JDB ສະຫຼຸບຜົນການດໍາເນີນທຸລະກິດ  ປະຈໍາປີ 2023 ແລະ ແຜນການ KPI ປະຈໍາສົກປີ  2024

JDB ສະຫຼຸບຜົນການດໍາເນີນທຸລະກິດ  ປະຈໍາປີ 2023 ແລະ ແຜນການ KPI ປະຈໍາສົກປີ  2024
ໃນວັນທີ່ 3 ກຸມພາ 2024 ຜ່ານມາ ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດພິທີ ສະຫຼຸບຜົນງານປະຈໍາປີ 2023 ແລະ ສືບຕໍ່ແຜນການປີ 2024 ໃຫ້ບັນລຸເປົ້າໝາຍ KPI (ເຄພີໄອ່), ໂດຍການເປັນປະທານຂອງທ່ານ ເອກະພັນ ພະພິທັກ ປະທານຜູ້ຖືຮູ້ນ ທະນາຄານຮ່ວມພັດທະນາ, ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ມີຄະນະສະພາບໍລິຫານ, ຄະນະອໍານວຍການ ແລະ ຜູ້ບໍລິຫານລະດັບສູງ ຕະຫຼອດເຖິງຫົວໜ້າໜ່ວຍບໍລິການ ແລະ ພະນັກງານວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບຜົນງານການດໍາເນີນທຸລະກິດປະຈໍາປີປີ 2023 ແລະ ຜ່ານແຜນການ KPI ປະຈໍາປີ2024. ໃນປີ 2023 ຜ່ານມາ ເສດຖະກິດ ສປປ ລາວ ມີທ່າຂະຫຍາຍຕົວດີຂຶ້ນ ຍ້ອນມີການເປີດປະເທດ, ຫຼັງຈາກທີ່ສະຖານະການ ແຜ່ລະບາດຂອງພະຍາດໂຄວິດ-19 ເບົາບາງລົງ, ສະພາບເສດຖະກິດພາຍໃນກໍຄ່ອຍໆ ມີທ່າອ່ຽງດີຂຶ້ນ, ຍ້ອນການເອົາໃຈໃສ່ຂອງລັດຖະບານໃນຊູມປີທີ່ຜ່ານມາ ຊຶ່ງເປັນຜົນດີໃຫ້ແກ່ການດໍາເນີນທຸລະກິດຂອງທະນາຄານຮ່ວມພັດທະນາ ສາມາດປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ ຄື: ຍອດຊັບສິນກວມເອົາ 146,09% ທຽບໃສ່ປີ 2022, ຍອດເງິນຝາກກວມເອົາ 151,37%, ທຽບໃສປີ 2022 ແລະ ຍອດສິນເຊື່ອ ກວມເອົາ137,44% ທຽບໃສ່ປີ 2022. ໄດ້ນໍາໃຊ້ແຫຼ່ງທຶນປ່ອຍສິນເຊື່ອບໍ່ເກີນ 75% ຂອງແຫຼ່ງທຶນ, ສ້າງກໍາໄລຫຼັງອາກອນເພີ້ມຂຶ້ນ 165,33% ແລະ ຈະໄດ້ມອບພັນທະອາກອນໃຫ້ກະຊວງການເງິນ ຈໍານວນ 146 ຕື້ 900 ກວ່າລ້ານກີບ ແລະ ໄດ້ວາງແຜນການ KPI ປະຈໍາປີ 2024 ຈະຕ້ອງຂຸດຄົ້ນຊອກຫາແຫຼ່ງລາຍຮັບເພີ້ມຈາກຜະລິດຕະພັນອື່ນໆ ທີ່ມີໃນປັດຈຸບັນ. ການລະດົມແຫຼ່ງທືນຕ້ອງຕິດພັນກັບການປ່ອຍເງິນກູ້ ແລະ ຕິດພັນກັນກັບການເປີດບັນຊີເງິນຝາກຂອງລູກຄ້າແຕ່ລະລາຍສັນຍາ ຢູ່ໜ່ວຍບໍລິການຕາມແຜນ KPI ທີ່ວາງໄວ້. ວຽກງານຈັດຕັ້ງ-ພະນັກງານ ຕ້ອງສ້າງຄວາມສາມະຄີກັນເປັນປຶກແຜ່ນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານທຸກລະດັບໃຫ້ເຂັ້ມແຂງ.  