ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ
ກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວ ໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວຄື: ໃນຫົກເດືອນຕົ້ນປີນີ້, ນະຄອນ-ຫຼວງພະບາງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1.9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109.75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ, ໄທ, ຝຣັ່ງ, ສເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງໂຕເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ.

 

ກຳລງແຮງແຫງການແລກປຽນເຊອມໂຍງທາງອະລຍະທຳຈາກຄວາມນຍມການທອງທຽວຢຫວງພະບາງ - image 1
 

ນະຄອນ-ຫຼວງພະບາງ ປຽບຄືດັ່ງຫໍພິພິທະພັນອະລິຍະທຳແບບທຳມະຊາດທີ່ໄດ້ເຊື່ອມໂຍງຮີດຄອງປະເພນີແບບດັ່ງເດີມຂອງອາຊີຕາເວັນອອກສ່ຽງໃຕ້ກັບວັດທະນະທຳຕ່າງປະເທດນອກພາກພື້ນ, ມີວັດວາອາຮາມ ແລະ ເຊື່ອຖືໃນພຸດທະສາສະໜາມາຫຼາຍພັນປີ, ທັງມີສິ່ງກໍ່ສ້າງທີ່ມີສີສັນແປກໃໝ່ຈາກຕ່າງປະເທດ; ຄວາມຫງຽບສະຫງົບຂອງແມ່ນ້ຳຂອງປະສົມປະສານກັບຄວາມຄຶກຄື້ນຂອງຕະຫຼາດກາງຄືນ, ພິທີໃສ່ບາດແບບດັ່ງເດີມຢູ່ຮ່ວມກັບຄວາມມີຊີວິດຊີວາຂອງຍຸກສະ ໄໝໃໝ່. ການຢູ່ຮ່ວມກັນແບບກົມກຽວຂອງວັດທະນະທຳຫຼາຍເຄົ້າແບບນີ້, ບໍ່ພຽງແຕ່ເປັນຕົວແບບແຫ່ງຄວາມຫຼາກຫຼາຍຂອງອະລິຍະທຳເທົ່ານັ້ນ, ຫາກຍັງປຽບຄືດັ່ງແມ່ເຫຼັກທີ່ດຶງດູດນັກທ່ອງທ່ຽວທີ່ມີເບື້ອງຫຼັງທາງດ້ານວັດທະນະທຳທີ່ແຕກຕ່າງກັນເດີນທາງໄປທ່ຽວຊົມ, ກາຍເປັນເວທີໃຫ້ແກ່ການແລກປ່ຽນອະລິຍະທຳຂອງທົ່ວໂລກ.

ກຳລງແຮງແຫງການແລກປຽນເຊອມໂຍງທາງອະລຍະທຳຈາກຄວາມນຍມການທອງທຽວຢຫວງພະບາງ - image 2
 

ຄວາມສະດວກສະບາຍດ້ານການຄົມມະນາຄົມ ແລະ ນະໂຍບາຍຕ່າງໆ, ເຮັດໃຫ້ຊ່ອງທາງແຫ່ງການແລກປ່ຽນອະລິຍະທຳມີຄວາມໂລ່ງລ່ຽນກວ່າເກົ່າ. ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ເຮັດໃຫ້ຄວາມຫ່າງໄກກັນດ້ານພູມສາດກາຍເປັນຄວາມສະດວກສະບາຍທີ່ “ອອກເດີນທາງໃນຕອນເຊົ້າໄປເຖິງຈຸດໝາຍປາຍທາງໃນຫົວຄ່ຳ”, ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວຈີນສາມາດສຳຜັດກັບປະຫວັດສາດ ແລະ ວັດທະນະທຳທີ່ດີງາມຂອງຫຼວງພະບາງໄດ້ງ່າຍເທົ່ານັ້ນ, ຍັງເຮັດໃຫ້ປະຊາຊົນທ້ອງຖິ່ນມີໂອກາດສຳຜັດກັບບັນຍາກາດຂອງວັດທະນະທຳຈີນອີກດ້ວຍ. ສຳລັບນະໂຍບາຍຍົກເວັ້ນວີຊາຂອງລາວຕໍ່ກຸ່ມນັກທ່ອງທ່ຽວຈີນ, ຍິ່ງສ່ອງແສງໃຫ້ເຫັນເຖິງທ່າທີອັນຕັ້ງໜ້າໃນການສົນທະນາດ້ານອະລິຍະທຳ. ການເປີດປະຕູສູ່ພາຍນອກດ້ານນະໂຍບາຍແບບນີ້, ໄດ້ແກ້ໄຂອຸປະສັກຂອງການແລກປ່ຽນລະຫວ່າງອະລິຍະທຳຕ່າງໆໃນລະດັບທີ່ເລິກເຊິ່ງ, ທັງໄດ້ກາຍເປັນຕົວແບບທີ່ສາມາດຖອດຖອນບົດຮຽນໄດ້ໃຫ້ແກ່ປະເທດອື່ນ.

