![]() |
ທ່ານ ນາງ ຕຸກລາວັນ ນິດາວອນ ຕົວແທນຈາກກາເຟມິຣາໂຄລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ການເຂົ້າຮ່ວມຮັບໃຊ້ກອງປະຊຸມໃນຄັ້ງນີ້, ທາງຮ້ານໄດ້ບໍລິການກາເຟປະເພດ 3 in 1 ແລະ ກາເຟເມັດ (ກາເຟດຳ) ໂດຍສະເລ່ຍປະມານ 800 ຈອກຕໍ່ມື້. ໂດຍສະເພາະກາເຟດຳ ຊຶ່ງໃຊ້ເມັດກາເຟປະມານ 5 ຫາ 8 ກິໂລຕໍ່ມື້ ແມ່ນໄດ້ຮັບຄວາມນິຍົມ ແລະ ກະແສຕອບຮັບດີຫຼາຍຈາກບັນດາແຂກ ແລະ ຜູ້ແທນຕ່າງປະເທດທີ່ເຂົ້າຮ່ວມປະຊຸມ.
![]() |
ຈຸດເດັ່ນຂອງກາເຟມິຣາໂຄລາວ ເປັນຜະລິດຕະພັນທີ່ຜະລິດໂດຍຄົນລາວແທ້ 100%, ໂດຍມີໂຮງງານຜະລິດຢູ່ 2 ແຫ່ງ ຄື: ນະຄອນປາກເຊ (ແຂວງຈຳປາສັກ) ແລະ ບ້ານດອນກອຍ (ນະຄອນຫຼວງວຽງຈັນ), ສ່ວນສຳນັກງານ ຫຼື ຫ້ອງການຈຳໜ່າຍຕັ້ງຢູ່ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜະລິດຕະພັນດັ່ງກ່າວມີຄຸນນະພາບດີ, ລົດຊາດແຊບ, ລາຄາບໍ່ແພງ ທຸກໆຄົນສາມາດຈັບຕ້ອງໄດ້.
![]() |
ໃນໂອກາດດັ່ງກ່າວ, ທ່ານ ນາງ ຕຸກລາວັນ ນິດາວອນ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ຄະນະຈັດງານທີ່ໄດ້ໃຫ້ໂອກາດກາເຟມິຣາໂຄລາວ ແລະ ຜູ້ປະກອບການທ້ອງຖິ່ນໄດ້ເຂົ້າມາມີສ່ວນຮ່ວມໃນງານລະດັບຊາດ ແລະ ສາກົນຄັ້ງນີ້. ພ້ອມທັງເຊີນຊວນມວນຊົນໃຫ້ຊ່ວຍກັນອຸດໜູນຜະລິດຕະພັນກາເຟລາວ ຊຶ່ງປັດຈຸບັນມີວາງຈຳໜ່າຍຢູ່ຕາມຮ້ານຄ້າ ແລະ ຮ້ານຄ້າຊັ້ນນຳທົ່ວໄປເຊັ່ນ: D-Mart, J-Mart, 7-Eleven, Kok Kok Mini ແລະ ຮ້ານຄ້າອື່ນໆ.
(ຂ່າວ: ແສງຈັນ)



ຄໍາເຫັນ