ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ

ກະລຶມ ເອົາ​ໃຈ​ໃສ່ ສົ່ງເສີມການຜະລິດ ແລະ ຟື້ນຟູຜົນປະທົບຈາກໄພພິບັດ
ໃນໄລຍະຜ່ານມາ, ເມືອງກະລຶມ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ຕິດພັນກັບການປັບປຸງ, ຟື້ນຟູ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາຊຸມຊົນ ແລະ ລະບົບຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກການດໍາລົງຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ.
ກະລມ ເອາ​ໃຈ​ໃສ ສງເສມການຜະລດ ແລະ ຟນຟຜນປະທບຈາກໄພພບດ - image 1
 

ຄະນະກໍາມະການປົກຄອງເມືອງກະລຶມ ແຂວງເຊກອງ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳເດືອນ 8 ແລະ ວາງແຜນປະຈຳເດືອນ 9 ປີ 2026 ໃນວັນທີ 10 ກັນຍາຜ່ານມາ, ໂດຍການເປັນປະທານຂອງທ່ານ ສີເວີນ ສິງຫາລາດ ປະທານຄະນະກຳມະການປົກຄອງເມືອງ, ມີຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການ, ຄະນະກຳມະການປົກຄອງຕາແສງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຸດສັກສິດ ຍິດແສນຫວັງ ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານເສດຖະກິດ ລາຍງານໃຫ້ຮູ້ວ່າ: ໃນໄລຍະໜຶ່ງເດືອນຜ່ານມາ, ຄະນະກຳມະການປົກຄອງເມືອງ ໄດ້ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເຮັດໃຫ້ເມືອງສືບຕໍ່ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽງຮ້ອຍໂດຍພື້ນຖານ, ເສດຖະກິດນັບມື້ຂະຫຍາຍຕົວ, ການເກັບລາຍຮັບເຂົ້າງົບປະມານ ແລະ ການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ນັບມື້ມີທ່າອ່ຽງດີຂຶ້ນ, ທົ່ວເມືອງມີເນື້ອທີ່ປູກກາເຟ 58 ເຮັກຕາ, ມັນຕົ້ນ 650 ກວ່າເຮັກຕາ, ໂສມ 19 ເຮັກຕາ, ລ້ຽງແບ້ 10 ກຸ່ມ, ໝູ 9 ກຸ່ມ ແລະ ລ້ຽງໄກ່ 5 ກຸ່ມ.

ກະລມ ເອາ​ໃຈ​ໃສ ສງເສມການຜະລດ ແລະ ຟນຟຜນປະທບຈາກໄພພບດ - image 2
 

ພ້ອມນີ້, ກໍໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ນໍາພາປະຕິບັດບັນດາໂຄງການລົງທຶນຂອງລັດ, ປັບປຸງ, ຟື້ນຟູ ແລະ ກໍ່ສ້າງບັນດາພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ, ໂຮງຮຽນ, ລະບົບໄຟຟ້າ, ນໍ້າປະປາຊຸມຊົນ, ສາຍສັນຍານໂທລະສັບ/ອິນເຕີເນັດ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກການໄປ-ມາຫາສູ່, ການຕິດຕໍ່ສື່ສານ ແລະ ການແລກປ່ຽນຊື້-ຂາຍສິນຄ້າ ໃຫ້ສະດວກສະບາຍຂຶ້ນກວ່າເກົ່າ.

ທ່ານ ສຸດສັກສິດ ຍິດແສນຫວັງ ໃຫ້ຮູ້ຕື່ມວ່າ: ສໍາລັບວຽກຈຸດສຸມໃນເດືອນກັນຍາ ແມ່ນສືບຕໍ່ຕິດຕາມ, ຊຸກຍູ້ ແລະ ເຂັ້ມງວດກວດກາການຂຸດຄົ້ນຊັບພະຍາກອນທຳມະຊາດແບບຜິດກົດໝາຍ, ການກໍ່ສ້າງຊົນລະປະທານ, ປະເມີນຄອບຄົວພົ້ນທຸກຕາມດຳລັດ 348/ລບ, ຟື້ນຟູພື້ນຖານໂຄງລ່າງ ທີ່ຖືກທຳລາຍຈາກໄພພິບັດທາງທໍາມະຊາດ, ຊຸກຍູ້ການບໍລິຫານລັດດ້ວຍລະບົບເອເລັກໂຕຣນິກ, ສົ່ງເສີມການສຶກສາ-ກິລາ, ປັບປຸງການບໍລິການສາທາລະນະສຸກ, ພັດທະນາ, ຝຶກສີມືແຮງງານ, ຄຸ້ມຄອງ ແລະ ຈັດຫາງານໃຫ້ແຮງງານ ຕາມຂະແໜງການຕ່າງໆ ທີ່ຕ້ອງການແຮງງານ.