ກຳລງແຮງແຫງການແລກປຽນເຊອມໂຍງທາງອະລຍະທຳຈາກຄວາມນຍມການທອງທຽວຢຫວງພະບາງ - image 3
 

ບົດບາດຈາກກະແສນິຍົມການທ່ອງທ່ຽວຫຼວງພະບາງ, ໄດ້ລື່ນກາຍຂອບເຂດເສດຖະກິດມາແຕ່ດົນນານແລ້ວ. ໃນດ້ານເສດຖະກິດ, ໄດ້ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງຂະແໜງການຕ່າງໆເຊັ່ນ: ການກິນດື່ມໂຮງແຮມ ແລະ ອື່ນໆ, ໄດ້ສ້າງວຽກເຮັດງານທຳຢ່າງຫຼວງຫຼາຍ, ສ້າງພື້ນຖານດ້ານວັດຖຸທີ່ໜັກແໜ້ນໃຫ້ແກ່ການແລກປ່ຽນອະລິຍະທຳ; ໃນດ້ານວັດທະນະທຳ, ໄດ້ເຮັດໃຫ້ນັກທ່ອງທ່ຽວຈາກປະເທດຕ່າງໆ ໄດ້ເຜີຍແຜ່ ແລະ ສຳຜັດກັບວັດທະນະທຳຊຶ່ງກັນ ແລະ ກັນຈາກການ ພົບກັນຕາມຖະໜົນຫົນທາງ, ການປະຕິສຳພັນກັນໃນການຊື້-ຂາຍສິນຄ້າ, ການໃຫ້ອຸທານ ແລະ ຊົມເຊີຍຕໍ່ແຫຼ່ງທ່ອງທ່ຽວດຽວກັນ, ເມື່ອປະເພນີບຸນກຸດຈີນພົບກັບມູນເຊື້ອພຸດທະສາສະໜາຂອງລາວ, ເມື່ອນັກທ່ອງທ່ຽວຈີນນັບມື້ນັບຫຼາຍລົງເລິກເຂົ້າໃຈກ່ຽວກັບວັດທະນະທຳລາວ, ເມື່ອປະກົດມີກະແສນິຍົມຮຽນພາສາຈີນຢູ່ຫຼວງພະບາງ, ເລື່ອງລາວເຫຼົ່ານີ້ລ້ວນແຕ່ໄດ້ຊຸກຍູ້ການແກ້ໄຂສິ່ງກີດຂວາງແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ໄດ້ສະສົມຄວາມເປັນເອກະພາບກັນອັນລ້ຳຄ່າເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ເລື່ອງລາວຂອງຫຼວງພະບາງ, ແມ່ນຕົວແບບທີ່ມີຊີວິດຊີວາແຫ່ງການເຊື່ອມໂຍງ ແລະ ແລກປ່ຽນລະຫວ່າງອະລິຍະທຳທົ່ວໂລກ. ໄດ້ບົ່ງບອກໃຫ້ພວກເຮົາຮູ້ວ່າ, ການທ່ອງທ່ຽວບໍ່ພຽງແຕ່ແມ່ນການເດີນທາງເພື່ອທ່ຽວຊົມທິວທັດທີ່ສວຍງາມເທົ່ານັ້ນ, ຍັງເປັນຂົວແຫ່ງການສົນທະນາດ້ານອະລິຍະທຳອີກດ້ວຍ. ເມື່ອວັດທະນະທຳຕ່າງໆໄດ້ຮັບການແລກປ່ຽນ ແລະ ຊື່ນຊົມຊຶ່ງກັນ ແລະ ກັນຢ່າງສະເໝີພາບຢູ່ສະຖານທີ່ແຫ່ງນີ້, ພວກເຮົາຈະມີຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງກວ່າເກົ່າຄື: ທາດແທ້ແຫ່ງອະລິຍະທຳບໍ່ຢູ່ກັບການໂດດດ່ຽວ ຫຼື ປິດກັ້ນກັນ, ແຕ່ຢູ່ທີ່ການແລກປ່ຽນກັນ; ບໍ່ຢູ່ກັບການຫັນເປັນຮູບແບບດຽວກັນ, ແຕ່ຢູ່ກັບການຢູ່ຮ່ວມກັນ. ນີ້ແມ່ນຄວາມໝາຍແຫ່ງການສົນທະນາລະຫວ່າງອະລິຍະທຳທົ່ວໂລກ ແລະ ແມ່ນຄວາມຫວັງຂອງມວນມະນຸດທີ່ຈະກ້າວໄປສູ່ອະນາຄົດທີ່ດີງາມຮ່ວມກັນ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