ຂ່າວລະບຸວ່າ: ທະນາຄານທີ່ເຂົ້າຮ່ວມໂຄງການຈະອຳນວຍຄວາມສະດວກໃຫ້ແກ່ການເຮັດທຸລະກຳຂ້າມຊາຍແດນ ເພື່ອການຄ້າສິນຄ້າ, ການບໍລິການ, ການລົງທຶນໂດຍກົງ ແລະ ການລົງທຶນໃນຫຼັກຊັບ. ໂດຍທະນາຄານກາງທັງສາມແຫ່ງມີຈຸດປະສົງຍົກລະດັບການເຂົ້າເຖິງການບໍລິການຂອງລູກຄ້າ, ປັບປຸງສະພາບຄ່ອງຂອງສະກຸນເງິນທ້ອງຖິ່ນ ແລະ ຂະຫຍາຍທາງເລືອກໃນການຊຳລະເງິນຂ້າມຊາຍແດນສຳລັບທຸລະກິດໃນສາມປະເທດ.
ທັງນີ້, ໂຄງການດັ່ງກ່າວສືບຕໍ່ຈາກຂໍ້ຕົກລົງປະສານງານຕາມກອບການເຮັດທຸລະກຳດ້ວຍສະກຸນເງິນທ້ອງຖິ່ນ (LCTF) ຊຶ່ງລົງນາມໃນວັນທີ 17 ກຸມພາ 2025.
ຄໍາເຫັນ