ໃນກອງປະຊຸມ ໄດ້ຍ້ອງຍໍຊົມເຊີຍໜ່ວຍບໍລິການທີ່ມີຜົນງານດີເດັ່ນ, ຊຶ່ງໄດ້ຮັບລາງວັນໂລ້ຄໍາຈໍານວນ 6 ລາງວັນ, ໂລ້ເງິນ 8 ລາງວັນ, ໂລ້ຟ້າ 10 ລາງວັນ ເປັນລາງວັນປະເພດລວມໝູ່, ໄດ້ຮັບໃບຍ້ອງຍໍຈາກສະພາບໍລິຫານຈໍານວນ 7 ໃບ ແລະ ໃບຍ້ອງຍໍຈາກຜູ້ອໍານວຍການໃຫຍ່ ຈໍານວນ 10 ໃບ ເປັນການຍ້ອງຍໍປະເພດລວມໝູ່ ແລະ ໃບຍ້ອງຍໍບຸກຄົນ ຈໍານວນ 10 ໃບ ທີ່ບັນລູເປົ້າໝາຍ KPI ແຕ່ລະດ້ານ, ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານຂອງທະນາຄານຮ່ວມພັດທະນາໃຫ້ມີກໍາລັງໃຈ ແລະ ຕັ້ງໜ້າປະຕິບັດວຽກງານໃຫ້ດີກວ່າເກົ່າ, ທະນາຄານຮ່ວມພັດທະນາ ໄດ້ມີນະໂຍບາຍສູງໃຫ້ແກ່ພະນັກງານຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ດີຂຶ້ນແຕ່ລະປີ.
ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ຮັບຟັງການໂອລົມຈາກ ທ່ານ ເອກະພັນ ພະພິທັກ ຊຶ່ງທ່ານ ໄດ້ຍ້ອງຍໍຊົມເຊີຍຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ມີຜົນງານດີເດັ່ນທີ່ສາມາດບັນລຸເປົ້າ ໝາຍ KP I ທີ່ວາງໄວ້ ແລະ ໃຫ້ທິດຊີ້ນໍາເພື່ອປັບປຸງວຽກງານທີ່ຄົງຄ້າງ ໃຫ້ດີຂຶ້ນກວ່າເກົ່າ. ໃນໄລຍະຜ່ານມາ ທະນາຄານຮ່ວມພັດທະນາ ໄດ້ປ່ອຍສິນເຊື່ອເຂົ້າໃນການສ້າງສາເສດຖະກິດ-ສັງຄົມ ກໍຄືການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດເຮົາ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດມາ.
 ຫຼັງຈາກນັ້ນໃນພາກຄໍ່າ ຂອງວັນດຽວກັນ ກໍໄດ້ມີງານລ້ຽງຊົມເຊີຍຜົນສໍາເລັດການດໍາເນີນທຸລະກິດປະຈໍາປີ 2023 ແລະ ໄດ້ມີພິທີຈັບສະຫຼາກມອບລາງວັນເປັນລົດ TOYOTA Hi-Lux REVO ໃຫ້ລູກຄ້າຜູ້ໂຊກດີ ທີ່ຝາກປະຈໍາຕາມເງື່ອນໄຂ, ເພື່ອເປັນການຄືນກໍາໄລໃຫ້ລູກຄ້າ ສ້າງຄວາມປະທັບໃຈໃຫ້ລູກຄ້າ, ແຜນການປີ 2024 JDB ຈະຕ້ອງໄດ້ອອກແຮງສູ້ຊົນສ້າງຜົນກໍາໄລ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນມອບພັນທະອາກອນໃຫ້ກະຊວງການເງິນ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ“ ເຕີບໃຫ່ຍໄປພ້ອມກັນ ‘’
                                        ຂ່າວ-ຮູບ: ຄໍາຕົ້ນ ວໍລະຈັກ

ຄໍາເຫັນ

ຂ່າວເສດຖະກິດ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເພີ່ມເຕີມ