ຂ່າວລະບຸວ່າ: ພະນັກງານຂອງສຳນັກໜັງສືພິມໄດ້ອີງຕາມຂ່າວທີ່ເກີດຂຶ້ນໃນມື້ດຽວກັນຕັ້ງຄຳຖາມຕໍ່ແພຣັດຟອມປັນຍາປະດິດ,ແລ້ວປັນຍາປະດິດກໍຂຽນບົດຄວາມໂດຍອີງຕາມຄຳຖາມຕ່າງໆ.ໜັງສືພິມທີ່ຂຽນໂດຍ AI ໄດ້ຖືກຈຳໜ່າຍນຳກັນກັບໜັງສືພິມສະບັບມື້ດຽວກັນ. ຜູ້ຮັບຜິດຊອບສຳນັກໜັງສືພິມດັ່ງກ່າວບອກວ່າ:ເຖິງວ່າເນື້ອໃນບົດຄວາມທີ່ຂຽນໂດຍ AI ອາດຈະມີຂໍ້ຜິດ ຫຼື ຫຼັກໝັ້ນອາດຈະແຕກຕ່າງກັນກັບສຳນັກໜັງສືພິມກໍຕາມ,ແຕ່ນັກຂ່າວ ແລະ ບັນນາທິການຈະບໍ່ແກ້ຄວາມຜິດເຫຼົ່ານີ້. ໜັງສືພິມ AI ສະບັບນີ້ຍັງຢູ່ໃນໄລຍະທົດລອງ.
ກຳປູເຈຍ ໃຊ້ງົບປະມານຫຼາຍກວ່າ 1.2 ຕື້ໂດລາ ນຳເຂົ້ານໍ້າມັນ ແລະ ອາຍແກ໊ສ
ຂ່າວຕ່າງປະເທດລາຍງານ ໃນວັນທີ 17 ກໍລະກົດ ຜ່ານມາ; ກະຊວງການຄ້າກຳປູເຈຍລາຍງານວ່າ: ການນຳເຂົ້ານ້ຳມັນກາຊວນ, ນ້ຳມັນແອັດຊັງ ແລະ ອາຍແກ໊ສທີ່ສາມາດເຜົາໄໝ້ໄດ້ (combustion gas)ຂອງກຳປູເຈຍໃນເຄິ່ງປີທຳອິດຂອງປີ 2025 ຫຼຸດລົງ 13.2%.
ຄໍາເຫັນ