ຂ່າວລະບຸວ່າ: ກຸ່ມຜູ້ຜະລິດສາລີ ຈາກເມືອງເບງກາຍັງ ໄດ້ຮັບຄໍາສັ່ງຊື້ຈາກມາເລເຊຍໃນຈໍານວນ 20,000 ໂຕນ ຊຶ່ງຈະຈັດສົ່ງເປັນໄລຍະ ແລະ ສິນຄ້າດັ່ງກ່າວໄດ້ຖືກຂົນສົ່ງໂດຍລົດບັນທຸກຫຼາຍຄັນໄປຍັງລັດຊາວາວັກ ຂອງ ປະເທດມາເລເຊຍ.
ທ່ານ ພຣາໂບໂວ ກ່າວວ່າ: ອິນໂດເນເຊຍບໍ່ຈຳເປັນຕ້ອງນຳເຂົ້າສາລີຈາກປະເທດອື່ນອີກຕໍ່ໄປພາຍໃນປີ 2026 ແລະ ເຊື່ອໝັ້ນວ່າ ອິນໂດເນເຊຍ ຈະບັນລຸເປົ້າໝາຍການເພິ່ງພາຕົນເອງດ້ານສາລີໄດ້ໄວກວ່າກຳນົດ. ໂດຍອິນໂດເນເຊຍ ຈະບໍ່ພຽງແຕ່ເພິ່ງຕົນເອງດ້ານສະບຽງອາຫານເທົ່ານັ້ນ ແຕ່ຈະກາຍເປັນປະເທດຜະລິດສະບຽງອາຫານຂອງໂລກອີກດ້ວຍ.
ອົງການສະຖິຕິອິນໂດເນເຊຍ ລາຍງານວ່າ: ການຜະລິດສາລີພາຍໃນປະເທດເພີ່ມຂຶ້ນ 2.98% ໃນປີ 2024 ເປັນ 15.21 ລ້ານໂຕນ ເມື່ອທຽບໃສ່ປີກ່ອນ ຊຶ່ງເກາະຊະວາ ເປັນເກາະທີ່ຜະລິດຫຼາຍທີ່ສຸດ ກວມເອົາ 7.89 ລ້ານໂຕນ ຫຼື 51.86% ຂອງຜົນຜະລິດທັງໝົດໃນປະເທດ.
ຄໍາເຫັນ