ປັດຈຸບັນ,ນູຊານຕາຣາ ທີ່ຈະເປັນທີ່ຕັ້ງນະຄອນຫຼວງໃໝ່ກຳລັງຢູ່ໃນການກໍ່ສ້າງ,ພື້ນຖານໂຄງລ່າງສຳຄັນມີຄວາມຄືບໜ້າຢ່າງຫຼວງຫຼາຍແລ້ວ,ໃນນັ້ນ ລວມທັງສຳນັກງານກະຊວງປ້ອງກັນປະເທດ,ອົງການສືບຂ່າວແຫ່ງຊາດ ພ້ອມດ້ວຍສຳນັກງານໃຫຍ່ການທະຫານ ແລະ ຕຳຫຼວດເປັນຕົ້ນ.
ວັນທີ 19 ພະຈິກ ຜ່ານມາ, ສະພາແຫ່ງຊາດອິນໂດເນເຊຍໄດ້ຮັບຮອງເອົາມະຕິ ຍົກເລີກຖານະຈາກາຕາເປັນນະຄອນຫຼວງ ແລະຈັດຈາກາຕາເປັນເຂດພິເສດ, ຕົກລົງຍ້າຍນະຄອນຫຼວງໄປທີ່ນູຊານຕາຣາ. ສ່ວນນະຄອນຈາກາຕາຈະຄ່ອຍໆຫັນຈາກນະຄອນຫຼວງເປັນເຂດພິເສດ.ເຖິງວ່າຕໍ່ໄປຈາກາຕາຈະບໍ່ແມ່ນນະຄອນຫຼວງອີກ,ແຕ່ຍັງຈະຍັງຄົງເປັນສູນເສດຖະກິດ, ວັດທະນະທຳ ແລະ ຍັງຈະມີຄວາມດຶງດູດດ້ານຍຸດທະສາດ ແລະ ມີຖານະສຳຄັນໃນວຽກງານແຫ່ງຊາດຂອງອິນໂດເນເຊຍ.
ຄໍາເຫັນ