![]() |
ໃນວັນທີ 16 ກັນຍາ ຜ່ານມາ, ທ່ານ ພັທ ບຸນທົມ ນາດເສມ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ພາຍຫຼັງໄດ້ຮັບການຊີ້ນໍາຈາກຂັ້ນເທິງ, ຄະນະພັກ-ຄະນະບັນຊາ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຈັດຕັ້ງກໍາລັງລົງປະຈໍາຈຸດປ້ອງກັນ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 11 ກັນຍາ 2026 ເປັນຕົ້ນມາ ຊຶ່ງໄດ້ລົງປະຈໍາກວດກາຈຸດສໍາຄັນ ເຊັ່ນ: ຕັ້ງຈຸດກວດກາເສັ້ນທາງເຂົ້າ-ອອກ ຫໍປະຊຸມແຫ່ງຊາດ ແລະ ໂຮງແຮມທີ່ພັກຂອງຄະນະຜູ້ແທນ ໂດຍນໍາໃຊ້ເຄື່ອງເອັກສະເລ ກວດກາລົດເຂົ້າ-ອອກຢ່າງລະອຽດ, ເພື່ອກວດຫາທາດແຕກ, ວັດຖຸທີ່ອາດເປັນອັນຕະລາຍ, ຈັດກໍາລັງສະເກມສາຍກວດ ເຄື່ອນໄຫວກວດກາຕາມຂອບເຂດຄວາມຮັບຜິດຊອບ, ພ້ອມທັງປະຈໍາການ 24 ຊົ່ວໂມງ ເພື່ອກຽມພ້ອມ ແລະ ແກ້ໄຂສະພາບການທີ່ອາດຈະເກີດຂຶ້ນໃຫ້ທັນເວລາ.
![]() |
ຜ່ານການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ນັບແຕ່ມື້ໄດ້ຮັບມອບໝາຍຈົນເຖິງປັດຈຸບັນ, ກໍາລັງປ້ອງກັນເຄື່ອນທີ່ ສາມາດຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໄດ້ 100%.
(ຂ່າວ: ແສງຈັນ)


ຄໍາເຫັນ