາລີ ໄດ້ອອກຄໍາເຕືອນກ່ຽວກັບອັນຕະລາຍຈາກການກິນເຫັດ “ໝວກມໍລະນະ” ຊຶ່ງເປັນເຫັດພິດຮ້າຍແຮງ ທີ່ພົບເຫັນໃນປ່າທຳມະຊາດຂອງນະຄອນຊິດນີ ແລະ ບໍລິເວນອ້ອມຂ້າງ ເມື່ອບໍ່ດົນມານີ້.
ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ສະວິດ ຫຼຸດການຄາດຄະເນເສດຖະກິດປີ 2025-2026

ຂ່າວຕ່າງປະເທດລາຍ ຫວ່າງບໍ່ດົນມານີ້ວ່າ: ຫ້ອງການເສດຖະກິດ (SECO) ຂອງປະເທດສະວິດ ປະກາດຫຼຸດການຄາດຄະເນການເຕີບໂຕທາງດ້ານເສດຖະກິດສໍາລັບປີ 2025 ແລະ 2026 ເນື່ອງຈາກຄວາມບໍ່ແນ່ນອນກ່ຽວກັບນະໂຍບາຍການຄ້າ ແລະ ເສດຖະກິດລະຫວ່າງປະເທດຍັງຄົງສູງ ແລະ ສົ່ງຜົນຕໍ່ທ່າອ່ຽງຂອງເສດຖະກິດທົ່ວໂລກ ແລະ ເສດຖະກິດ ສະວິດ.
ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ສະຫະລັດ ອາເມຣິກາ - ອັງກິດ ລົງນາມຂໍ້ຕົກລົງການຄ້າສອງຝ່າຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ມິຖຸນາ ຜ່ານມາວ່າ: ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ໄດ້ລົງນາມໃນຂໍ້ຕົກລົງການຄ້າລະຫວ່າງກອງປະຊຸມສຸດຍອດ G7 ທີ່ການາດາ, ທ່ານ ສະຕາຣເມີ ກ່າວວ່າ: ຂໍ້ຕົກລົງນີ້ຈະປະຕິບັດຕາມຂໍ້ຕົກລົງສອງຝ່າຍກ່ຽວກັບອັດຕາພາສີລົດຍົນ ແລະ ການບິນອາວະກາດ.
ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ສິງກະໂປ ສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ ຫຼຸດລົງ 3.5%

ຂ່າວຕ່າງປະເທດລາຍງານວ່າ: ອົງການວິສາຫະກິດຂອງສິງກະໂປ (Enterprise Singapore) ເປີດເຜີຍໃນວັນທີ 17 ມິຖຸນາ ຜ່ານມາວ່າ: ການສົ່ງອອກສິນຄ້າທີ່ບໍ່ແມ່ນນໍ້າມັນ (NODX) ຫຼຸດລົງ 3.5% ໃນເດືອນພຶດສະພາ ເມື່ອປຽບທຽບປີຕໍ່ປີ, ຈາກທີ່ເຄີຍຂະຫຍາຍຕົວເຖິງ 12.4% ໃນເດືອນເມສາ ແລະ ກົງກັນຂ້າມກັບນັກນັກວິເຄາະຄາດຄະເນວ່າຈະຂະຫຍາຍຕົວ 8%.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ 2

ຂ່າວສານຊີອາໄອລາຍງານວ່າ: ໃນຕອນ​ບ່າຍ​ວັນ​ທີ 17 ມິ​ຖຸ​ນາ​ ຜ່ານມາ (​ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ ຈີນ-ອາ​ຊີ​ກາງ ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ເອ​ກະ​ລາດ ​ທີ່​ນະ​ຄອນ​ຫຼວງ​ອັ​ສ​ຕາ​ນາ ປະເທດ​ກາ​ຊັກ​ສະ​ຖານ. ທ່ານ ຄາ​ຊິມ ໂຈ​ມັດ ໂ​ຕ​ຄາ​ເຢັ​ຟ ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ. ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ພ້ອມ​ດ້ວຍ​ປະ​ມຸກ​ລັດ​​ຈາກປະ​ເທ​ດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.
ເພີ່ມເຕີມ