ຂ່າວ: ສັນຍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

ລາວ ມີຄວາມມຸ່ງຫວັງອັນແຮງກ້າ ຢາກໃຫ້ປະຊາຄົມໂລກຮ່ວມມືກັນ

​ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 13 ກັນຍາຜ່ານມາ ທີ່ສະໜາມເກັບກູ້ລະເບີດ ບ້ານພິກໃຫຍ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຊຶ່ງມີຄໍາຖາມວ່າ: ການຈັດກອງປະຊຸມຄັ້ງນີ້, ທາງການລາວຢາກຝາກຄຳຮຽກຮ້ອງຫຍັງສູ່ປະຊາຄົມໂລກ?.
ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ເລຂາພັກແຂວງຄໍາມ່ວນ ໂອ້ລົມ ຄະນະກຳມະການປົກຄອງ 44 ຕາແສງທົ່ວແຂວງ

ສະ​ຫາຍ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ໄດ້ມີຄຳເຫັນໂອ້ລົມ ຕໍ່ຄະນະກຳມະການປົກຄອງ44 ຕາແສງທົ່ວແຂວງຄໍາມ່ວນ, ໃນ​ວັນ​ທີ 14 ກັນ​ຍາ​ນີ້ ທີ່ ສະ​ໂມ​ສອນຫຼັກ 4 ໂດຍມີສະ​ຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ມີການນໍາຂອງແຂວງ, ການນໍາຂອງເມືອງ ແລະ ຄະນະກຳປະການປົກຄອງຕາແສງໃນທົ່ວແຂວງເຂົ້າຮ່ວມ.
ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ແຂວງວຽງຈັນສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງ 5 ປີ (2026-2030) ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14-15 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາ,ຮອງເລຂາພັກເມືອງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສສຍລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກຮາກຖານກົງຈັກຊ່ວຍວຽກຂອງ ສສຍລ ໃນວັນທີ 8 ກັນຍາຜ່ານມາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານ ສສຍລ; ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກຮາກຖານຫ້ອງການ, ກົມ, ສູນ, ຫ້ອງການ ຄຊກມດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

24 ປີ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ສືບສານມູນເຊື້ອ ແລະ ສ້າງຄວາມເຂັ້ມແຂງສູ່ອະນາຄົດ

ສະຫະພັນນັກຮົບເກົ່າແຂວງອັດຕະປື ຢືນຢັນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ອັນດີງາມຂອງນັກຮົບເກົ່າແຫ່ງຊາດລາວ, ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປຸກລະດົມຖັນແຖວນັກຮົບເກົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຊາວໜຸ່ມແຂວງອຸດົມໄຊ ມອບເຄື່ອງ ບັນເທົາທຸກຊ່ວຍປະຊາຊົນປະສົບໄພນ້ຳຖ້ວມ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ແຂວງອຸດົມໄຊ ນຳໂດຍ ສະຫາຍ ບຸນມີ ສຳລີບູນ ຮັກສາການເລຂາ ພ້ອມຄະນະທີມງານ ໄດ້ລົງມອບເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ 3 ບ້ານ ຄື: ບ້ານຫ້ວຍລາ, ກອນຄຳ ແລະ ທ່າກາດ, ເມືອງແບງ ແຂວງອຸດົມໄຊ ທີ່ປະສົບໄພພິບັດທຳມະຊາດຈາກນ້ຳຫ້ວຍໄຫຼຊຸ ໃນວັນທີ 8 ກັນຍາ 2026, ຊຶ່ງສາເຫດຈາກຝົນຕົກໜັກຕໍ່ເນື່ອງໃນໄລຍະເດືອນສິງຫາ ຜ່ານມາ ເຮັດໃຫ້ນ້ຳປ່າໄຫຼຊຸຮຸນແຮງ ສົ່ງຜົນກະທົບຕໍ່ຫຼາຍຄອບຄົວ, ເຮັດໃຫ້ດິນເຊາະເຈື່ອນ, ເນື້ອທີ່ນາ ແລະ ສວນກະສິກຳເສຍຫາຍ, ເຮືອນບາງຫຼັງເສຍຫາຍ, ເຄື່ອງຊ່ວຍເຫຼືອທີ່ນຳມາມອບ ປະກອບມີ: ເຄື່ອງນອນ, ເຄື່ອງໃຊ້ຄົວເຮືອນ, ປ່ອງປາ, ເກືອ, ສະບູຝຸ່ນ, ສະບູອາບນໍ້າ ແລະ ສິ່ງຂອງຈຳເປັນອື່ນໆ ລວມມູນຄ່າ 38 ລ້ານກີບ, ຕາງໜ້າຮັບໂດຍ ຄະນະນຳຂອງເມືອງ, ຄະນະບ້ານ ແລະ ປະຊາຊົນຜູ້ປະສົບໄພ.
ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ບຸນຊ່ວງເຮືອປະເພນີທີ່ ນະຄອນ ຫຼວງພະບາງ ປີນີ້ຄືກຄື້ນຫຼາຍ ມີສີພາຍ ແລະເຮືອຊ່ວງ ຫຼາຍທ້ອງຖິ່ນເຂົ້າຮ່ວມ 27 ລໍາ

ວັນທີ່ 11 ກັນຍາ 2026 ນີ້ ທີ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດງານບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2569 ຄສ 2026, ໂດຍມີ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ພ້ອມດ້ວຍການນຳ-ອະດີດການນຳຂັ້ນສູນກາງ, ຂັ້ນແຂວງ, ນະຄອນ-ເມືອງ, ແຂກຮັບເຊີນ, ຕະຫຼອດຮອດມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມ ຮ່ວມເຊຍ ຕາມແຄມຝັ່ງນ້ຳຄານ ຢ່າງຄຶກຄື້ນ-ມ່ວນຊື່ນ.
ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ທ່ານ ທອງສະລິດ ມັງໜໍ່ເມກ ເຄື່ອນໄຫວຊຸກຍູ້ວຽກງານສຶກສາ ແຂວງຄຳມ່ວນ

ວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃນໂອກາດເປີດສົກຮຽນ 2026–2027 ຢູ່ແຂວງຄໍາມ່ວນ ພ້ອມມອບອຸປະກອນການສຶກສາ,ກິລາ ແລະ ເງິນໃຫ້ສອງໂຮງຮຽນ ,ໂຮງຮຽນລະ 50 ລ້ານກີບ. ໃຫ້ການຕ້ອນຮັບຄະນະມີ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ການນຳເມືອງ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ລາວ ກຽມເປັນເຈົ້າພາບກອງປະຊຸມເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ

ພິທີຖະແຫຼງຂ່າວກອງປະຊຸມ ແລະ ມອບລາງວັນຜູ້ປະກອບການຍິງດີເດັ່ນອາຊຽນ 2026 ຈັດໂດຍສະມາຄົມຮັກທຸລະກິດຍິງ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ເຂົ້າຮ່ວມມີຮອງປະທານ ສຄອຊ, ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ຜູ້ຕາງໜ້າຈາກເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN).
ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຫັດຖະກໍາເຄື່ອງປັ້ນດິນເຜົາ ປັນຍານິເວດ ຮ່ວມງານວາງສະແດງສິນຄ້າພູມປັນຍາລາວ

ຈາກດິນທຳມະດາສູ່ງານສິລະປະ “ປັນຍານິເວດ” ສືບສານຫັດຖະກຳເຄື່ອງປັ້ນ-ດິນເຜົາລາວ ຫັດຖະກຳເຄື່ອງປັ້ນດິນເຜົາເປັນອີກໜຶ່ງງານສິລະປະທີ່ສະທ້ອນເຖິງພູມປັນຍາ ແລະ ສີມືຂອງຄົນລາວ ຈາກດິນເບິ່ງຄືວ່າທຳມະດາ ເມື່ອຜ່ານກຳມະວິທີ ແລະ ຂະບວນການແບບພິຖີພິຖັນກໍກາຍເປັນພາຊະນະທີ່​ນຳ​ໃຊ້​ໄດ້​ແລະ​ງົດ​ງາມ.
ເພີ່ມເຕີມ